(vovworld) - ທີ່ກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 (ຫລືເອີ້ນຫຍໍ້ວ່າ: ມະຕິສູນກາງພັກຄັ້ງທີ 4) ຜ່ານມາ, ກົມການເມືອງ, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ແຈ້ງໝາກຜົນໃນເບື້ອງຕົ້ນກ່ຽວກັບການສຳຫລວດກວດກາ, ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ ຕາມມະຕິສູນກາງພັກຄັ້ງທີ 4. ໝາກຜົນນັ້ນບໍ່ພຽງແຕ່ຢືນຢັນໝູ່ຄະນະ, ສ່ວນບຸກຄົນໃນກົມການເມືອງ, ຄະນະເລຂາສູນກາງພັກໄດ້ເປັນແບບຢ່າງໃຫ້ແກ່ຂັ້ນລຸ່ມຢ່າງແທ້ຈິງເທົ່ານັ້ນ ຫາກຍັງຊ່ວຍຄະນະພັກມີບົດຮຽນລ້ຳຄ່າໃນການກະກຽມ ແລະ ດຳເນີນການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍໃນພັກໄລຍະຈະມາເຖິງ.
ການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກ” ພວມກ້າວເຂົ້າສູ່ບັນດາເນື້ອໃນຈຸດສຸມ, ເມື່ອກົມການເມືອງ, ຄະນະເລຂາສູນກາງພັກ ຫາກໍ່ສຳເລັດການສຳຫລວດກວດກາ, ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍສຳລັບໝູ່ຄະນະ ແລະ ສ່ວນບຸກຄົນ. ຜ່ານການຕິດຕາມກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຈັດຕັ້ງຂຶ້ນໃນວັນທີ 13/8 ຜ່ານມາ, ທ່ານຮອງສາສະດາຈານ, ດຣ Nguyen Trong Phuc ອະດີດຫົວຫນ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈິມີນ ສະແດງຄວາມພາກພູມໃຈຕໍ່ໝາກຜົນໃນເບື້ອງຕົ້ນແຫ່ງການຜັນຂະຫຍາຍມະຕິທີ່ສຳຄັນພິເສດນີ້. ທ່ານ Nguyen Trong Phuc ຖືວ່າ: ນັບແຕ່ກອ່ນມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປັບປຸງ, ກໍ່ສ້າງພັກເປັນຫລາຍຄັ້ງແລ້ວ, ແຕ່ເທ່ືອນີ້ແມ່ນປັບປຸງ, ກໍ່ສ້າງພັກຢ່າງແຮງທີ່ສຸດ. ເລື່ອງປະຕິບັດການສຳຫລວດກວດກາ, ຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍ ໄດ້ຮັບການປະຕິບັດຈາກຂັ້ນເທິງຕະຫລອດຮອດຂັ້ນລຸ່ມ, ຂັ້ນເທິງແມ່ນປະຕິບັດກ່ອນ ເພື່ອເປັນແບບຢ່າງໃຫ້ແກ່ຂັ້ນລຸ່ມປະຕິບັດຕາມ. ທ່ານ Nguyen Trong Phuc ຢືນຢັນວ່າ:
“ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນຕ້ອງຕິດພັນກັບການປັບປຸງ, ແກ້ໄຂຢ່າງລະອຽດ, ແທດຈິງ. ສິ່ງດັ່ງ່ກ່າວໝາຍຄວາມວ່າ ຈາກຂະບວນການ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ ຕ້ອງຍົກສູງກຳລັງຄວາມສາມາດ, ກຳລັງຕໍ່ສູ້ຂອງພັກ ແລະ ຕ້ອງສະແດງໃຫ້ເຫັນປະສິດທິຜົນໃນການບໍລິຫານວຽກງານຂອງພັກ, ລັດ, ລັດຖະບານ ແລະ ອຳນາດການປົກຄອງຂັ້ນຕ່າງໆຢ່າງລະອຽດ. ຂ້າພະເຈົ້າຖືວ່າ ຈາກວິທິປະຕິບັດຢ່າງກົງໄປກົງມາ, ເຂັ້ມງວດ ຂອງກົມການເມືອງ, ຄະນະເລຂາສູນກາງພັກ, ຂັ້ນລຸ່ມຕ້ອງຜັນຂະຫຍາຍຕາມຫລັກການດັ່ງກ່າວ ແຕ່ຕ້ອງມີບາດກ້າວຂະຫຍາຍຫົວຄິດປະດິດສ້າງ, ເຮັດໃຫ້ຮູບການ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍອຸດົມໃຫ້ສົມບູນຂຶ້ນຕື່ມ.”
ພາບປະກອບ: internet
|
ຈາກໝາກຜົນແຫ່ງການປະຕິບັດການສຳຫລວດກວດກາຂອງກົມການເມືອງ, ຄະນະເລຂາສູນກາງພັກ, ປະຊາຊົນຫວັງວ່າ ຄະນະພັກຂັ້ນຕ່າງໆຈາກສູນກາງຕະຫລອດຮອດຂັ້ນຮາກຖານ ຜັນຂະຫຍາຍ ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍຢ່າງກົງໄປກົງມາ, ບໍ່ຫລີກລ້ຽງບັນດາບັນຫາເຮັ່ງຮ້ອນຊຶ່ງຫາງສຽງພວມສົນໃຈ. ສາສະດາ, ດຣ Duc Vuong, ອະດີດ ຫົວຫນ້າກົມເລຂາວິທະຍາສາດຂອງສະພາທິດສະດີສູນກາງປາດຖະຫນາວ່າ: ການປະຕິບັດການສຳຫລວດກວດກາຂອງຄະນະພັກຄັ້ງນີ້ ຕ້ອງເຂັ້ມງວດ, ຈິງໃຈ, ກົງໄປກົງມາ, ບໍ່ໃຫ້ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍກາຍເປັນໂອກາດເຮັດໃຫ້ອິດທິພົນຊື່ສຽງຂອງຖືກເສຍໄປ.
“ຂ້າພະເຈົ້າຖືວ່າ ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍ ດ້ວຍພູມປັນຍາ ອາລົມຈິດ, ດ້ວຍ ມະໂນທຳ ແລະ ກຽດຕິຄຸນ ເພື່ອຊ່ວຍເຫລືອກັນປັບປຸງ; ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍ ຕ້ອງຊື່ຕົງ, ກົງໄປກົງມາ ເພື່ອຮັບປະກັນຄວາມສາມັກຄີໃນພັກ. ຂ້າພະເຈົ້າຖືວ່າ ຕ້ອງປະຕິບັດການເຄື່ອນໄຫວນີ້ຢ່າງຮອບດ້ານ, ຄົບຊຸດ ແລະ ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ ໄປຄຽງຄູ່ກັບການກວດກາ.”
ທ່ານ Nguyen Tuc ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະເຫນີວ່າ: ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍ ໃນທົ່ວພັກ ຕ້ອງຊີ້ໃຫ້ເຫັນໝູ່ຄະນະໃດ, ສ່ວນບຸກຄົນໃດມີອາການເຊື່ອມທາດເສຍຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ. ຕາມທ່ານ Nguyen Tuc ແລ້ວ, ຄວນສ້າງກົນໄກເພື່ອໃຫ້ປະຊາຊົນເຂົ້າຮ່ວມປະກອບຄຳຄິດຄຳເຫັນໃນການກໍ່ສ້າງພັກ, ປະກອບຄຳເຫັນຕໍ່ກັບການນຳຄະນະພັກທຸກຂັ້ນ, ເຮັດໄດ້ຄືແນວນັ້ນ ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍ ຈຶ່ງມີການຫັນປ່ຽນຢ່າງແທດຈິງ.
“ການຕຳນິຕິຊົມຕົນເອງ ຍາມໃດກໍ່ຍາກກວ່າຕຳນິຕິຊົມເພື່ອນສະຫາຍ, ສະນັ້ນ ຂ້າພະເຈົ້າຄິດວ່າ ຄວນມີການແນະນຳຢ່າງລະອຽດເພື່ອໃຫ້ປະຊາຊົນປະກອບການກໍ່ສ້າງພັກ, ເພື່ອໃຫ້ບັນດາການນຳມີສິດອຳນາດ, ເປັນຕົ້ນແມ່ນພະນັກງານຫລັກແຫລ່ງມີເງື່ອນໄຂ, ເອກະສານ ເພື່ອໃຫ້ຂໍ້ສັງເກດຢ່າງເຂັ້ມງວດກວ່າ. ຂ້າພະເຈົ້າປາດຖະຫນາວ່າ ເມື່ອຜັນຂະຫຍາຍ ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍເຖິງຄະນະພັກຂັ້ນຮາກຖານ ບົດບາດຂອງປະຊາຊົນຕ້ອງເຮັດໃຫ້ແຈ້ງກວ່າ, ພ້ອມກັນນັ້ນ ຫວັງວ່າ ພາຍຫລັງການສຳຫລວດກວດກາໃນແຕ່ລະຄັ້ງ ຕ້ອງແຈ້ງໃຫ້ປະຊາຊົນຮັບຊາບ ການຮັບເອົາຄຳເຫັນປະກອບ ແລະ ປັບປຸງແກ້ໄຂຄືແນວໃດ.”
ຕໍ່ຫນ້າຄວາມເປັນແບບຢ່າງຂອງກົມການເມືອງ, ຄະນະເລຂາສູນກາງພັກ, ຄວາມຕັດສິນໃຈໃຫມ່ໃນການຊີ້ນຳ ແລະ ສືບຕໍ່ຜັນຂະຫຍາຍບັ້ນດຳເນີນຊີວິດການເມືອງ ການຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍຢ່າງມີປະສິດທິຜົນ ຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ໃນທົ່ວພັກ ພວມມີການຫັນປ່ຽນຢ່າງຕັ້ງຫນ້າ. ຕາມແຜນການແລ້ວ, ບັ້ນຕຳນິຕິຊົມຕົນເອງ ແລະຕຳນິຕິຊົມເພື່ອນສະຫາຍໃນທົ່ວພັກຈາກສູນກາງຕະຫລອດຮອດຂັ້ນຮາກຖານຈະແກ່ຍາວໝົດປີ 2012.