ການຢ້ຽມຢາມຢືນຢັນຜົນປະໂຫຍດດ້ານຍຸດທະສາດ ຂອງອາເມລິກາຢູ່ອາຊີ

(vovworld) – ​​ໃນ​ສັບປະດາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jonh Kerry ​ເລີ່​ມ​ເດີນທາງ​ໄປ​ຢ້ຽມຢາມ 3 ປະ​ເທດ​ອາຊີ​ແມ່ນ: ຈີນ, ສ​ເກົາຫຼີ, ​ແລະ ຍີ່ປຸ່ນ. ​ເຖິງ​ວ່າ​ບໍ່​ແມ່ນ​ການ​ເດ​ີນທາງ​ໄປ​ປະຕິບັດ​ງານ​ຢູ່ຕ່າງປະ​ເທດ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ທ່ານ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກໍ່ຕາມ, ​ແຕ່​ສານ​ຕ່າງໆ​ທີ່​ຖືກຍົກ​ອອກ​ມາ​ກ່ອນ​ການ​ເດີນທາງ​ນັ້ນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍ​ມຸ້ງ​ໄປ​ສູ່​ອາຊີ​ຍັງ​ຄົງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາ​ກອຳນາດ​ການ​ປົດ​ຄອງ​ຂອງ​ປະທານາທິບໍດີ Brak Obama.

ການຢ້ຽມຢາມຢືນຢັນຜົນປະໂຫຍດດ້ານຍຸດທະສາດ ຂອງອາເມລິກາຢູ່ອາຊີ - ảnh 1

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jonh Kerry

(ພາບອິນເຕີແນດ)

ການ​ຢ້ຽມຢາມ​ອາຊີ​ ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Jonh Kerry ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ການ​ພິສູດ​ໃຫ້​ຄຳຖະ​ແຫຼ​ງ​ກ່ອນນັ້ນ​ຂອງ​ທ່ານ​ທີ່​ມີ​ຕໍ່​ຜູ້​ຮ່ວມ​ຕຳ​ແໜ່​ງອົດ​ສະ​ຕາ​ລີ Bob Carr ​ເມື່ອ​ທ່ານ​ຜູ້​ນີ້​ພວມ​ຢູ່​ຢ້ຽມຢາມ​ວໍ​ຊິງ​ຕັນ​ໃນ​ເດືອນ 3 ຜ່ານ​ມາ, ນັ້ນ​ແມ່ນ​ຈະ​ຍືດໝັ້ນ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ ​ໃນ​ການສ້າງ​ຄວາມ​ສົມ​ດູ​ນຄືນ​ໃໝ່ກັບ​ອາຊີ. ຊຳ້​ບໍ່​ໜຳ, ທ່ານ​ຈະ​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງ​ທະວີບ​ນີ້ຫຼາຍ​ກວ່າອີກ. ຕາມ​ແຜນການ​ເດີນທາງ​ແລ້ວ, ທ່ານ​ລັດຖະມົນຕີ​ Jonh Kerry ຈະ​ໄປ​ຢ້ຽມຢາມ ສ​ເກົາຫຼີ, ຍີ່ປຸ່ນ ​ແລະ ຈີນ ພາຍຫຼັງ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ລັດຖະມົນຕີ​ບັນດາ​ປະ​ເທດ​ໃນ​ກຸ່ມ ຈີ 8 ຢູ່​ລອນ​ດອນ ​ໃນ​ລະຫວ່າງ​ວັນ​ທີ 10 ​ແລະ 11/4. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແມ່ນ​ຈະ​ສືບ​ຕໍ່​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ອຳນາດ​ການ​ປົກຄອງ ກ່ຽວ​ກັບ​ການ​ເປີດ​ກວ້າງ ​ແລະ ຊຸກຍູ້​ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດດ້ານຍຸດ​ທະ​ສາດ​ອື່ນໆ​ຂອງ​ອາ​ເມ​ລິ​ກາ ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ. ຄາດ​ວ່າ​ທ່ານລັດຖະມົນຕີ​ Jonh Kerry  ກໍ່​ຈະ​ປຶກສາ​ຫາລື​ຫຼາຍ​ບັນຫາ​ສອງ​ຝ່າຍ, ຫຼາຍ​ຝ່າຍ ​ແລະ ບັນຫາພາກພື້ນ ກໍ່​ຄື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ. ​ໃນ​ນັ້ນ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ນັ້ນແມ່ນ​ເລື່ອງ ສປປ ​ເກົາ​ຫຼີ ທົດ​ລອງ​ນິວຄະ​ເລຍ, ກໍ່​ຄື​ການ​ກະທຳ​ທີ່​ນັບ​ມື້​ນັບ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນ​ຢູ່​ແຫຼມ​ເກົາຫຼີ. ນີ້​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ກັບ​ການ​ນຳ 3 ປະ​ເທດ ຈີນ, ສ​ເກົາຫຼີ ​ແລະ ຍີ່ປຸ່ນ. . ນີ້​ແມ່ນ​ສິ່ງ​ທີ່​ເຂົ້າ​ໃຈງ່າຍ ​ເມື່ອ​ການ​ຢ້ຽມຢາມ​ຂອງ​ທ່ານລັດຖະມົນຕີ​ Jonh Kerry  ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ດ້ວຍ​ເລື່ອງ​ພຽງ​ຢາງ​ນາບ​ຂູ່​ຈະ​ບຸກ​ໂຈມ​ຕີ​ວໍ​ຊິງ​ຕັນ ​ແລະ ​ເຊີ​ອູ​ນ, ​ໃນຂະນະ​ທີ່​ອາ​ເມ​ລິ​ກາ​ ສົ່ງ​ອາວຸດ​ທີ່​ທັນ​ສະ​ໄໝ​ເຖິງ​ ສ​ເກົາຫຼີ ​ເພື່ອ​ຊ້ອມ​ຮົບ. ກ່າວ​ຄວາມ​ເຫັນ​ກ່ອນ​ການ​ເດີນທາງ, ທ່ານ​ລັດຖະມົນຕີ​ Jonh Kerry  ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ວ່າ​ອາ​ເມ​ລິ​ກາ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ ​ເພື່ອ​ປ້ອງ​ກັນ​ຕົວ​ເອງ ​ແລະ ປ້ອງ​ກັນ​ບັນດາ​ພັນທະ​ມິດ​ແມ່ນ ສ​ເກົາຫຼີ ​ແລະ ຍີ່ປຸ່ນ. ວໍ​ຊິງ​ຕັນ​ໄດ້​ກຽມພ້ອມ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ດັ່ງກ່າວ.

ຕໍ່ໜ້າ​ເຈດ​ຕະນາ​ດີ​ຂອງ​ທ່ານລັດຖະມົນຕີ​ Jonh Kerry, ວັນ​ທີ 5/4, ຍີ່ປຸ່ນ​ໄດ້​ຍົກ​ອອກ​ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ປະຈຳ​ປີ, ຫຼື​ເອີ້ນ​ວ່າ​ປື້​ມປົກຂຽວກ່ຽວ​ກັບ​ການ​ຕ່າງປະ​ເທດ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ຍີ່ປຸ່ນ - ອາ​ເມ​ລິ​ກາ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ, ບົດ​ລາຍ​ງານ​ຊີ້​ແຈ້ງວ່າ, ການ​ພົວພັນ​ຍີ່ປຸ່ນ - ອາ​ເມ​ລິ​ກາ ​ແມ່ນ​ຫີນ​ກ້ອນ​ໃຫຍ່​ໃນ​ພາກ​ພື້ນ. ບົດ​ລາຍ​ງານ​ກໍ່​ຢືນຢັນ​ວ່າ ຍີ່ປຸ່ນ​ຈະ​ຊອກ​ຫາ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​ເພື່ອ​ຮຽກຮ້ອງ​ໃຫ້ ສປປ​ເກົາຫຼີ ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ທີ່​ການ​ເຈລະຈາ 6 ຝ່າຍ.

ບັນດາ​ຄຳ​ຢືນຢັນ​ດ້ວຍ​ຄວາມ​ປະ​ເອີ​ບ​ໃຈ​ຖືກ​ຍົກ​ອອກ​ມາຢ່າງ​ລຽນຕິດ ​ໃນ​ການ​ປະຕິບັດ​ງານຢູ່​ອາຊີ ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຄົນ​ໃໝ່ນັ້ນ ບໍ່​ໝາຍ​ຄວາມວ່າ​ນະ​ໂຍບາຍ​ກັບ​ຄືນ​ສູ່​ອາຊີ​ ມີ​ຄວາມ​ສະດວກ​ຢ່າງ​ສິ້ນ​ເຊິ​ງ, ຫາກ​ໄດ້​ຮັບ​ຖື​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເມື່ອ​ບັນດາ​ລາຍການ​ຫຼຸດຜ່ອນ​ງົບປະມານ​ພວມ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ອາ​ເມ​ລິ​ກາ, ອັນ​ໄດ້​ເຮັດ​ໃຫ້​ທ່ານລັດຖະມົນຕີ​ Jonh Kerry ​ຕ້ອງ​ສົງ​ໃສ​ຕໍ່​ເປົ້າ​ໝາຍ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ນີ້. ສ່ວນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ກໍ່​ຢາກ​ຕີ​ລາຄາ​ຄືນ​ຍຸດ​ທະ​ສາດ​ນີ້ ​ເພື່ອ​​ໃຫ້ເໝາະ​ສົມ​ກັບ​ງົບປະມານ​ຕົວ​ຈິງ​ໃນ​ປະຈຸ​ບັນ.

ພາຍຫຼັງ​ການ​ຢ້ຽມຢາມ 3 ປະ​ເທດ​ອາຊີ​ ຂອງ​ທ່ານລັດຖະມົນຕີ​ Jonh Kerry ຄັ້ງ​ນີ້, ​​ໃນເດືອນ 6, ທ່ານ​ກໍ່​ຈະ​ກັບ​ຄືນອາຊີ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ເຊິ່ງຈັດ​ຂຶ້ນ​ຢູ່ ບຮູ​ໃນ ​​ແລະ ໄປ​ຢ້ຽມຢາມ​ບາງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອາຊີ, ພາກ​ພື້ນ​ທີ່​ຂະຫຍັນ​ຂັນ​ເຂື່ອນ​ທີ່​ສຸດ​ໃນ​ໂລກ ຍາມ​ໃດ​ກໍ່​ຢູ່​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ Barack Obama.

 

ຕອບກັບ

ຂ່າວ/ບົດ​ອື່ນ