ໂລກ ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 16  20 ກັນຍາ ຢູ່ ວຽນ (ໂອຕາລິດ), ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຄັ້ງທີ 68 ໄດ້ໃຫ້ບຸລິມະສິດໃນການປຶກສາຫາລືກ່ຽວກັບການຊຸກຍູ້ການນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ໃນສະພາບການຍັງມີບັນດາຄວາມວິຕົກກັງວົນຕໍ່ບັນຫາຄວາມປອດໄພດ້ານນິວເຄຼຍ ແລະ ຄວາມສ່ຽງແຜ່ຂະຫຍາຍອາວຸດນິວເຄຼຍໃນໂລກ.

ໂດຍເປັນກອງປະຊຸມປະຈຳປີທີ່ສຳຄັນທີ່ສຸດຂອງອົງການ IAEA, ກອງປະຊຸມສະມັດຊາໃຫຍ່ IAEA ປີ 2024 ນີ້ ໄດ້ຮຽກໂຮມເຈົ້າໜ້າທີ່ຂັ້ນສູງ ຕາງໜ້າໃຫ້ 178 ປະເທດສະມາຊິກຂອງອົງການນີ້, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການໝູນໃຊ້ນິວເຄຼຍ ກໍຄືບັນດາໄພນາບຂູ່ເຖິງຄວາມປອດໄພນິວເຄຼຍໃນໂລກ.

ໂລກ ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ - ảnh 1ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຄັ້ງທີ 68  (ພາບ:D. Calma/IAEA)

ນິວເຄຼຍສຳລັບ ສະບຽງອາຫານ, ສາທາລະນະສຸກ ແລະ ພະລັງງານ

ບຸລິມະສິດຊຸກຍູ້ການໝູນໃຊ້ພະລັງງານນິວເຄຼຍຂອງອົງການ IAEA ເພື່ອຈຸດປະສົງສັນຕິພາບ ໄດ້ສະແດງໃຫ້ເຫັນໃນມື້ເຮັດວຽກທຳອິດ (ວັນທີ 16 ກັນຍາ) ຂອງກອງປະຊຸມສະມັດຊາໃຫຍ່ຄັ້ງທີ 68. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການ IAEA ໄດ້ປະກາດແຜນການເຄື່ອນໄຫວໃໝ່ສຳລັບຂໍ້ລິເລີ່ມ Atoms4Food (ນິວເຄຼຍສຳລັບສະບຽງອາຫານ), ໂດຍອົງການ IAEA ແລະ ອົງການອາຫານ ແລະ ການກະເສດ ສປຊ FAO  ສົມທົບກັນຜັນຂະຫຍາຍແຕ່ປີ 2023. ຕາມຂໍ້ລິເລີ່ມນີ້, ອົງການ IAEA ໄດ້ໜູນຊ່ວຍອົງການ FAO ແລະ ບັນດາຄູ່ຮ່ວມມືໃນວຽກງານພະລັງງານນຳໃຊ້ນິວເຄຼຍເຂົ້າໃນການໃຊ້ລັງສີອາຫານ, ຂ້າສັດຕູພືດ, ເກັບຮັກສາອາຫານ, ຄົ້ນຄວ້າບັນດາເຕັກໂນໂລຢີປັບປຸງຄຸນນະພາບຂອງດິນປູກຝັງ ແລະ ປັບປຸງລະດູການ... ຈາກນັ້ນ ກໍ່ຍົກສູງປະລິມານອາຫານໃນທົ່ວໂລກ, ຕອບສະໜອງໄດ້ບັນດາສິ່ງທ້າທາຍເຊິ່ງການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນສຳລັບຂົງເຂດກະສິກຳນີ້ໄດ້ເປັນຢ່າງດີ.

ບຸລິມະສິດໃຫຍ່ຕໍ່ໄປຂອງອົງການ IAEA ແມ່ນເພີ່ມການນຳໃຊ້ນິວເຄຼຍ ໃນການບົ່ງມະຕິພະຍາດ ແລະ ປິ່ນປົວໂລກມະເຮັງ. ຢູ່ນອກກອງປະຊຸມສຸດຍອດ ສະຫະພັນ ອາຟະລິກາ ເດືອນ ກຸມພາ 2022, ອົງການ IAEA ພ້ອມກັບອົງການອະນາໄມໂລກ (WHO) ປະກາດຂໍ້ລິເລີ່ມທີ່ມີຊື່ວ່າ “ບັນດາແຫຼ່ງຄວາມຫວັງ”, ສຸມໃສ່ການຊ່ວຍເຫຼືອບັນດາປະເທດທີ່ພວມກໍ່ສ້າງສູນປິ່ນປົວໂລກມະເຮັງ ດ້ວຍການໃຊ້ລັງສີ. ນັບແຕ່ເມື່ອຂໍ້ລິເລີ່ມດັ່ງກ່າວໄດ້ຮັບການຜັນຂະຫຍາຍ, ມີ 86 ປະເທດຕິດຕໍ່ຫາຄວາມຊ່ວຍເຫຼືອນຳອົງການ IAEA ແລະ ບັນດາໂຄງການໜູນຊ່ວຍເຫຼົ່ານັ້ນໄດ້ດຳເນີນຢູ່ 30 ປະເທດແລ້ວ. ຍ້ອນບັນດາຄວາມມານະພະຍາຍາມນີ້, ປະຊາຊົນນັບລ້ານຄົນໃນໂລກໄດ້ຮັບການບົ່ງມະຕິພະຍາດ ແລະ ປິ່ນປົວມະເຮັງໂດຍໄວ, ໃນນັ້ນ, ພາຍໃນພຽງ 5 ວັນດຳເນີນກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 68, ຄາດວ່າໃນທົ່ວໂລກຈະມີປະຊາຊົນ200.000 ຄົນ ໄດ້ຮັບການກວດພົບພະຍາດມະເຮັງໃນໄລຍະໄວ. ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການ IAEA ໃຫ້ຮູ້ວ່າ:

“ຂໍ້ລິເລີ່ມ “ບັນດາແຫຼ່ງຄວາມຫວັງ” ເຊິ່ງອົງການ IAEA ໄດ້ສົມທົບກັບອົງການ WHO ຜັນຂະຫຍາຍ, ພວມໜູນຊ່ວຍບັນດາປະເທດໃນທົ່ວໂລກ, ພິເສດແມ່ນບັນດາປະເທດມີລາຍຮັບປານກາງ ແລະ ລາຍຮັບຕ່ຳ. ການໜູນຊ່ວຍຂອງອົງການ IAEA ໄດ້ດຳເນີນຜ່ານການສະໜອງເຄື່ອງອຸປະກອນ, ບຳລຸງສ້າງ ແລະ ບາງເທື່ອຍັງສ້າງສູນປິ່ນປົວມະເຮັງ ອີກດ້ວຍ.”

ໂລກ ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ - ảnh 2ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການ IAEA (ພາບ: D. Calma/IAEA)

        ໄປຄຽງຄູ່ຂົງເຂດສະບຽງອາຫານ ແລະ ສາທາລະນະສຸກແລ້ວ, ພະລັງງານ ກໍແມ່ນບຸລິມະສິດໜຶ່ງອີກຂອງອົງການ IAEA. ໃນບົດລາຍງານທີ່ມີຊື່ວ່າ “ຄາດຄະເນພະລັງງານ, ໄຟຟ້າ ແລະ ພະລັງງານນິວເຄຼຍ ໃນໄລຍະຮອດປີ 2050”, ທີ່ໄດ້ປະກາດໃນມື້ໄຂກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 68, ອົງການ IAEA ຄາດຄະເນວ່າ ຮອດປີ 2050, ພະລັງງານນິວເຄຼຍ ຈະເຕີບໂຕຢ່າງແຮງໃນທົ່ວໂລກ ແລະ ກຳລັງແຮງຂອງໄຟຟ້ານິວເຄຼຍໃນທົ່ວໂລກ ອາດຈະບັນລຸ 950 Gigawat (GW) ໃນປີ 2050, ສູງກວ່າທົບ 2,5 ເທົ່າເມືີ່ອທຽບໃສ່ປີກາຍ. ຕາມທ່ານຜູ້ອຳນວຍການໃຫຍ່ອົງການ IAEA ແລ້ວ, ພະລັງງານນິວເຄຼຍ ໄດ້ຮັບການຮັບຮອງວ່າເປັນແຫຼ່ງພະລັງງານສະອາດ, ປອດໄພ ແລະ ນັບມື້ນັບມີຫຼາຍປະເທດມີແຜນການກໍ່ສ້າງບັນດາ SMRs ເພື່ອພັດທະນາເສດຖຖະກິດ, ພ້ອມທັງຫຼຸດຜ່ອນການປ່ອຍອາຍພິດ ກາກບອນ ອີກດ້ວຍ.

ຫຼຸດຜ່ອນຄວາມສ່ຽງກ່ຽວກັບຄວາມປອດໄພດ້ານນິວເຄຼຍ

        ໄປຄຽງຄູ່ກັບບັນດາການປຶກສາຫາລືກ່ຽວກັບການຊຸກຍູ້ການໝູນໃຊ້ນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ມີອີກຫົວຂໍ້ໜຶ່ງກໍດຶງດູດຄວາມສົນໃຈຈາກບັນດາຜູ້ແທນໃນກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 68 ຂອງ ອົງການ IAEA ນັ້ນແມ່ນ ບັນດາຄວາມສ່ຽງດ້ານຄວາມປອດໄພນິວເຄຼຍໃນໂລກ, ໃນສະພາບການທີ່ການປະທະກັນ ແລະ ຄວາມເຄັ່ງຕຶງພູມີສາດການເມືອງເພີ່ມຂຶ້ນຢູ່ຫຼາຍພາກພື້ນ. ຜູ້ນຳໜ້າອົງການ IAEA ຢັ້ງຢືນວ່າ ບໍ່ວ່າໃນກໍລະນີໃດ, ບັນດາໂຮງງານໄຟຟ້ານິວເຄຼຍ ກໍຕ້ອງໄດ້ຮັບການປ້ອງກັນຈາກບັນດາບັ້ນບຸກໂຈມຕີ, ພ້ອມທັງຮຽກຮ້ອງປະຊາຄົມສາກົນໜູນຊ່ວຍອົງການ IAEA ປະຕິບັດໜ້າທີ່ຮັບປະກັນຄວາມປອດໄພໃຫ້ແກ່ບັນດາຮາກຖານດັ່ງກ່າວ.

        ກ່ຽວຂ້ອງເຖິງໂຄງການນິວເຄຼຍ ອີຣານ, ຜູ້ນຳໜ້າອົງການ IAEA ໃຫ້ຮູ້ວ່າ ຢາກເຊື່ອມຕໍ່ການປຶກສາຫາລືກັບທ່ານປະທານາທິບໍດີຄົນໃໝ່ຂອງ ອີຣານ, Masoud Pezeshkian ຄືນໃໝ່, ກ່ອນເດືອນພະຈິກປີ 2024 ນີ້, ດ້ວຍຄວາມຫວັງ ສາມາດດຳເນີນການປຶກສາຫາລືນິວເຄຼຍ P5+1 ຄືນໃໝ່ ກ່ອນທີ່ຈະມີບັນດາການປ່ຽນແປງໃນເວທີການເມືອງ ອາເມລິກາ.

        “ຂ້າພະເຈົ້າລໍຄອຍໄດ້ປຶກສາຫາລືກັບທ່ານປະທານາທິບໍດີຄົນໃໝ່ຂອງ ອີຣານ ແລະ ລັດຖະບານ ອີຣານ ແລະ ເລື່ອງສືບຕໍ່ບັນດາຄວາມມານະພະຍາຍາມນຳມາເຊິ່ງການຮັບປະກັນຄວາມໝັ້ນແກ່ນໃຫ້ແກ່ປະຊາຄົມສາກົນວ່າ ໂຄງການນິວເຄຼຍຂອງ ອີຣານ ແມ່ນເພື່ອຈຸດປະສົງສັນຕິພາບ. ຍັງມີບັນດາສິ່ງທ້າທາຍຢູ່ຕໍ່ໜ້າ ແຕ່ບໍ່ແມ່ນສິ່ງທີ່ບໍ່ສາມາດຜ່ານຜ່າໄດ້”.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງເຖິງບັນຫາຈຳກັດການແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງດ້ານພູມີສາດການເມືອງຢູ່ພາກພື້ນ ຕາເວັນອອກກາງ, ອົງການ IAEA ກໍໃກ້ຈະສຳເລັດການປຶກສາຫາລືກັບ ອາຣັບບີ ຊະອຸດິ ກ່ຽວກັບເລື່ອງ ຈະປະຕິບັດກົນໄກຕິດຕາມກວດກາບັນດາຮາກຖານນິວເຄຼຍຢູ່ປະເທດນີ້ເປັນປະຈຳ ແລະ ຮອບດ້ານ ນັບແຕ່ທ້າຍປີນີ້. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນທີ່ຕັ້ງໜ້າໃນສະພາບການມີບາງຄວາມວິຕົກກັງວົນກ່ຽວກັບເລື່ອງ ບັນດາປະເທດເປັນປໍລະປັກຢູ່ຕາເວັນອອກກາງເດີນຕາມບັນດາໂຄງການນິວເຄຼຍສະເພາະຕ່າງຫາກ ເພື່ອຈຸດປະສົງປອດສັນຕິພາບ./.

ຕອບກັບ

ຂ່າວ/ບົດ​ອື່ນ