(vovworld)- ກຳມາທິການການຕ່າງປະເທດຂອງສະພາຕຳ່ອາເມລິກາ ຫາກໍຮັບຮອງເອົາອັນທີ່ເອີ້ນວ່າ“ຮ່າງກົດໝາຍສິດທິມະນຸດ ຫວຽດນາມ HR 1897”. ເລື່ອງຮ່າງກົດໝາຍສະບັບດັ່ງກ່າວນຳບັນຫາສິດທິມະນຸດຕິດກັບບັນດາບ້ວງເງິນຊ່ວຍເຫລືອໄຮ້ມະນຸດສະທຳທີ່ສະຫງວນໃຫ້ແກ່ຫວຽດນາມ ແລະ ຮຽກຮ້ອງລັດຖະບານ ອາເມລິກາ ຈົ່ງມີທ່າທີ່ແຂງກະດ້າງກວ່າທີ່ມີຕໍ່ຫວຽດນາມໃນບັນຫາສິດທິມະນຸດ ແລະ ສິດເສລີພາບໃນການເຊື່ອຖືສາສະຫນາ ໄດ້ເຮັດໃຫ້ຫາງສຽງສາກົນ ແລະ ຫວຽດນາມ ຂັດໃຈ.
ຮ່າງກົດໝາຍສິດທິມະນຸດຫວຽດນາມ HR 1897 ໂດຍສະມາຊິກສະພາສອງທ່ານທີ່ຂຶ້ນກັບພັກສາທາລະນະລັດ ນັ້ນແມ່ນທ່ານ Ed Royce ແລະ ທ່ານ Chris Smith ລິເລີ່ມ ດ້ວຍຄວາມຫວັງ: ຮ່າງກົດໝາຍສະບັບນີ້ຈະຊ່ວຍປັບປຸງສະພາບສິດທິມະນຸດຢູ່ຫວຽດນາມ, ຊຸກຍູ້ຫວຽດນາມ ເຄົາລົບສິດເສລີພາບໃນການເຊ່ືອຖືສາສະຫນາ, ສິດເສລີໃນການປາກເວົ້າ ແລະ ບັນດາສິດປະຊາທິປະໄຕ. ເຂົາເຈົ້າຍົກອອກຂໍ້ອ້າງອີງທີ່ວ່າ “ຫວຽດມາມ ພວມມີການລະເມີດສິດທິມະນຸດຢ່າງຮ້າຍແຮງ”, “ຫວຽດນາມ ສືບຕໍ່ແມ່ນຫນຶ່ງໃນບັນດາປະເທດລະເມີດສິດເສລີພາບໃນການເຊື່ອຖືສາສະຫນາຫລາຍກວ່າໝູ່ຢູ່ໃນໂລກ”. ແຕ່ ບັນດາສະມາຊິກສະພາ (ສສ)ດັ່ງກ່າວ ຍັງບໍ່ທັນມາຫວຽດນາມຈັກເທື່ອ. ເພື່ອເກັບກຳຂໍ້ມູນຂ່າວສານ, ສ້າງຮ່າງກົດໝາຍ HR 1897, ເຂົາເຈົ້າໄດ້ຈັດຕັ້ງບັນດາວາລະອະພິປາຍກັບບັນດາຜູ້ເປັນພະຍານແມ່ນຊາວຫວຽດນາມ, ໃນນັ້ນ ມີຫລາຍຄົນໄດ້ມີການກະທຳລະເມີດກົດໝາຍຫວຽດນາມ, ຈາກນັ້ນ ເຂົາເຈົ້າຍົກອອກບັນດາຄຳກ່າວຫາວ່າ ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດລະເມີດສິດເສລີພາບໃນການເຊື່ອຖືສາສະຫນາຫລາຍກວ່າໝູ່ຢູ່ໃນໂລກ. ພຽງແຕ່ອີງໃສ່ບາງກໍລະນີພິເສດ, ບໍ່ພົ້ນເດັ່ນເທົ່ານັ້ນ ແຕ່ບັນດາ ສສ ອາເມລິກາ ຍົກອອກຄຳກ່າວຫາກ່ຽວກັບສິດເສລີພາບໃນການເຊື່ອຖືສາສະຫນາ, ສິດເສລີກ່ຽວກັບສິດທິມະນຸດຢູ່ຫວຽດນາມ. ເປັນອັນວາ່, ບັນດາຂໍ້ມູນຂ່າວສານໃນຮ່າງກົດໝາຍສິດທິມະນຸດຫວຽດນາມ HR 1897 ຂອງເຂົາເຈົ້າ, ບໍ່ແມ່ນບັນດາຂໍ້ມູນຂ່າວສານທີ່ຄົບຖ້ວນ ແລະ ບໍ່ຖືກກັບຄວາມເປັນຈິງຂອງສິດເສລີກ່ຽວກັບສິດທິມະນຸດຢູ່ຫວຽດນາມ.
ທ່ານ Eni Faleomavaega ສະມາຊິກອະນຸກຳມາທິການ
ການຕ່າງປະເທດ ຂຶ້ນກັບສະພາຕຳ່ອາເມລິກາ
ພາບ:AP
|
ເມື່ອເວົ້າວ່າ: ຫວຽດນາມຂາດສິດເສລີກ່ຽວກັບສິດທິມະນຸດ, ສສ Ed Royce ແລະ Chris Smith, ຊື່ງແມ່ນຜູ້ຄົນມີແນວຄິດຕາຍຕົວສຳລັບສິດທິມະນຸດຢູ່ຫວຽດນາມ ໄດ້ຕັ້ງໃຈຫລົງລືມຄວາມເປັນຈີງທີ່ວ່າ: ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງໃນການຮັບປະກັນສິດທິມະນຸດໃນທຸກຂົງເຂດຄື: ພົນລະເມືອງ, ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ຊື່ງໄດ້ຮັບການຮັບຮູ້ຈາກສາກົນ. ປີ 2006, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຕ້ອງເອົາໃຈໃສ່ພິເສດກ່ຽວກັບສິດເສລີພາບໃນການເຊື່ອຖືສາສະຫນາ. ບົດລາຍງານໃຫມ່ສຸດກ່ຽວກັບສິດເສລີພາບໃນການເຊື່ອຖືສາສະຫນາຢູ່ໃນໂລກຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 20/5 ກໍບໍ່ສະເຫນີຈັດຫວຽດນາມເຂົ້າໃນບັນຊີລາຍຊື່ດັ່ງກ່າວຄືນໃຫມ່. ສສ Chris Smith ເວົ້າວ່າ ຫວຽດນາມ ຄວບຄຸມທຸກກຸ່ມສາສະຫນາ, ຈຳກັດ ແລະ ປັບໄຫມລົງໂທດບັນດາການເຄື່ອນໄຫວດ້ານສາສະຫນາເອກະລາດ ຫາກບໍ່ເຫັນໄດ້ວ່າມາຮອດປະຈຸບັນ, ຫວຽດນາມ ມີສາສະນີກະຊົນສາສະຫນາເກືອບ 20 ລ້ານຄົນ ດ້ວຍຜູ້ມີຍົດຖະບັນດາສັກ, ນັກບວດ 56.125 ອົງ ນັ້ນບໍ່ທັນນັບເຖິງມີຜູ້ເຄື່ອນໄຫວໃນສາສະຫນາຕ່າງໆບໍ່ເປັນທາງການນັບໝື່ນໆຄົນອີກ. ໄລ່ລວມທົ່ວປະເທດ, ສາສະຫນາພຸດມີວັດ 14.043 ແຫ່ງ, ສາສະຫນາຄາໂຕລິກ ມີໂບດ, ຫໍແຈກ 6.003 ແຫ່ງ, ສາສະຫນາໂປຣແຕສະຕັງ ມີໂບດ, ຫໍແຈກ ເກືອບ 500 ແຫ່ງ, ສາສະຫນາ ກາວດາຍ 1.284 ແຫ່ງ, ສະຫນາຮ່ວາຫາວ ມີວັດ 522 ແຫ່ງ, ສາສະຫນາອິດສະລາມ ມີໂບດ 77 ແຫ່ງ. ບັນດາຕົວເລກດັ່ງກ່າວເປັນການພິສຸດໃຫ້ເຫັນວ່າ ສິດເສລີພາບໃນການເຊື່ອຖືສາສະຫນາຢູ່ຫວຽດນາມແມ່ນຊັດເຈັນກວ່າເມື່ອທຽບໃສ່ຂໍ້ມູນຂ່າວສານຊື່ງ ສສ Chris Smith ໄດ້ເຕື້ອງເຖິງ.
ຮ່າງກົດໝາຍສິດທິມະນຸດຫວຽດນາມ HR 1897 ດ້ວຍບັນດາຂໍ້ມູນຂ່າວເສກສັນປັ້ນແຕ່າງກ່ຽວກັບສະພາບສິດທິມະນຸດ, ສາສະຫນາຢູ່ຫວຽດນາມ, ນຳບັນຫາສິດທິມະນຸດຕິດພັນກັບການຊ່ວຍເຫລືອໄຮ້ມະນຸດສະທຳທີ່ມີຕໍ່ຫວຽດນາມ ແລະ ຮຽກຮອ້ງລັດຖະບານ ອາເມລິກາ ວາງເງື່ອນໄຂກ່ຽວກັບສິດທິມະນຸດໃນວິວັດການເຈລະຈາກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືເຂດປາຊີຟີກ ໄດ້ເຮັດໃຫ້ຫາງສຽງຂັດໃຈ. ຢູ່ໃນປະເທດອາເມລິກາເອງ, ສສ Eni Faleomavaega ສະມາຊິກອະນຸກຳມາທິການການຕ່າງປະເທດ ຂຶ້ນກັບສະພາຕຳ່ອາເມລິກາ ຮັບຜິດຊອບ ອາຊີ - ປາຊີຟີກ ໄດ້ອອກແຈ້ງການຫນັງສືພິມຄັດຄ້ານ ພາຍຫລັງ ຮ່າງກົດໝາຍ HR 1897 ໄດ້ຮັບການຮັບຮອງເອົາຈາກກຳມາທິການການຕ່າງປະເທດສະພາຕຳ່ອາເມລິກາ. ດ້ວຍການສັງເຫດໃນຫລາຍແງ່ມູມ, ສສ Faleomavaega ຊີ້ແຈງວ່າ ຮ່າງກົດໝາຍສິດທິມະນຸດຫວຽດນາມ 2013 ບໍ່ສ່ອງແສງຢ່າງຖືກຕ້ອງກ່ຽວກັບສະພາບການຢູ່ຫວຽດນາມ ແລະ ຖືກຜົນສະທ້ອນ ຈາກຊາວອາເມລິກາເຊື້ອຊາດຫວຽດນາມ ຈຳນວນຫນຶ່ງ ທີ່ຂາດເຈດຕະນາດີກັບລັດຖະບານ ຫວຽດນາມ. ສສ Faleomavaega ທະຫານຜ່ານເສີກທີ່ເຂົ້າຮ່ວມສົງຄາມຢູ່ຫວຽດນາມ ກ່ອນນີ້ໄດ້ຖືວ່າ: ກົນອຸບາຍໂຄ່ນລົ້ມອຳນາດການປົກຄອງ ແລະ ຍົກອອກຂໍ້ມູນຂ່າວສານທີ່ຜິດພາດກ່ຽວກັບສະພາບສິດທິມະນຸດຢູ່ຫວຽດນາມ ນັ້ນບໍ່ແມ່ນວິທີຖືກຕ້ອງ. ຕາມທ່ານແລ້ວ ຮອດເວລາບໍ່ຄວນເວົ້າເຖິງ ອະດີດຕະການ ແລະ ເລີ່ມຕົ້ນວິວັດການຮຳບາດແຜສົງຄາມ ລະຫວ່າງ ຊາວອາເມລິກາ ແລະ ຊາວຫວຽດນາມ.
ຄວາມຈິງໃຫ້ເຫັນວ່າ ບັນດາການນຳຫວຽດນາມ ແລະ ອາເມລິກາ ໄດ້ ແລະ ພວມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຍູ້ແຮງການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ແລະ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈກ່ຽວກັບສິດທິມະນຸດລະຫວ່າງສອງປະເທດ. ມາຮອດປະຈຸບັນ, ກົນໄກເຈລະຈາສິດທິມະນຸດ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການປະຕິບັດເປັນປະຈຳ ແລະ ມີປະສິດທິຜົນ. ທັງສອງປະເທດໄດ້ ແລະ ພວມຮ່ວມມືໃນການເຄື່ອນໄຫວມະນຸດສະທຳຢ່າງບໍ່ຢຸດຢັ້ງ ແລະ ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຂອງຫວຽດນາມ ແລະ ຊອກຫາຊາວອາເມລິກາ ຖືກຫາຍສາບສູນໃນສົງຄາມຢູ່ຫວຽດນາມ. ເປັນອັນວ່າ ເລື່ອງກຳມາທິການການຕ່າງປະເທດຂອງສະພາຕຳ່ ອາເມລິກາ ຮັບຮອງເອົາຮ່າງກົດໝາຍສິດທິມະນຸດ ຫວຽດນາມ HR 1897 ບໍ່ເປັນປະໂຫຍດໃຫ້ແກ່ວິວັດການຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາຢ່າງຈະແຈ້ງ. ການກະທຳຜິດພາດດັ່ງກ່າວໄປຝືນກັບທ່າອ່ຽງພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິການັ້ນພຽງແຕ່ແມ່ນການກະທຳບໍ່ມີຄວາມໝາຍເທົ່ານັ້ນ.