ຄຸນ​ຄ່າ​ຂອງ​ເອ​ກະ​ລາດ, ເສ​ລີ​ພາບ

(VOVWORLD) - ຖະແຫຼງການປະກາດເອກະລາດ ໂດຍປະທານ ໂຮ່ຈີມິນ ກ່າວຢູ່ສະໜາມຫຼວງ ບາດິ່ງ ໃນວັນທີ 2 ກັນຍາ ກ່ອນນີ້ 78 ປີ, ແມ່ນຄຳຖະແຫຼງທີ່ສະຫງ່າອົງອາດຕໍ່ກັບໂລກ ກ່ຽວກັບປະເທດ ຫວຽດນາມ ເອກະລາດ, ຊາດ ຫວຽດນາມ ເສລີພາບ ເປັນເຈົ້າຊາຕະກຳຂອງຕົນ. ນັບແຕ່ນັ້ນມາ, ສອງຄຳວ່າ “ເອກະລາດ”, “ເສລີພາບ” ໄດ້ກາຍເປັນເຂັມຊີ້ທິດໃນຕະຫຼອດວິວັດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຊາດ ຫວຽດນາມ ໃນ 78 ປີຜ່ານມາ.
ຄຸນ​ຄ່າ​ຂອງ​ເອ​ກະ​ລາດ, ເສ​ລີ​ພາບ - ảnh 1ປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ ໃນວັນທີ 2/9/1945 (ພາບເອກະສານ)

ຖະແຫຼງການປະກາດເອກະລາດປີ 1945 ໄດ້ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ລະດູໃບໄມ້ຫຼົ່ນເອກະລາດຄັ້ງທໍາອິດ ຂອງປະເທດຊາດ(2/9/1945)ໄດ້ຈົດຈໍາສັດຈະທຳ: ປະເທດ ຫວຽດນາມ ມີສິດໄດ້ຮັບເສລີພາບ ແລະ ເອກະລາດ. ທົ່ວທັງຊາດ ຫວຽດນາມ ຕັດສິນໃຈນຳຈິດໃຈ ແລະ ກຳລັງ, ຊີວິດອິນຊີ ແລະ ຊັບສິນເພື່ອຮັກສາເສລີພາບ ແລະ ເອກະລາດເຫຼົ່ານັ້ນ.

ເອກະລາດ, ເສລີພາບ ແມ່ນຄວາມຄາດຫວັງຂອງທົ່ວທັງຊາດ

ຖະແຫຼງການປະກາດເອກະລາດ ບັນຈຸໄປດ້ວຍເນື້ອໃນຫຼັກແຫຼ່ງແກ່ນສານ, ມີພື້ນຖານນິຕິກຳທີ່ໝັ້ນແກ່ນ ບໍ່ພຽງແຕ່ຢັ້ງຢືນອະທິປະໄຕຂອງຊາດ ຫວຽດນາມ ກັບໂລກ ເທົ່ານັ້ນ ຫາກຍັງເປີດຍຸກສະໄໝໃໝ່ຂອງຊາດ ຫວຽດນາມ, ປະຊາຊົນ ຫວຽດນາມ ໃນເສັ້ນທາງສ້າງສາ ແລະ ພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ໃນຍຸກສະໄໝ ປະທານໂຮ່ຈີມິນ, ເອກະລາດ - ເສລີພາບ ບໍ່ພຽງແຕ່ແມ່ນຄວາມຄາດຫວັງ ຫາກຍັງໄດ້ກາຍເປັນມາດຖານຊີວິດ, ເປັນອຸດົມການເພື່ອສູ້ຊົນ, ເສຍສະຫຼະ ເຊິ່ງປະທານ ໂຮ່ຈີມິນ, ພັກຄອມມູນິດ ຫວຽດນາມ ແລະ ປະຊາຊົນຢຶດໝັ້ນປະຕິບັດ. ກໍຍ້ອນອຸດົມການເຫຼົ່ານັ້ນ, ມາດຖານຊີວິດເຫຼົ່ານັ້ນ ບວກກັບຄວາມເຊື່ອໝັ້ນໄດ້ດຳລົງຊີວິດດ້ວຍຄວາມເອກະລາດ, ເສລີພາບ ແລະ ຄວາມຜາສຸກຢູ່ປະເທດ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ ແລະ ເອກະພາບນັ້ນ ໄດ້ກາຍເປັນກຳລັງໜູນ ເພື່ອໃຫ້ປະຊາຊົນຈົງຮັກພັກດີຕໍ່ພັກ, ສ້າງໄຊຊະນະໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ສືບຕໍ່ວິວັດທະນາການກ້າວຂຶ້ນສັງຄົມນິຍົມ, ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ດ້ວຍຖະແຫຼງການປະກາດເອກະລາດ, ປະເທດ ຫວຽດນາມ ໄດ້ຮັບການຟື້ນຟູ ພາຍຫຼັງທີ່ຖືກເສຍຫາຍ, ເສຍສະຫຼະຊີວິດໃນໄລຍະເວລາຫຼາຍປີ, ສືບຕໍ່ມຸ່ງໄປເຖິງອະນາຄົດທີ່ສົດໃສ, ສູ້ຊົນເພື່ອສັນຕິພາບ, ເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ. ທ່ານ ໂດະດຶກມິງ, ອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

        “ຖະແຫຼງການປະກາດເອກະລາດ ແມ່ນບົດກອນລຳອະມະຕະ, ແມ່ນແສງສະຫວ່າງເຍືອງທາງໃຫ້ແກ່ຊາດ ຫວຽດນາມ ນັບແຕ່ອະດີດຕະຫຼອດຮອດປັດຈຸບັນ ແລະ ອະນາຄົດ. ຫວຽດນາມ ມີທີ່ຕັ້ງພູມີສາດທີ່ພິເສດທີ່ສຸດ, ໂດຍຕັ້ງຢູ່ແຫຼມອິນດູຈີນ, ບົນເສັ້ນທາງຕັດລະຫວ່າງທາງທິດຕາເວັນອອກກັບຕາເວັນຕົກ, ຈາກມະຫາສະໝຸດອິນເດຍ ໄປປາຊີຟິກ, ເປັນປະຕູແລກປ່ຽນການຄ້າອອກສູ່ໂລກ. ໃນວັນນີ້ ແລະ ໃນພາຍພາກໜ້າ, ບັນຫາເອກະລາດ, ອະທິປະໄຕ ຍາມໃດກໍຍັງໄດ້ຮັບການຮັກສາຢ່າງໝັ້ນແກ່ນ”.

ຄຸນ​ຄ່າ​ຂອງ​ເອ​ກະ​ລາດ, ເສ​ລີ​ພາບ - ảnh 2ປະທານ ໂຮ່ຈີມິນ ອີກຄັ້ງໜຶ່ງ ປະກາດຄວາມຕັດສິນໃຈຂອງທົ່ວປວງຊົນທັງຊາດ ບໍ່ຍອມຈຳນົນ (ເດືອນ 9 ປີ 1946). ພາບເອກະສານ

       ເອກະລາດ, ເສລີພາບ: ເຂັມຊີ້ທິດເຍືອງທາງເພື່ອສ້າງສາປະເທດຊາດ

        ໂດຍເສີມຂະຫຍາຍນ້ຳໃຈຂອງຖະແຫຼງການປະກາດເອກະລາດ, ຈາກປະເທດທຸກຍາກ, ຖືກສົງຄາມມ້າງເພທຳລາຍ, ຫວຽດນາມ ໃນວັນນີ້ ໄດ້ດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງສຳເລັດຜົນ. ການເຕີບໂຕເສດຖະກິດສະເລ່ຍບັນລຸລະດັບດີ; ຂອບຂະໜາດ ແລະ ກຳລັງບົ່ມຊ້ອນດ້ານເສດຖະກິດນັບມື້ນັບເພີ່ມຂຶ້ນ; ຄວາມກ້າວໜ້າ, ຍຸຕິທຳສັງຄົມ, ການພັດທະນາວັດທະນະທຳ ແລະ ກິດຈະການກໍ່ສ້າງຊົນນະບົດໃໝ່ກໍບັນລຸຜົນງານຕັ້ງໜ້າຫຼາຍຢ່າງ; ດັດຊະນີພັດທະນາມະນຸດ (HDI) ກໍຄ່ອຍໆໄດ້ຮັບການປັບປຸງ. ທ່ານ ສາດສະດາຈານ. ປອ ວິທະຍາສາດ. ຫວູມິງຢາງ, ໃຫ້ຂໍ້ສັງເກດວ່າ:

        “ບັນດາຜົນງານໂດຍການປະຕິວັດນຳມາໃຫ້ແມ່ນຍິ່ງໃຫຍ່ທີ່ສຸດ. ສິ່ງເຫຼົ່ານັ້ນ ແມ່ນບໍ່ອາດປະຕິເສດໄດ້, ດັ່ງນັ້ນ ພວກເຮົາຈົ່ງເຊື່ອໝັ້ນຕໍ່ເສັ້ນທາງທີ່ພວກເຮົາພວມເດີນຕາມ ແລະ ໝັ້ນໃຈຢ່າງແນວແນ່ວ່າ ສິ່ງສຳຄັນທີ່ສຸດ ເຊິ່ງພວກເຮົາພວມມຸ່ງໄປເຖິງແມ່ນຄວາມຜາສຸກຂອງປະຊາຊົນ, ເພື່ອຄວາມວັດທະນາຖາວອນຂອງປະເທດຊາດ”.  

        ພາຍໃຕ້ມູນມອງສາກົນ, ເພື່ອນມິດໃນໂລກ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະເທດຊາດທີ່ຮັກຫອມສັນຕິພາບ, ເປັນມິດສະໜິດສະໜົມ, ຮັກແພງແຂກຄົນ; ການປ່ຽນແປງ, ບຸກທະລຸຂອງພື້ນຖານເສດຖະກິດ, ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ປະຊາຄົມສາກົນ. ທ່ານເອກອັກຄະລັດຖະທູດ ສ.ກາຊັກສະຖານ ປະຈຳ ຫວຽດນາມ, Yerlan Baizhanov, ແບ່ງປັນວ່າ:

        “ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອປະຫວັດສາດ, ມູນເຊື້ອແຫ່ງຊາດ. ທ່າອ່ຽງຫຼັກແຫຼ່ງຂອງຊີວິດທັນສະໄໝຢູ່ ຫວຽດນາມ ແມ່ນທ່າອ່ຽງພັດທະນາ. ຂ້າພະເຈົ້າເອງເຫັນວ່າ ຄົນລຸ້ນໜຸ່ມຂອງ ຫວຽດນາມ ຫ້າວຫັນຫຼາຍ. ມີເພື່ອນໜຸ່ມຫຼາຍຄົນໄປຮຽນຢູ່ຕ່າງປະເທດມາ, ມີລະດັບພາສາຕ່າງປະເທດດີຫຼາຍ... ແລະ ສຳຄັນທີ່ສຸດແມ່ນທ່າອ່ຽງນີ້ ໄດ້ເກີດດອກອອກຜົນດີ. ພວກຂ້າພະເຈົ້າໄດ້ເຫັນປະຈັກຕາຜົນງານອັນຕັ້ງໜ້ານີ້. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງມີຄວາມເຊື່ອໝັນຢ່າງແນວແນ່ວ່າ ໃນອະນາຄົດ ຫວຽດນາມ ຈະນັບມື້ນັບພັດທະນາຍິ່ງໆຂຶ້ນ”.

        ປັດຈຸບັນ, ຫວຽດນາມ ພວມຫັນເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຄອມມູນິດ ຫວຽດນາມ ໄດ້ວາງອອກໃຫ້ແກ່ອາຍຸການ 2021 – 2026 ໃຫ້ປະກົດຜົນເປັນຈິງ. ກວ່າ 2 ປີເຄິ່ງທີ່ຜ່ານມາ, ຫວຽດນາມ ໄດ້ຄົງຕົວຢ່າງໝັ້ນແກ່ນ ແລະ ສືບຕໍ່ບັນລຸໄດ້ຫຼາຍໝາກຜົນສຳຄັນ, ຮອບດ້ານພໍສົມຄວນ ແລະ ເປັນໜ້າຊື່ນຊົມໃນວິວັດທະນາການຜ່ານຜ່າສິ່ງທ້າທາຍນາໆປະການ ແບບບໍ່ເຄີຍມີມາກ່ອນ.

        ໃນເສັ້ນທາງປະຕິບັດສຳເລັດເປົ້າໝາຍພັດທະນາຂອງທັງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ນ້ຳໃຈເອກະລາດ, ເສລີພາບຂອງຖະແຫຼງການປະກາດເອກະລາດໃນ 78 ປີກ່ອນ ຈະເປັນເຂັ້ມຊີ້ທິດເຍືອງທາງໃຫ້ແກ່ປະຊາຊົນ ຫວຽດນາມ; ກາຍເປັນກໍາລັງໜູນເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍໃໝ່ໃນເສັ້ນທາງພັດທະນາປະເທດຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ