(vovworld)- ທະເລຕາເວັນອອກ ມີຊັບພະຍາກອນ ຢ່າງຫລວງຫລາຍ ກໍຄືມີທີ່ຕັ້ງສຳຄັນ ນັ້ນແມ່ນເສັ້ນທາງຄົມມະນາຄົມຕົ້ນຕໍບົນທະເລຂອງໂລກ. ແຕ່ນີ້ກໍແມ່ນເຂດທີ່ຍາມໃດກໍ່ຊ້ອນແຝງຄວາມສ່ຽງ ຂະນະທີ່ການພິພາດອັນສັບສົນຍັງບໍ່ທັນແກ້ໄຂໄດ້. ເລື່ອງສ້າງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ກ້າວໄປເຖິງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຈະແມ່ນມາດຕະການຢ່າງມີປະສິດທິຜົນ ເພື່ອຮັກສາສະຖຽນລະພາບ, ສັນຕິພາບ ແລະ ມິດຕະພາບ ຢູ່ ເຂດນີ້.
ທ່ານຮອງເລຂາທິການໃຫຍ່ ອາຊຽນ Nyan Lynn
|
ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໄດ້ຮັບການລົງນາມຈາກບັນດາປະເທດ ອາຊຽນ ແລະ ຈີນ ເມື່ອວັນທີ 04/11/2002 ຢູ່ ພະນົມເປັນ ປະເທດ ກຳປູເຈຍ, ແມ່ນເອກະສານການເມືອງສະບັບທຳອິດ ຊື່ງ ອາຊຽນ ແລະ ຈີນ ບັນລຸໄດ້ ມີສ່ວນກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸໃນການພົວພັນລະຫວ່າງ ອາຊຽນ - ຈີນ ກ່ຽວກັບບັນຫາທະເລຕາເວັນອອກ.
ບັນດາບາດກ້າວປະຕິບັດ DOC ນຳມາເຊິ່ງສຽງເວົ້າລວມ
ໃນວິວັດທະນາການ DOC, ວັນທີ 21/7/2011, ຢູ່ ບາລີ, ປະເທດ ອິນໂດເນເຊຍ, ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ກຳນົດແນະນຳການປະຕິບັດ DOC ພາຍຫລັງ 9 ປີແຫ່ງການເຈລະຈາ. ເອກະສານສະບັບນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວໃນວິວັດທະນາການຄຸ້ມຄອງການພິພາດ. ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢຸູ່ທະເລຕາເວັນອອກ ແລະ ຂໍ້ກຳນົດແນະນຳບັນດາຝ່າຍປະຕິບັດ DOC ໄດ້ຮັບການສ້າງຂຶ້ນ ແມ່ນພື້ນຖານເພື່ອໃຫ້ບັນດາປະເທດ ອາຊຽນ ເຈລະຈາກັບຈີນ ເພື່ອແກ້ໄຂບັນດາການພິພາດຢູ່ທະເລຕາເວັນອອກ. ໃນສານຂອງທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ສົ່ງເຖິງກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 5 ຫາກໍດຳເນີນໄປຢູ່ ຮ່າໂນ້ຍ, ໂດຍທ່ານຮອງເລຂາທິການໃຫຍ່ ອາຊຽນ Nyan Lynn ອ່ານທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ:
“ DOC ໄດ້ວາງອອກບັນດາຫລັກການພື້ນຖານນັ້ນແມ່ນ: ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລໃນພາກພື້ນທະເລຕາເວັນອອກ ແລະ ກໍວາງອອກບັນດາຫລັກການປະພຶດໃຫ້ແກ່ບັນດາປະເທດກ່ຽວຂ້ອງເຖິງການພິພາດຢູ່ທະເລຕາເວັນອອກ, ໃນນັ້ນ ຮຽກຮ້ອງບັນດາຝ່າຍຄວນລະງັບໃຈ, ແກ້ໄຂການພິພາດຜ່ານບັນດາມາດຕະການສັນຕິພາບ ແລະ ບໍ່ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. DOC ກໍສ້າງເປັນພື້ນຖານໃຫ້ແກ່ບັນດາການເຄື່ອນໄຫວໂອ້ລົມສົນທະນາກໍຄືກົນໄກຮ່ວມມືພາຍໃນພາກພື້ນ ແລະ ສ້າງພື້ນຖານໃຫ້ແກ່ບັນດາການເຄື່ອນໄຫວ, ລາຍການຮ່ວມມື, ໂຄງການ.”
ໃນໄລຍະກວ່າທົດສະວັດຜ່ານມາ, DOC ໄດ້ກາຍເປັນເສົາຄ້ຳ, ສິ່ງທີ່ຫລັກແຫລ່ງແກ່ນສານໃນການກະທຳຂອງບັນດາປະເທດອາຊຽນ ແລະ ຈີນ ທ່ີກ່ຽວຂ້ອງເຖິງບັນດາບັນຫາພິພາດຢູ່ທະເລຕາເວັນອອກ. ເຖິງ່ຢາງໃດກໍຕາມ, DOC ບໍ່ທັນແມ່ນຈຸດໝາຍສຸດທ້າຍໃນການສະຫນອງບັນດາມາດຕະການໃຫ້ແກ່ບັນຫາພິພາດຢູ່ທະເລ. ທ່ານຮອງເລຂາທິການໃຫຍ່ ອາຊຽນ Nyan Lynn ກໍຍົກສານຂອງທ່ານເລຂາທິການໃຫຍ່ອາຊຽນ, ໃນນັ້ນ ຊີ້ແຈ້ງວ່າ:
“COC ຕ້ອງວາງອອກບັນດາຫລັກການແທດຈິງ ແລະ ໄດ້ຮັບການສ້າງຂຶ້ນບົນພື້ນຖານວິວັດການເຈລະຈາ ໂດຍມີການເຂົ້າຮ່ວມຂອງບັນດາຝ່າຍກ່ຽວຂ້ອງ. ແລະ ໃນອະນາຄົດ, COC ຕ້ອງແມ່ນເຄື່ອງມືດ້ານນິຕິກຳສັງລວມທີ່ມີລັກສະນະຜູກມັດກັບບັນດາປະເທດ ອາຊຽນ ກໍຄື ຈີນ. ຈາກນັ້ນ ສາມາດສ້າງສະພາບແວດລ້ອມໃນຂອບເຂດສັນຕິພາບ, ສະຖຽນລະພາບ, ໝັ້ນຄົງ ເພື່ອແກ້ໄຂບັນດາການພິພາດຢູ່ເຂດທະເລຕາເວັນອອກ.”
ເພື່ອກ້າວໄປເຖິງການສ້າງCOC, ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຄວນມີຄວາມເປັນເອກະພາບກ່ຽວກັບເນື້ອໃນບັນດາມາດຕາທີ່ມີຢູ່ນັ້ນ. ສິ່ງດັ່ງກ່າວບໍ່ແມ່ນງາຍດ່າຍຂະນະທີ່ການສຳພັດກັບ COC ຂອງອາຊຽນ ແລະ ຈີນພວມມີຄວາມແຕກຕ່າງກັນ.
ບັນດາແງ່ທັດສະນະທີ່ຄ້າຍຄືກັນຈາກ DOC ເຖິງ COC
ໃນສະພາບການໂລກ ແລະ ພາກພື້ນພວມຜັນແປໄປຫລາຍຢ່າງ, ຍາມໃດກໍຊ້ອນແຝງຄວາມສ່ຽງອາດຈະເກິດການປະທະກັນ, ບັນຫາກ່ຽວກັບທະເລຕາເວັນອອກໄດ້ຮັບຖືວ່າ ແມ່ນບຸລິມະສິດຂອງທັງ ອາຊຽນ ແລະ ຈີນ ໃນປີ 2013. ໃນປີນີ້ ທັງຝ່າຍອາຊຽນ ແລະ ຈີນ ລ້ວນແຕ່ມີບັນດາການກະທຳທີ່ຕັ້ງຫນ້າເພື່ອຍູ້ແຮງຄວາມຄືບຫນ້າການສ້າງ COC. ສິ່ງດັ່ງກ່າວ ສະແດງໃຫ້ເຫັນຜ່ານຖະແຫລງການຮ່ວມລະຫວ່າງສອງຝ່າຍ ທີ່ກອງປະຊຸມ ອາຊຽນ- ຈີນ ຄັ້ງທີ 6 ເນື່ອງໃນໂອກາດສະເຫລີມສະຫລອງ 10 ປີແຫ່ງການປະຕິບັດ DOC,ການທາບທາມຄຳເຫັນລະຫວ່າງ ອາຊຽນ ແລະ ຈີນ ເມື່ອເດືອນ 9/2013, ພ້ອມກັບຄວາມມານະພະຍາຍາມຂອງແຕ່ລະປະເທດສະມາຊິກ ອາຊຽນ ເພື່ອແກ້ໄຂບັນດາບັນຫາທະເລຕາເວັນອອກ ທີ່ ການເຮັດວຽກກັບການນຳຂັ້ນສູງຝ່າຍຈີນຄັ້ງຕ່າງໆ. ບັນດາຝ່າຍລ້ວນແຕ່ເຫັນດີວ່າ: ເມື່ອບັນດາຝ່າຍກ່ຽວຂ້ອງຍັງຄົງຕ້ອງປະເຊີນຫ້ນາກັບສິ່ງທ້າທາຍໃນພາຍພາກຫນ້າ, ສິ່ງສຳຄັນນັ້ນແມ່ນ ອາຊຽນ ແລະ ຈີນ ຕ້ອງສືບຕໍ່ແບ່ງປັນບັນດາຜົນປະໂຫຍດລວມ, ມີຄວາມຮັບຜິດຊອບລວມ ແລະ ເຈດຈຳນົງດ້ານການເມືອງໃນການສ້າງປະມວນຂໍ້ກຳນົດການປະພຶດ COC ຢ່າງມີປະສິດທິຜົນ. ທ່ານ Ralf Emmers, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບທະເລຕາເວັນອອກ, ສັງກັດໂຮງຮຽນຄົ້ນຄ້ວາສາກົນ S. Rajaratnam (RSIS), ສິງກະໂປ ໄດ້ໃຫ້ຂໍ້ສັງເກດວ່າ:
“ ຕົ້ນປີນີ້,ຈີນ ໄດ້ເຫັນດີເລີ່ມຕົ້ນການທາບທາມຄຳເຫັນຢ່າງເປັນທາງການກ່ຽວກັບ COC. ນີ້ແມ່ນການປ່ຽນແປງທັດສະນະຢ່າງຕັ້ງຫນ້າຂອງຈີນ ເພາະວ່າ ກ່ອນນີ້ ຈີນ ມີທັດສະນະແຂງກະດ້າງກ່ຽວກັບວິວັດການທາບທາມ COC ແລະ ຖືວ່າ ບໍ່ທັນຮອດເວລາເພື່ອດຳເນີນວຽກງານນີ້. ດ້ວຍຄວາມເຫັນດີດັ່ງກ່າວ, ຂ້າພະເຈົ້າຄິດວ່າ ນີ້ແມ່ນບາດກ້າວຄືບຫນ້າໃຫຍ່. ”
ຮັບປະກັນການຮັກສາພື້ນຖານສັນຕິພາບ,ສະຖຽນລະພາບໃນພາກພື້ນ
ບັນດາບັນຫາທະເລຕາເວັນອອກແມ່ນຫນຶ່ງໃນບັນດາບັນຫາກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ. ເຖິງຢ່າງໃດກໍຕາມ, ຖ້າຫາກບັນດາບັນຫານີ້ບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ ຈະພາໄປເຖິງຂໍ້ຂັດແຍ້ງລະຫວ່າງບັນດາຝ່າຍ, ສົ່ງຜົນສະທ້ອນທີ່ບໍ່ດີເຖິງສະພາບການຢູ່ເຂດທະເລຕາເວັນອອກ ຊື່ງເຄີຍໄດ້ຮັບຖືວ່າແມ່ນເຂດພິພາດທີ່ສະດຸງໄວໃນຫລາຍປີຜ່ານມາ. ທ່ານນາງ Li Jianwei, ຜູ້ອຳນວຍການສູນຄົ້ນຄ້ວາເສດຖະກິດທະເລ, ສະຖາບັນຄົ້ນຄວ້າແຫ່ງຊາດກ່ຽວກັບທະເລຕາເວັນອອກ, ປະເທດຈີນ ຖືວ່າ:
“ ສັນຕິພາບ ແລະ ຄວາມໝັ້ນຄົງມີບົດບາດສຳຄັນສຳລັບທຸກປະເທດ, ບໍ່ພຽງແຕ່ບັນດາປະເທດ ອາຊຽນ ແລະ ຈິນເທົ່ານັ້ນ ຫາກການປະຕິບັດຕາມກົດໝາຍກໍແມ່ນຄວາມສຳຄັນຍິ່ງສຳລັບອາຊຽນ ແລະ ຈິນ. ການປະຕິບັດຕາມກົດໝາຍແມ່ນສວມບົດບາດສຳຄັນຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ. ບັນດາມາດຕະການລະອຽດໄດ້ຮັບການປະຕິບັດເພື່ອສາມາດຊຸກຍູ້ຄຳໝັ້ນສັນຍາປະຕິບັດຈາກ DOC ເຖິງ COC."
ການເຂົ້າຮ່ວມຂອງ ຈິນ ກັບ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກຈະຊ່ວຍເພິ່ມທະວີບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງໃຕ້. ຈິນ ແລະ ອາຊຽນ ດຳເນີນບັນດາໂຄງການຮ່ວມມືບົນພື້ນຖານ DOC, ສິ່ງດັ່ງກ່າວເປີດກາລະໂອກາດສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຈາກນັ້ນສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ບັນດາການປຶກສາຫາລືກ່ຽວກັບ COC. ບັນດາສັນຍານຕັ້ງໜ້ານີ້ອາດຈະນຳມາເຊິ່ງຄວາມມຸ້ງຫວັງກ່ຽວກັບການຮ່ວມມືລະຫວ່າງບັນດາຝ່າຍຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນການຮັກສາພື້ນຖານສັນຕິພາບ, ສະຖຽນລະພາບໃນພາກພື້ນ.