(vovworld) - ການສະເຫລີມສະຫລອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2013) ແມ່ນຈຸດເວລາເປັນຂີດໝາຍປີຫນຶ່ງແຫ່ງການຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບບາງບັນຫາຮີບດ່ວນໃນການກໍ່ສ້າງພັກ, ໃນນັ້ນ ມີການເຄື່ອນໄຫວຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນໃນທົ່ວພັກ. ບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ ແລະ ກວ້າງຂວາງນີ້ ໄດ້ສົ່ງຜົນສະທ້ອນຕັ້ງຫນ້າ, ປະກອບສ່ວນບໍ່ຫນ້ອຍເຂົ້າໃນຫນ້າທີ່ກໍ່ສ້າງ, ປັບປຸງພັກ.
ການເຄື່ອນໄຫວຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ໃນພັກກອມມູນິດ ຫວຽດນາມ ໄດ້ຮັບການປະຕິບັດເປັນປະຈຳນັບແຕ່ກອ່ນມາຮອດປະຈຸບັນ. ເຖິງຢ່າງໃດກໍຕາມ, ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ກ່ຽວກັບບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກປະຈຸບັນ ໄດ້ຮັບການປະຕິບັດໃນປີ 2012 ແມ່ນບັ້ນດຳເນີນຊີວິດການເມືອງສຳຄັນພິເສດ ເພື່ອຄວາມໂປ່ງໄສ, ເຂັ້ມແຂງຂອງພັກ ແລະ ກາຍເປັນຈຸດເດັ່ນໃນວຽກງານກໍ່ສ້າງພັກ. ດຣ ຫງວຽນດຶກຮ່າ, ຫົວຫນ້າກົມຮັບຜິດຊອບວຽກງານພັກຂັ້ນຮາກຖານ, ສັງກັດຄະນະຈັດຕັ້ງສູນກາງໃຫ້ຮູ້ວ່າ:
“ບັ້ນຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ຄັ້ງນີ້ແມ່ນປະຕິບັດໃນທົ່ວພັກ. ພວກເຮົາປະຕິບັດຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ປະຕິບັດຢູ່ໝູ່ຄະນະກ່ອນ, ສ່ວນບຸກຄົນເຮັດຕາມຫລັງ. ພິເສດ ກ່ອນທີ່ ປະຕິບັດການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ຕ້ອງຮັບເອົາຄວາມເຫັນປະກອບຈາກບັນດາອົງການ, ສ່ວນບຸກຄົນ. ພວກເຮົາ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ເພື່ອເສີມຂະຫຍາຍຈຸດດີ, ປັບປຸງຈຸດອ່ອນ. ”
|
ບັ້ນ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນພາຍໃນພັກ ດຳເນີນໄປແຕ່ເດືອນ 8 ຮອດທ້າຍເດືອນ 12/2012, ເຊິ່ງເລີ່ມປະຕິບັດຈາກກົມການເມືອງ, ຄະນະເລຂາສູນກາງພັກ ຕະຫລອດຮອດຄະນະພັກຂັ້ນຕ່າງໆ, ຄະນະການນຳອົງການສຳນັກງານ, ຫົວຫນ່ວຍຕ່າງໆ ແລະ ພະນັກງານ, ສະມາຊິກພັກ ແຕ່ລະຄົນໃນທົ່ວພັກ, ຈາກສູນກາງລົງຮອດຂັ້ນຮາກຖານ. ບັນດາເນື້ອໃນສຳຫລວດກວດຄືນຂອງບັນດາໝູ່ຄະນະ ແລະ ສ່ວນບຸກຄົນໃນທົ່ວພັກ ແມ່ນປະຕິບັດຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4, ບັນດາບັນຫາຮ້ອນເຮັ່ງ, ຄວາມສົນໃຈຂອງພະນັກງານ, ສະມາຊິກພັກ ລ້ວນແຕ່ຖືກນຳມາປຶກສາຫາລື, ໄຈ້ແຍກ ແລະ ຖອດຖອນບົດຮຽນຢ່າງເລິກເຊິ່ງ. ບັ້ນດຳເນີນຊີວິດການເມືອງຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນໃນປີ 2012 ບັນລຸໄດ້ໝາກຜົນຕັ້ງຫນ້າ. ຮອງສາດສະດາຈານ, ດຣ ຫວູວັນຟຸກ, ຫົວຫນ້າບັນນາທິການວາລະສານກອມມູນິດ ຖືວ່າ:
“ໝາກຜົນທີ່ບັນລຸໄດ້ນັ້ນກ່ອນອື່ນໝົດແມ່ນ: ການເປັບແບບຢ່າງຂອງໝູ່ຄະນະກົມການເມືອງ, ຄະນະເລຂາສູນກາງພັກ ແລະ ກຳມະການແຕ່ລະຄົນ. ນັ້ນແມ່ນພື້ນຖານເພື່ອໃຫ້ພະນັກງານ, ສະມາຊິກພັກທຸກຄົນ ແລະ ອົງການພັກຂັ້ນຮາກຖານ ຜັນຂະຫຍາຍບັ້ນສຳຫລວດກວດຄືນຢ່າງເຂັ້ມງວດ. ເລື່ອງສຳຫລວດກວດຄືນຂອງກົມການເມືອງ, ຄະນະເລຂາ ໄດ້ສ້າງກຳລັງຫນູນໃຫມ່ໃນແນວຄິດຈິດໃຈຂອງພະນັກງານ, ສະມາຊິກພັກ. ພະນັກງານ,ສະມາຊິກພັກ ສ່ວນຫລາຍລໍຖ້າໝາກຜົນແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4.”
ພ້ອມກັບການເຄື່ອນໄຫວ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ, ວຽກງານກໍ່ສ້າງພັກໃນປີ 2012 ຍັງເອົາໃຈໃສ່ເປັນພິເສດເຖິງການເຊີດຊູລັກສະນະນຳຫນ້າ, ເປັນແບບຢ່າງຂອງຫົວຫນ້າອົງການສຳນັກງານ, ຫົວຫນ່ວຍ. ວຽກງານຈັດຕັ້ງ ພະນັກງານ ແລະ ບັ້ນດຳເນີນຊີວິດພັກກໍມີການປ່ຽນແປງໃຫມ່. ບັນດາມາດຕະການກ່ຽວກັບກົນໄກ, ນະໂຍບາຍ, ການສຶກສາດ້ານການເມືອງ, ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກໄດ້ຮັບຄວາມເອົາໃຈໃສ່ປະຕິບັດໃນທົ່ວພັກ. ປະສິດທິຜົນຂອງບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ຄັ້ງນີ້ ໄດ້ສົ່ງຜົນສະທ້ອນບໍ່ຫນ້ອຍເຖິງຫນ້າທີ່ກໍ່ສ້າງພັກ ແລະ ປັບປຸງພັກ, ໃນເບື້ອງຕົ້ນສະກັດກັ້ນການເຊື່ອມທາດຂາດຄູນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃນພະນັກງານ, ສະມາຊິກພັກພາກສ່ວນຫນຶ່ງ. ຮອງສາດສະດາຈານ, ດຣ ຫວູວັນຟຸກ ເນັ້ນຫນັກວ່າ:
“ພະນັກງານ, ສະມາຊິກພັກຫລັກແຫລ່ງ, ຂັ້ນສູງສຸດຂອງພັກແຕ່ລະຄົນ ຕະຫລອດຮອດພະນັກງານ, ສະມາຊິກພັກຂັ້ນຮາກຖານ ລ້ວນແຕ່ຕີລາຄາຈຸດດີຈຸດອ່ອນຂອງຕົນ. ໝູ່ຄະນະພຽງປະກອບຄຳເຫັນໃຫ້ແກ່ພະນັກງານ, ສະມາຊິກພັກແຕ່ລະຄົນ, ຫລັງຈາກນັ້ນແຕ່ລະຄົນກໍຖອດຖອນຈຸດດີ, ຈຸດອ່ອນໄດ້ ເພື່ອແກ້ໄຂຕາມທິດຕັ້ງຫນ້າ. ທີສອງ ຜ່ານການຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4, ປະຊາຊົນກໍຕິດຕາມກວດກາການຝຶກຝົນຫລໍ່ຫລອມຂອງແຕ່ລະອົງການພັກ, ພະນັກງານ, ສະມາຊິກພັກແຕ່ລະຄົນຢ່າງແຫນ້ນແຟ້ນກວ່າ ແລະ ໃກ້ຊິດຕິດແທດກວ່າ.”
ພາບປະກອບ:internet
|
ການເຄື່ອນໄຫວ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ ຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ໃນປີ 2012 ໄດ້ກາຍເປັນເຫດການການເມືອງພົ້ນເດັ່ນໃນພັກ, ສົ່ງຜົນກະທົບເຖິງກິດຈະການກໍ່ສ້າງ ແລະ ປັບປຸງພັກ ເພື່ອຍົກສູງປະສິດທິຜົນການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຈາກໝາກຜົນນີ້, ການປະຕິບັດລະບອບສຳຫລວດກວດຄືນ, ຕຳນິຕິຊົມຕົນເອງ ແລະ ການຕຳນິຕິຊົມກັນຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ຈະໄດ້ຮັບການປະຕິບັດເປັນປະຈຳໃນພັກ, ຕິດພັນກັບການປະຕິບັດຫນ້າທີ່, ພາລະບົດບາດຂອງພະນັກງານ, ສະມາຊິກພັກແຕ່ລະຄົນ, ປະກອບສ່ວນເພີ່ມກຳລັງແຮງການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ໃນສະພາບການທີ່ປະເທດ ຫວຽດນາມ ນັບມື້ນັບພັດທະນາ, ເຊື່ອມໂຍງເຂົ້າກັບປະຊາຄົມໂລກ.