(vovworld) - ວັນທີ 21/8, ບັນດາເຈົ້າຫນ້າທີ່ການຄ້າ 3 ປະເທດ ຈີນ - ຍີ່ປຸ່ນ ແລະ ສເກົາຫລີ ໄດ້ພົບປະກັນຢູ່ນະຄອນ ຈິງຕາວ ພາກເຫນືອຂອງຈີນ ເພື່ອສືບຕໍ່ເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) 3 ຝ່າຍ. ເຖິງວ່າໃນສະພາບການພົວພັນທາງການທູດລະຫວ່າງ 3 ປະເທດພວມເຄັ່ງຕຶງຍ້ອນການພິພາດໝູ່ເກາະ, ແຕ່ວົງການໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ: ບັນດາການປະທະກັນດັ່ງກ່າວຈະບໍ່ສົ່ງຜົນສະທ້ອນເຖິງວິວັດການເຊັນສັນຍາ FTA ຍ້ອນບັນດາຜົນປະໂຫຍດດ້ານເສດຖະກິດອັນໃຫຍ່ຫລວງ ຊຶ່ງ FTA ນຳມາໃຫ້ແຕ່ລະປະເທດ.
ໝູ່ເກາະພິພາດລະຫວ່າງ ສ ເກົາຫລີ ແລະ ຍີ່ປຸ່ນ
ພາບ: internet
|
ຕາມແຫລ່ງຂ່າວຈາກຫນ້າເວັບຂອງ ວິທະຍຸ KBS ຂອງສເກົາຫລີ ແລ້ວ, ທີ່ການພົບປະຄັ້ງນີ້, ບັນດາຝ່າຍຈະແກ້ໄຂບັນຫາຕ່າງໆໃນເບື້ອງຕົ້ນຄື: ຫລັກການພື້ນຖານຂອງສັນຍາການຄ້າ 3 ຝ່າຍ, ຂອບເຂດຂົງເຂດເສດຖະກິດກໍຄືບັນດາບັນຫາລະບຽບການ, ສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາກ່ອນນີ້, ເປັນຕົ້ນແມ່ນຄຳໝັ້ນສັນຍາທີ່ໄດ້ຮັບຮອງເອົາໃນການເຈລະຈາຮອບທຳອິດກ່ຽວກັບ FTA ຢູ່ ຍີ່ປຸ່ນ ເມື່ອເດືອນ 6/2012 ຜ່ານມາ, ຄວາມຕັດສິນໃຈສືບຕໍ່ການປຶກສາຫາລືສຳຄັນກ່ອນທ້າຍປີນີ້ເພື່ອກ້າວໄປເຖິງການສ້າງຂໍ້ຕົກລົງດ້ານການຄ້າເສລີ 3 ຝ່າຍ ໃນໄລຍະໃກ້ທີ່ສຸຸດ.
ຄວາມຈິງສະແດງໃຫ້ເຫັນວ່າ, ນີ້ບໍ່ແມ່ນຄັ້ງທຳອິດທີ່ບັນດາຝ່າຍຍົກບັນຫາກ່ຽວກັບ FTA ມາປຶກສາຫາລື. ນັບແຕ່ເມື່ອປັກກິ່ງ ສະເຫນີຂໍ້ລິເລີ່ມສ້າງຕັ້ງເຂດການຄ້າເສລີໃນທ້າຍປີ 2002, 3 ປະເທດ ໄດ້ຕັດສິນໃຈສືບຕໍ່ເດີນຕາມວິວັດການເຈລະຈາ FTA. ສິ່ງດັ່ງກ່າວໄດ້ຊ່ວຍຊຸກຍູ້ການຄ້າລະຫວ່າງບັນດາຝ່າຍພັດທະນາ. ລະອຽດຄື: ໃນຫນຶ່ງທົດສະວັດຜ່ານມາ, ວົງເງິນການຄ້າລະຫວ່າງສາມປະເທດ ໄດ້ເພີ່ມຂຶ້ນທົບ 5 ເທົ່າ ແລະ ປະຈຸບັນ ໄດ້ລື່ນກາຍ 690 ຕື້ USD. ຈີນ ກາຍເປັນປະເທດຄູ່ຮ່ວມມືລາຍໃຫຍ່ຂອງ ຍີ່ປຸ່ນ ແລະ ສ ເກົາຫລີ, ໃນຂະນະຍີ່ປຸ່ນ ແລະ ສເກົາຫລີ ຢືນອັນດັບທີ 4 ແລະ ທີ 6 ໃນຈຳນວນບັນດາຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງຈີນ. ປີ 2011, ວົງເງິນການຄ້າ ຈີນ - ຍີ່ປຸ່ນ ບັນລຸກວ່າ 340 ຕື້ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2010. ວົງເງິນການຄ້າ ຈີນ ແລະ ສ ເກົາຫລີ ບັນລຸກວ່າ 250 ຕື້ USD ແລະ ຄາດວ່າ ປີ 2015 ສາມາດບັນລຸ 300 ຕື້ USD.
ພ້ອມກັບບັນດາກຳລັງແຮງທາງດ້ານເສດຖະກິດໂດຍ FTA ນຳມາໃຫ້, ແຕ່ລະປະເທດລ້ວນແຕ່ມີການຄິດໄລ່ສະເພາະຂອງຕົນກ່ຽວກັບຜົນປະໂຫຍດຍຸດທະສາດ. ກ່ອນນີ້ ຈີນ ບໍ່ສົນໃຈເຖິງ FTA ລະຫວ່າງ 3 ປະເທດປານໃດ, ແຕ່ໃນສະພາບການທີ່ ສເກົາຫລີ ແລະ ອາເມລິກາ ໄດ້ສ້າງຕັ້ງ FTA, ຍີ່ປຸ່ນ ໄດ້ເຂົ້າຮ່ວມສັນຍາເສດຖະກິດເຂດປາຊີປີກ (TPP) ໂດຍອາເມລິກາ ປຸກລະດົມ, ສະນັ້ນ ຈີນ ບໍ່ຢາກຖືກຕົກຢູ່ໂດດດ່ຽວໃນອາຊີ ປາຊີຟີກ ເປັນຕົ້ນແມ່ນຢູ່ເຂດຕາເວັນອອກສຽງເຫນືອ. ນອກນັ້ນ, ດ້ວຍກຳລັງແຮງທາງດ້ານເສດຖະກິດຂອງຕົນ, ພາຍຫລັງ FTA ລະຫວ່າງ 3 ປະເທດໄດ້ຮັບການສ້າງຂຶ້ນ, ຈີນ ຢາກນຳໃຊ້ FTA ເພື່ອຮັກສາທີ່ຕັ້ງບົດບາດເປັນປະເທດແຜ່ອຳນາດທາງດ້ານເສດຖະກິດຂອງຕົນ. ສຳລັບ ຍີ່ປຸ່ນ, FTA ທັງຊ່ວຍປະເທດນີ້ເປີດກວ້າງຕະຫລາດສິນຄ້າຂອງຕົນຢູ່ ຈີນ, ດ້ານອື່ນໂດຍອີງໃສ່ TPP ເພື່ອ ຈຳກັດຈີນ. ສ່ວນ ສເກົາຫລີ, ນັບແຕ່ເມື່ອບືນຕົວຂຶ້ນກາຍເປັນປະເທດມີການເຕີບໂຕດ້ານການຄ້າຢ່າງແຂງແຮງ, ສເກົາຫລີ ບໍ່ອາດເມີນເສີຍຕໍ່ຫນ້າສອງປະເທດ ຈີນ ແລະ ຍີປຸ່ນ ສ້າງຕັ້ງ FTA ເພື່ອຍູ້ສິນຄ້າຂອງຕົນອອກຈາກຕະຫລາດສອງປະເທດນີ້.
ຜູ້ນຳ 3 ປະເທດ ຈີນ, ເກົາຫລີ ແລະ ຍີ່ປຸ່ນ
ພາບປະກອບ: internet
|
ເປັນທີ່ຈະແຈ້ງແລ້ວວ່າ, FTA ແມ່ນສິ່ງທີ່ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງບໍ່ຄວນຖືເບົາ, ເຖິງຢ່າງໃດກໍຕາມ, ວິວັດທະນາການເຈລະຈານີ້ຖືກປະສົບກັບສິ່ງກີດຂວາງຍ້ອນຄວາມບໍ່ລົງລອຍກັນໃນຂົງເຂດການເມືອງ, ການທູດ, ການທະຫານ ແລະ ຜົນປະໂຫຍດຍຸດທະສາດ. ຍ້ອນສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາຝ່າຍບໍ່ທັນຊອກໄດ້ສຽງເວົ້າລວມໃນຕະຫລອດ 10 ປີ ຜ່ານມາ. ໃນຂະນະສະພາບຫນິ້ສິນຂອງລັດຢູ່ ເອີລົບ ນັບມື້ນັບຮ້າຍແຮງ, ພື້ນຖານເສດຖະກິດຂອງອາເມລິກາ ບໍ່ເຕີບໂຕປານໃດ, ພາກພື້ນອາຊີ ປາຊີຟີກ ພວມກາຍເປັນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງໂລກ ໄດ້ເຮັດໃຫ້ 3 ປະເທດມີການສັງເກດຢ່າງຕັ້ງຫນ້າກວ່າ. ເພາະສະນັ້ນ ເລື່ອງບັນດາຝ່າຍປະຄວາມເຄັ່ງຕຶງ, ການພິພາດທີ່ກ່ຽວຂ້ອງເຖິງເຂດໝູ່ເກາະ ໄວ້ກ່ອນເພື່ອພ້ອມກັນປຶກສາຫາລື, ຊອກຫາເສັ້ນທາງສະດວກທີ່ສຸດໃຫ້ແກ່ການເຈລະຈາດ້ານການຄ້າ ແມ່ນສິ່ງທີ່ໄດ້ຮັບການຮັບຮູ້ວ່າແມ່ນສອດຄ່ອງກັບທ່າອ່ຽງປະຈຸບັນ.
ເພື່ອກະກຽມໃຫ້ແກ່ການພົບປະສຳຄັນຢູ່ນະຄອນຈິງຕາວນີ້, ເດືອນ 6/2012, ເຈົ້າຫນ້າທີ່ການຄ້າ 3 ປະເທດ ໄດ້ພົບປະຢູ່ ນະຄອນຫລວງ ໂຕກຽວ ຂອງ ຍີ່ປຸ່ນ ເພື່ອດຳເນີນການປຶກສາຫາລືຄັ້ງທຳອິດກ່ຽວກັບ FTA. ກ່ອນຫນ້ານັ້ນ ໃນເດືອນ 5/2012, ບັນດາທ່ານລັດຖະມົນຕີກະຊວງການຄ້າ 3 ປະເທດ ໄດ້ພົບປະກັນຢູ່ ນະຄອນຫລວງ ປັກກ່ີງ ປະເທດ ຈີນ ແລະ ໄດ້ເຫັນດີສືບຕໍ່ການເຈລະຈາສຳຄັນກ່ອນທ້າຍປີ 2012 ເພື່ອສ້າງສັນຍາການຄ້າເສລີ 3 ຝ່າຍ. ທີ່ກອງປະຊຸມຂັ້ນສູງ ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ຄັ້ງທີ 5 ດຳເນີນໄປຢູ່ ປັກກີ່ງ ເມື່ອກາງເດືອນ 5/2012 ຜ່ານມາ, 3 ປະເທດ ໄດ້ອອກຖະແຫລງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຮ່ວມມືຮອບດ້ານ 3 ຝ່າຍ ໂດຍໝັ້ນໝາຍເພີ່ມທະວີການພົວພັນຮ່ວມມືມຸ່ງໄປເຖິງອະນາຄົດ. ບັນດາການນຳໄດ້ຢືນຢັນວ່າ ຈະຍູ້ແຮງການຮ່ວມມືດ້ວຍລັກສະນະສ້າງສະພາບແວດລ້ອມການແກ້ງແຍ້ງໃຫ້ແກ່ດ້ານການຄ້າ ແລະ ການລົງທຶນ. ກ່ອນດຳເນີນການພົບປະ, ວັນທີ 20/8, ເພື່ອຫລຸດຜ່ອນຄວາມເຄັ່ງຕຶງທີ່ຫາກໍ່ເກີດຂຶ້ນໃນການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງການພິພາດຢູ່ໝູ່ເກາາະ Sensaku, ກ່າວຄຳເຫັນໃນການປະຊຸມຂ່າວ, ທ່ານ Osamu Fujimura ຫົວຫນ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ຊີ້ແຈງວ່າ: ທັງສອງປະເທດ ລ້ວນແຕ່ບໍ່ຢາກໃຫ້ບັນຫາພິພາດໝູ່ເກາະດັ່ງກ່າວສົ່ງຜົນສະທ້ອນເຖິງການພົວພັນສອງຝ່າຍ. ການພົວພັນ ກັບຈີນ ແມ່ນຫນຶ່ງໃນບັນດາສາຍພົວພັນສຳຄັນທີ່ສຸດສຳລັບ ຍີ່ປຸ່ນ ແລະ ຂາດບໍ່ໄດ້ສຳລັບຄວາມສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ອາຊີ ປາຊີຟີກ. ໂຕກຽວ ປາດຖະຫນາຢາກສືບຕໍ່ເພ່ີມພູນຄູນສ້າງການພົວພັນທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດ.
Le Phuong