ໜຶ່ງໃນບັນດາບັນຫາທີ່ສຳຄັນຖືກນຳມາປຶກສາຫາລືໃນກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຊຶ່ງພວມດຳເນີນຢູ່ ຮ່າໂນ້ຍ, ນັ້ນແມ່ນການປ່ຽນແປງໃໝ່, ເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່.
ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານ
ສູນກາງ ພັກກອມມູນິດຫວຽດນາມຊຸດທີ 11
|
ຕາມທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ້ຈ້ອງແລ້ວ, ໃນທຸກໆໄລຍະ, ວຽກງານຂົນຂວາຍປະຊາຊົນລ້ວນແຕ່ມີຄວາມໝາຍຍຸດທະສາດຕໍ່ພາລະກິດປະຕິວັດຂອງປະເທດຊາດ. ໃນສະຖານະການທີ່ພວມມີການຜັນແປປ່ຽນແປງຫຼາຍຢ່າງໃນປະຈຸບັນ, ວຽກງານຂົນຂວາຍປະຊາຊົນຍິ່ງມີຄວາມສຳຄັນ ແລະ ບໍ່ຄວນຖືເບົາ. ທ່ານຫງວຽນວັນຮຸ່ງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຖືວ່າ ເລື່ອງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມຕັ້ງບັນຫາປ່ຽນແປງໃໝ່ ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່ ແລະ ກຳນົດທິດບັນດາວິທີການແກ້ໄຂເພື່ອເພີ່ມທະວີກຳລັງແຮງຂອງ ວຽກງານຂົນຂວາຍປະຊາຊົນ, ຈະເປັນກຳລັງຊຸກຍູ້ເພື່ອໃຫ້ວຽກງານນີ້ບັນລຸປະສິດທິຜົນໃນໄລຍະທີ່ຈະມາເຖິງ. ທ່ານຫງວຽນວັນຮຸ່ງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວວ່າ :
“ວຽກງານຂົນຂວາຍປະຊາຊົນຂອງພັກມີບົດບາດສຳຄັນທີ່ສຸດ, ນີ້ແມ່ນໜ້າທີ່ຍຸດທະສາດຂອງການປະຕິວັດ. ເລື່ອງເພີ່ມທະວີ, ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນແມ່ນເພື່ອສ້າງສາຍພົວພັນຢ່າງສະໜິດແໜ້ນກ່ວາລະຫວ່າງພັກກັບປະຊາຊົນ. ກອງປະຊຸມຄັ້ງນີ້ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບຈຸດໝາຍ, ທັດສະນະ, ໜ້າທີ່ ແລະ ວິທີການແກ້ໄຂເພື່ອເພີ່ມທະວີ ວຽກງານຂົນຂວາຍປະຊາຊົນຂອງພັກໃນສະພາບການໃໝ່ ແມ່ນສິ່ງທີ່ຈຳເປັນ.”
ບັນຫາທີ່ວາງອອກ, ນັ້ນແມ່ນໄປຄຽງຄູ່ກັບການສ້າງແຜນນະໂຍບາຍ, ນະໂຍບາຍໃຫ້ສົມບູນແບບ, ສອດຄ່ອງກັບພຶດຕິກຳຊີວິດຕົວຈິງ, ການປ່ຽນແປງໃໝ່ແບບວິທີດຳເນີນການຂົນຂວາຍປະຊາຊົນຕ້ອງຮັບຖືເປັນສຳຄັນ. ໃນໄລຍະປະຈຸບັນ, ບັນຫາທີ່ສຳຄັນກ່ວາໝູ່ ນັ້ນແມ່ນຄະນັກພັກ, ອຳນາດການປົກຄອງຂັ້ນຕ່າງໆຕ້ອງປຸກລະດົມສະຕິປັນຍາຂອງປະຊາຊົນ, ຊ່ວຍເຂົາເຈົ້າມີຄວາມເປັນຈິດໜຶ່ງໃຈດຽວໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເພື່ອໃຫ້ແຕ່ລະຄົນກາຍເປັນຜູ້ອາສາສະໝັກເຮັດ ວຽກງານຂົນຂວາຍປະຊາຊົນ. ທັງນີ້ ກໍເປັນການເພີ່ມທະວີລັກສະນະປະຊາທິປະໄຕ, ການໜູນຊ່ວຍຊຶ່ງກັນ ແລະ ກັນລະຫວ່າງບັນດາຜູ້ເຮັດ ວຽກງານຂົນຂວາຍປະຊາຊົນ ແລະ ພະນັກງານສະມາຊິກພັກ, ປະຊາຊົນ, ທັງເປັນການຍົກສູງປະສິດທິຜົນຂອງ ວຽກງານຂົນຂວາຍປະຊາຊົນ. ທ່ານນາງປະລີຍາໂທ ຝ້າມທິຍືກີງ ອາຈານສອນສັງກັດພະແນກ ຂົນຂວາຍປະຊາຊົນ, ໂຮງຮຽນການເມືອງ ເງະອານ ໄດ້ແບ່ງປັນກ່ຽວກັບວຽກງານຍົກສູງຄຸນນະພາບຖັນແຖວພະນັກງານ ເຮັກວຽກງານຂົນຂວາຍປະຊາຊົນວ່າ :
“ ສິ່ງທີ່ຄວນເອົາໃຈໃສ່ທີ່ສຸດໃນປະຈຸບັນ, ນັ້ນແມ່ນຄວາມຮັບຜິດຊອບຂອງຖັນແຖວພະນັກງານໃນບັນຫາຮັບໃຊ້ປະຊາຊົນ. ຄວາມຮັບຜິດຊອບຂອງ ຖັນແຖວພະນັກງານ, ໂດຍທາງກົງແມ່ນບັນດາຜູ້ເຄີຍລົງພົບປະເຮັກວຽກກັບປະຊາຊົນ ແມ່ນຕ້ອງເລີ່ມຕົ້ນຈາກຄະນະພັກ, ອຳນາດການປົກຄອງຂັ້ນຮາກຖານ ແລະ ເລີ່ມຕົ້ນຈາກ ຖັນແຖວພະນັກງານຄະນະພັກຊຶ່ງແມ່ນບັນດາຜູ້ເປັນແບບຢ່າງເພື່ອສ້າງກຳລັງແຜ່ຂະຫຍາຍ ”
ໃນຂະນະນັ້ນ, ອະດີດຮອງປະທານສະພາແຫ່ງຊາດຫວຽດນາມ ທ່ານ ເຈືອງກວາງເດືອກ ພັດຖືວ່າ : ຄຳເວົ້າ ແລະ ການກະທຳ, ບົດຮຽນທີ່ກະທັດລັດກ່ຽວກັບ ວຽກງານຂົນຂວາຍປະຊາຊົນຂອງທ່ານປະທານໂຮ່ຈິມິນ, ແມ່ນເຂັມຊີ້ທິດຂອງ ວຽກງານຂົນຂວາຍປະຊາຊົນໃນທຸກໆສະໄໝ. ໃນໄລຍະປະຈຸບັນ, ວຽກງານຂົນຂວາຍປະຊາຊົນຕ້ອງສະແດງໃຫ້ເຫັນບົດບາດທີ່ແຂງແຮງກ່ວາອີກ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຮ້ອນເຮ່ງໃນການດຳລົງຊີວິດຄື ການຕໍ່ສູ້ເພື່ອປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ກຳມະກອນ, ຊາວນາ, ຮັດແຄບຊອງວ່າງລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ການຈັດແບ່ງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ......ນອກຈາກນັ້ນ, ວຽກງານຂົນຂວາຍປະຊາຊົນຕ້ອງຊ່ວຍຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດໃນຊີວິດຕົວຈິງໃຫ້ແຂງແຮງກ່ວາອີກ. ທ່ານເຈືອງກວາງເດືອກ ອະດີດຮອງປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງວ່າ :
“ ຄຳວ່າ ຂົນຂວາຍປະຊາຊົນ ກໍແມ່ນຄຳກຳມະ, ມັນແມ່ນການກະທຳ. ຖ້າຫາກວ່າ ບໍ່ມີການກະທຳ ກໍປຽບເໝືອນບໍ່ມີການຂົນຂວາຍປະຊາຊົນ. ສຳລັບການກະທຳແມ່ນຫຍັງ? ນັ້ນແມ່ນຕ້ອງສຳຜັດກັບແນວທາງນະໂຍບາຍ, ແຜນນະໂຍບາຍຢ່າງໃກ້ຊິດຕິດແທດ, ເຮັດແນວໃດໃຫ້ແທດເໝາະກັບປະຊາຊົນ, ກັບຮາກຖານ ແລະ ຕົວຈິງເພື່ອສ່ອງແສງດ້ວຍຄວາມສັດຊື່, ສິ່ງເຫຼົ່ານັ້ນພວມເກີດຂຶ້ນ, ຫາກບໍ່ແມ່ນເວລາມັນສິ້ນສຸດ. ອັນທີ່ 3 ແມ່ນຕ້ອງສຳຜັດກັບພະນັກງານ ແລະ ປະຊາຊົນທຸກຊັ້ນວັນນະ. ມີການສຳຜັດ ຈຶ່ງຈະຮູ້ວ່າ ຊີວິດການເປັນຢູ່, ແນວຄິດຈິດໃຈຂອງເຂົາເຈົ້າຄືແນວໃດ ”
ເພີ່ມທະວີ ແລະ ປ່ຽນແປງໃໝ່ການນຳພາຂອງພັກທີ່ມີຕໍ່ ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່, ຈຸດປະສົງສຸດທ້າຍແມ່ນເພື່ອປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ເພີ່ມທະວີ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ສາຍພົວພັນເລືອດເນື້ອລະຫວ່າງພັກກັບປະຊາຊົນ, ເສີມຂະຫຍາຍກຳລັງແຮງຢ່າງໃຫຍ່ຫຼວງຂອງປະຊາຊົນ, ສ້າງຂະບວນການມະຫາຊົນຢ່າງກ້ວາງຂວາງ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ແລະ ປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງ