ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- ມາເລເຊຍ

(vovworld)-ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ກະ​ສັດ ມາ​ເລ​ເຊຍ Abdul Halim Mu’adzam Shah ແລະ ພະ​ລາ​ຊາ​ນີ Tuanku Hajah Haminah ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຫວຽດ​ນາມ ແຕ່​ວັນ​ທີ 5-8/9/2013. ການ​ຢ້ຽມ​ຢາມ​ຂອງ​ກະ​ສັດ​ມາ​ເລ​ເຊຍ​ ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ພ​ົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ​ພວມ​ພັດ​ທະ​ນາ​ອັນ​ດີ​ງາມ ແລະ ຈະ​ເປັນ​ການຊຸກ​ຍູ້​ການ​ພົວ​ພັນ​ນີ້​​ໃຫ້ຂຶ້ນ​ສູ່​ຂີດ​ໝາຍ​ໃຫມ່.

        ຫວຽດ​ນາມ ແລະ ມາ​ເລ​ເຊຍ ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດເມື່​ອ​ວັນ​ທີ 30/3/1973. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫລາຍ​ຄະ​ນະ ແລະ ໄດ້ລົງ​ນາມ​ໃນ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ສັດ​ຕະ​ວັດ​ທີ 21 ໃນ​ໂອ​ກາດການ​ຢ້ຽມ​ຢາມ ມາ​ເລ​ເຊຍ ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟານ​ວັນ​ຂາຍ ເມື່ອ​ເດືອນ 4/2004. ເດືອນ 9/2011, ໃນ​ໂອ​ກາດ​ຢ້ຽມ​ຢາມ ມາ​ເລ​ເຊຍ ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫລັກ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

          ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ມ​າ​ເລ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງ​ທຶນ. ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ບັນ​ລຸ​ການ​​ຈະ​ເລີນເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ເປັນ​ປົກ​ກະ​ຕິ. ປະ​ຈຸ​ບັນ ມາ​ເລ​ເຊຍ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຢືນ​ອັດ​ດັບ 3 ໃນ ອາ​ຊຽນ ແລະ ຢືນ​ອັນ​ດັບ 9 ​​ໃນ​ໂລກ​ຂອງຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 4,2 ຕື້ USD ໃນ​ປີ 2009 ແລະ 5,5 ຕື້ USD ໃນ​ປີ 2010, 6,7 ຕື້ USD ໃນ​ປີ 2011, 7,9 ຕື້ USD ໃນ​ປີ 2012. ກ່ຽວ​ກັບ​ການ​ລົງ​ທຶນ, ໄລ່​ມາ​ຮອດ​ເດືອນ 6/2013 ມາ​ເລ​ເຊຍ ມີ 443 ໂຄງ​ການ ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ແມ່ນ 10,2 ຕື້  USD, ຢືນ​ອັນ​ດັບ 8 ໃນ​ຈຳ​ນວນ​​ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ບັນ​ຊີ​ລາຍ​ຊື່​ການ​ລົງ​ທຶນ​ຂອງ​ມາ​ເລ​ເຊຍເຂົ້າ​ຫວຽດ​ນາມ ແມ່ນ​ສຸມ​ໃສ່​ຂົງ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່, ສື່​ສານ​ໂທ​ລະ​ຄົມ ແລະ ບັນ​ດາ​ຂົງ​ເຂດ​ບໍ​ລິ​ການ. ຫວຽດ​ນາມ ມີ 10 ໂຄງ​ການ​ລົງ​ທຶນ​ຢູ່ ມາ​ເລ​ເຊຍ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ບັນ​ລຸ 745,6 ລ້ານ USD.

ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- ມາເລເຊຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ແລະ ກະ​ສັດ ມາ​ເລ​ເຊຍ

        ຫວຽດ​ນາມ ແລະ ມາ​ເລ​ເຊຍ ຍັງ​ມີ​ບັນດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ. ປີ 2008, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ປ້ອງ​ກັນ​ຊາດ​ສອງ​ຝ່າຍ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ເປັນ​ປະ​ຈຳ, ແລະ​ພວມ​ເຈ​ລະ​ຈາ​ເພື່ອ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ເປີດຫ້ອງການ​ທູດ​ທະ​ຫານ​ຢູ່​ສະ​ຖານ​ທູດ​ຂອງ​ແຕ່​ລະ​ປະ​ເທດ… ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມ​ໃນ​ຂ​ໍ້​ຕົກ​ລົງ​ຮ່ວມ​ມື​ການ​ສຶກ​ສາ. ແຕ່​ລະ​ປີ, ລັດ​ຖະ​ບານ ຫລື​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ໃຫ​ຍ່​ຂອງ​ມາ​ເລ​ເຊຍ​ຄື: Petronas ໄດ້​ສະ​​ຫນອງ​ທຶນ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ປະ​ລິ​ຍາ​ໂທໃຫ້​ແກ່​ນັກ​ສຶ​ກ​ສາ​ຫວຽດ​ນາມ. ແຕ່​ປີ 2002, ລັດ​ຖະ​ບານ ມາ​ເລ​ເຊຍ ໄດ້​ເປ​ີດ​ຕະ​ຫລາດ​ແຮງ​ງານ​ໃຫ້​ແກ່​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຫັນ​ດີ ນຳ​ບັນ​ຫາ​ແຮງ​ງານ​ກາຍ​ເປັນ​ຂົງ​ເຂດ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ສອງ​ປະ​ເທດ. ມາ​ເລ​ເຊຍ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ດຶງ​ດູດ​​ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເດືອນ 12/2003, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມືແຮງ​ງານ. ປະ​ຈຸ​ບັນ ມີ​ຄົນ​ງານ​ຫວຽດ​ນາມ ປະ​ມານ 80.000 ຄົນ​ພວມ​ເຮັດ​ວຽກ​ຢູ່ ມາ​ເລ​ເຊຍ.

            ໃນ​ຂົງ​ເຂດ​ອື່ນ​ຈຳ​ນວນນ​ຫ​ນຶ່ງ, ການ​ຮ່ວມ​ມື​ລະ​ຫວ່າງ​ ຫວຽດ​ນາມ ແລະ ມາ​ເລ​ເຊຍ ກໍ​ເປັນ​ຂີດ​ໝາຍ​​ພໍສົມ​ຄວນ. ກ່ຽວ​ກັບ​ຂົງ​ເຂດນ້ຳ​ມັນ​ອາຍ​ແກ​ສ, Petro ຫວຽດ​ນາມ ແລະ Petronas ມາ​ເລ​ເຊຍ ​ມີ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ແຕ່​ປີ 1991. ສອງ​ຝ່າຍ​ໄດ້​ຜັນ​ຂະ​ຫ​ຍາຍ 10 ໂຄງ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ນ​້ຳ​ມັນ​ຢູ່ ຫວຽດ​ນາມ, ນອກນັ້ນ ຍັງ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ປຸງ​ແຕ່ງ, ສຳ​ຫລວດ​ ແລະ ຊອກ​ຫາ​ນ້ຳ​ມັນ… ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ໄດ້​ຍົກ​ເວັ້ນ​ວິ​ຊາ​ໃຫ້​​ພົນ​ລະ​ເມືອງ​ ຖື​ຫ​ນັງ​ສື​ຜ່ານ​ແດນ​ທຳ​ມະ​ດາ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ໄວ, ປີ 2006 ບັນ​ລຸ 106.000 ເທື່ອ​ຄົນ, ປີ 2011 ໄດ້​ເພີ່ມ​ຂຶ້ນ 211.000 ເທື່ອ​ຄົນ. ລັດ​ຖະ​ບານ ມາ​ເລ​ເຊຍ ກໍ​ໄດ້​ຫ​ນູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພາ​ຍຸນ້ຳ​ຖ້ວມ​ຢູ່​ພາກ​ກາງ ຫວຽດ​ນາມ ເມື່ອ​ເດືອນ 3/2010.

          ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ກະ​ສັດ ມາ​ເລ​ເຊຍ ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ເປັນ​ສຳ​ຄັນ, ເປັນ​ຂີດ​ໝາຍ 40 ປີ​ແຫ່ງວັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ ແລະ ແລກ​ປ່ຽນ​ບາງ​ທິດ​ທາງ​ໃຫ​ຍ່​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ຢ້ຽມ​ຢາມ​ກໍ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ, ພິ​ເສດ ໃນ​ບັນ​ດາ​ຂົງ​ເຂດ​ຫລັກ​ແຫລ່ງ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ, ປະ​ກອບ​ສ່ວນ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວ​ຽດ​ນາມ - ມາ​ເລ​ເຊຍ ໃນ​ອະ​ນາ​ຄົດ.

           

ຕອບກັບ

ຂ່າວ/ບົດ​ອື່ນ