ສິ່ງທ້າທາຍໃຫ່ຍໃນການພົວພັນລະຫວ່າງສອງພາກເກົາຫຼີ

ຄວມ​ເຄັ່ງ​ຕຶງ​ລະຫວ່າງ ສປປ ​ເກົາຫຼີ ​ແລະ ສ​ເກົາຫຼີ ນັບ​ມື້​ນັບ​ເພີ່ມ​ຂຶ້ນພາຍຫຼັງ​ຄຳ​​ຖະ​ແຫຼ​ງ ​ແລະ ການ​ກະທຳ​ທີ່​ແຂງ​ກະດ້າງ​ຂອງ​ສອງ​ຝ່າຍ​ໃນ​ຊຸມ​ມື້​ຜ່ານ​ມາ. ຫາງ​ສຽງ​ໄດ້​ປຽບທຽບ​ສະພາບ​ການ​ຢູ່ແຫຼມ​ເກົາຫຼີ​​ໃນ​ປະຈຸ​ບັນ​ຄື​ດັ່ງ​ຖັງ​ລະ​ເບີດ ​ແລະ ມີ​ຄວາມ​ວິຕົກ​ກັງວົນ​ວ່າ ຖ້າ​ສອງ​ຝ່າຍ​ບໍ່​ລະງັບ​ໃຈ, ອາດ​ຈະ​ເກີດ​ການ​ປະ​ທະ​ກັນ.

ສິ່ງທ້າທາຍໃຫ່ຍໃນການພົວພັນລະຫວ່າງສອງພາກເກົາຫຼີ - ảnh 1

(ພາບປະກອບ:pda.vietbao.vn)

   ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ເລີ່​ມຈາກການ​ຊ້ອມ​ຮົບ​ຮ່ວມ​ໃນ​ໄລຍະ​ເວລາ 11 ວັນ ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ ທີ່​ໃສ່​ຊື່ວ່າ “ມາດ​ຕະການ​ຕົ້ນຕໍ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກຮົບ​ສອງ​ປະ​ເທດ​ກ່ວາ 13.000 ຄົນ ພ້ອມ​ກັບ​ເຮືອບບິນ​ສູ້​ຮົບປະ​ເພດ​ຕ່າງໆ, ກຳ​ປັ່ນ​ຂັບ​ໄລ່ປະກອບ​ລູກ​ສອນ​ໄຟພາ​ທາງ. ​ເຈົ້າໜ້າ​ທີ່​ພຽງ​ຢາງ ກ່າວ​ຫາ​ວ່າ: ນີ້​ແມ່ນ​ຮຸກ​ຮານ​ໂດຍ​ສ​ເກົາຫຼີ ດຳ​ເນີນ​ ​ໂດຍ​ມີ​ການ​ໜູນ​ຫຼັງ​ຂອງ​ອາ​ເມ​ລິ​ກາ. ຍິ່ງ​ໄປ​ກ່ວານັ້ນ, “ມາດ​ຕະການ​ຕົ້ນຕໍ“ ຍັງ​ໄດ້​ດຳ​ເນີນ​ໄປ​ພ້ອມ​ກັບ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ອາ​ເມ​ລິ​ກາ-ສ​ເກົາຫຼື ທີ່​ມີ​ຊື່ວ່າ “ນົກ​ອິນ​ຊີ​ນ້ອຍ“ ​ຊື່​ງແກ່ຍາວ​ໃນ​ໄລຍະ​ເວລາ 2 ​ເດືອນ.

​ ໃນ​ການ​ກະທຳ​ທີ່​ຖືກ​ຖື​ວ່າ​ມີ​ຄວາມ​ອັນຕະລາຍ, ວັນ​ທີ 11/3, ສ​ປປເກົາຫຼີ ​ໄດ້​ປະກາດ​ພຽງ​ລຳພັງ​ຝ່າຍ​ດຽວ​ວ່າ: ສັນຍາ​ຢຸດ​ຮົບ​ເຊັນ​ໃນ​ໄລຍະ​ທ້າຍສົງຄາມ​ເກົາຫຼີ 1950-1953 ຊື່​ງ​ແມ່ນ​ເ​ອະ​ສານ​ສະບັບ​ດຽວ​ຜູກ​ມັດ​ສອງ​ພາກ​ເກົາຫຼີ ​ເພື່ອບໍ່​ຕົກ​ເຂົ້າສູ່​ສະພາບ​ສົງຄາມ, ປະຈຸ​ບັນ​ຖືກ​ຍຸບ​ເລິກ​ຍ້ອນ​ວ່າ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມດຳ​ເນີນ​ການ​ຊ້ອນ​ຮົບ​ຮ່ວມ​ເປັນປະຈຳ. ໜັງສືພິມ Rodong Simmun ສຽງ​ຂອງ​ພັກ​ແຮງ​ງານສປປ​ເກົາຫຼີ ຍັງ​ຢັ້ງຢືນ​ວ່າ: ອາວຸດ​ຂອງ ສ​ປປເກົາຫຼີ ​ໄດ້​ນຳ​ເຂົ້າທີ່​ຕັ້ງ​ເພື່ອ​ກຽມພ້ອມ​ສູ້ຮົບ​ແລ້ວ. ພ້ອມ​ກັນນັ້ນ, ພຽງ​ຢາງ ​ໄດ້​ຕັດ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ສອງ​ພາກ​ເກົາຫຼີ ຊື່​ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ແກ້​ໄຂ​ບັນດາ​ກໍລະນີ​ເກີດ​ຂຶ້ນ​ຢູ່​ເຂດ​ປອດ​ທະຫານ​ໃນ​ເຂດ​ຊາຍ​ແດນ. ​ໃນ​ການ​ໄປ​ຢ້ຽມຢາມ​ບັນດາ​ກອງປືນ​ໃຫ່ຍຢູ່​ເຂດ​ຊາຍ​ແດນ​ເມື່ອ​ວັນ​ທີ 11/3, ການ​ນຳ ສ​ປປເກົາຫຼີ Kim Jong un ​ໄດ້​ກ່າວ​ເຕືອນ​ວ່າ​ຈະ​ທຳລາຍ​ເກາະ Baengnyeong ຊື່​ງ​ແມ່ນ​ເກາະ​ນ້ອຍ​​ນອນ​ໃນ​ເຂດ​ທະ​ເລ​ພວມ​ພິພາດ​ກັນ, ປະຈຸ​ບັນໂດຍ ສ​ເກົາຫຼີ ຄຸ້ມ​ຄອງ. ຕາມ​ທ່ານ Kim Jong un ​ແລ້ວ, ​ເກາະ​ແຫ່ງ​ນີ້​ຈະ​ແມ່ນ​ເປົ້າໝາຍ​ທຳ​ອິດ ຖ້າ​ຫາກ​ເຫີ​ດຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະຫານ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ແຫຼມ​ເກົາຫຼີ. ພ້ອມ​ກັນນັ້ນ, ທ່ານ Kim Jong un ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ນັກຮົບ​ຈົ່ງ​ກະກຽມ​ຈິດ​ໃຈ ​ຖ້າ​ຫາກ​ເກີດ​ສົງຄາມ.

ສິ່ງທ້າທາຍໃຫ່ຍໃນການພົວພັນລະຫວ່າງສອງພາກເກົາຫຼີ - ảnh 2
ທ່ານ​ນາງ Park Geun Hye ປະທານາທິບໍດີ​ສ​ເກົາຫຼີ

(ພາບ:world.kbs.co.kr)

  ​ເຖິງ​ວ່າ​ໃນ​ດ້ານ​ທິດ​ສະ​ດີ, ສອງ​ພາກ​ເກົາຫຼີ ​ບໍ່​ທັນ​ເຊັນ​ສັນຍາ​ສັນຕິພາບ​ສອງ​ຝ່າຍ​ເ​ທື່ອ​ໃດ​ກໍ່ຕາມ ​ແຕ່​ວ່າ​ເລື່ອງສ​ປປເກົາຫຼີ ປະກາດ​ພຽງ​ລຳພັງ​ຝ່າຍ​ດຽວ​ຈະ​ຖອນ​ອອກ​ຈາກ​ສັນຍາ​ຢຸດ​ຮົບ ກໍ່​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແລະ ຫາກ​ສຽງ​ໂລກ​ມີ​ຄວາມ​ວິຕົກ​ກັງວົນ. ​ໃນ​ຄຳ​ປະ​ກາດຫຼ້າ​ສຸດ, ທ່ານ Martin Nesirky ​ໂຄສົກ​ຂອງ​ທ່ານ​ເລຂາທິການ​ໃຫ່ຍ ສປຊ ຢືນຢັນ​ວ່າ: ສັນຍາ​ຢຸດ​ຮົບ​ໃນ​ແຫຼມ​ເກົາຫຼີ ຍັງ​ມີ​ຜົນ​ບັງຄັບ​ໃຊ້ ຍ້ອນ​ວ່າ​ເອກະສານ​ສະບັບ​ນີ້ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ ສະມັດຊາ​ໃຫ່ຍ ສປຊ ​ແລະ ບັນ​ດາ​ຂໍ້​ມາດຕາ​ລະບຸ​ໃນ​ນັ້ນ ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ຝ່າຍ​ໃດ ສາມາດ​ຍຸບ​ເລິກ​ພຽງ​ລຳພັງ​ຝ່າຍ​ດຽວ​ໄດ້. ທ່ານ​ນາງ Park Geun Hye ປະທານາທິບໍດີ​ສ​ເກົາຫຼີ ​ໃຫ້​ຄຳໝັ້ນສັນຍາ​ຈະ​ຮັບ​ມື​ຢ່າງ​ແຮງ​ກັບ​ການ​ເກາະ​ຜິດ​ຂອງສປປ​ເກົາຫຼີ  ​ແລະ ຢັ້ງຢືນ​ວ່າລັດຖະບານ​ຈະ​ບໍ່​ປະລະ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ເຈລະຈາ​ກັບ​ພຽງ​ຢາງ. ທ່ານ Kim Min Seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດສ​ເກົາຫຼີ  ສະ​ແດງ​ໃຫ້​ເຫັນ​ທ່າ​ທີ່​ແຂງ​ກະດ້າງ ​ເມື່ອ​ຢັ້ງຢືນ​ວ່າ ສ​ເກົາຫຼີ ຈະ​ໂຕ້​ຕອບ​ຄືນ ຖ້າ​ຫາກ​ວ່າ ສ​ປປເກົາຫຼີ ​ໄດ້​ເກາະ​ຜິດ. ​ໃນ​ຂະນະ​ນັ້ນ, ​ ອາ​ເມ​ລິ​ກາ ແລະ ຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ ສືບ​ຕໍ່​ຈັດ​ວາງ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຕໍ່ສປປ​ເກົາຫຼີ, ​ໃນ​ນັ້ນມີ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ເງິນ, ສະ​ເໜີ​ຮ່າງ​ມະຕິ​ສະບັບ​ໜຶ່ງ​ຕື່ມ​ອີກ ຮຽກຮ້ອງ​ໃຫ້​ສ້າງຕັ້ງຄະນະ​ກຳມະການ​ສືບສວນ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ສປປ​ເກົາຫຼີ.

  ສ​ປປເກົາຫຼີ  ມີ​ການ​ກະທຳ​ແຂງ​ກະດ້າງ​ຄື​ດັ່ງກ່າວ​ແມ່ນ​​ເພື່ອ​ປັບປຸງ​ຄວາມ​ຈົ່ງ​ຮັກ​ພັກດີ​ຂອງ​ປະຊາຊົນ ​ແລ​ະ ກອງທັບ​ຕໍ່​ການ​ນຳ​ໜຸ່ມ Kim Jong un. ການ​ກະທຳ​ດັ່ງກ່າວ​ກໍ່​ແມ່ນ​ຄວາມ​ມມານະ​ພະຍາຍາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເດັດ​ດ່ຽວຂອງ  ສ​ປປເກົາຫຼີ  ທີ່​ວ່າ: ​ເຂົາ​ເຈົ້າພ້ອມ​ແລ້ວ​ທີ່​ຈະ​ຜ່ານ​ຜ່າ​ບັນດາ​ໄພ​ອັນຕະລາຍ​ທີ່​ໃຫ່ຍຫຼວງ​ກ່ວາ ດ້ວຍ​ຄວາມ​ຫວັງ​ປະ​ເທດ​ຕ່າງໆ​ຈະ​ປະນີປະນອມ ​ແລະ ສະໜອງ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ.

   ດ້ວຍສິ່ງ​ຕ່າງໆ​ພວມ​ເກີດ​ຂຶ້ນ​ໃນ​ແຫຼມ​ເກົາຫຼີ, ຫາງ​ສຽງ​ຖື​ວ່າ, ​ແຫຼມ​ເກົາຫຼີ​ພວມ​ຈະ​ຕົກ​ເຂົ້າສູ່ສະພາບ​ເກີດສົງຄາມ, ອັນຕະລາຍ​ທີ່​ສຸດ​ແມ່ນ​ມີ​ທັງອາວຸດ​ນິວ​ເຄຼຍ. ​ແນ່ນອນ​ວ່າ, ຖ້າ​ຫາກ​ເກີດ​ສົງຄາມ​ຈະ​ບໍ່​ມີ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ, ຊ້ຳບໍ່​ໜຳ, ອາດ​ຈະ​ກໍ່​ໃຫ້ເກີດການ​ຊ່ວງ​ເສັງ​ອາວຸດ​ໃນ​ທົ່ວ​ພາກ​ພື້ນ ​ເຮັດ​ໃຫ້​ສະພາບການ​ເມືອງ​ໃນ​ພາກ​ພື້ນມີ​ການ​ປ່ຽນ​ແປງ​ໄປ​ນຳ.

ຕອບກັບ

ຂ່າວ/ບົດ​ອື່ນ