ສູ້​ຊົນ​ນຳ​ປະ​ເທດ​ຊາ​ດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ - ສັງ​ກາດ​ບຸກ​ບືນ

(VOVWORLD) - ຕາມການສະເໜີຂອງບົດລາຍງານຂອງລັດຖະບານໃນປີ 2024 ຢູ່ວາລະໄຂກອງປະຊຸມສະໄໝສາມັນທີ 8, ສະພາແຫ່ງຊາດ ຊຸດທີ XV, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນປີ 2024, ສະພາບການໂລກ ສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ດ້ວຍຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດກ້າທຳ, ລັດຖະບານຕັດສິນໃຈສູ້ຊົນປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຢັ້ງຢືນຖານະບົດບາດຂອງປະເທດຊາດບົນເວທີສາກົນ.

ສູ້​ຊົນ​ນຳ​ປະ​ເທດ​ຊາ​ດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ - ສັງ​ກາດ​ບຸກ​ບືນ - ảnh 1ສະພາແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV (ພາບ: quochoi.vn)

ບົດລາຍງານຢັ້ງຢືນໃນປີ 2024, ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບໍ່ເຄີຍມີມາກ່ອນກໍຕາມ ແຕ່ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຕິດແທດສະພາບການຕົວຈິງ, ສຸມໃສ່ຊີ້ນຳຜັນຂະຫຍາຍ ບັນດາໜ້າທີ່, ວິທີການແກ້ໄຂຢ່າງຂ້ຽວຂາດ, ມີໄຫວພິບ,ມີປະສິດທິຜົນ. ຫວຽດນາມ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກໂດຍພື້ນຖານ. ນີ້ແມ່ນບັນດາປະຖົມປັດໄຈສຳຄັນ ເພື່ອໃຫ້ຫວຽດນາມ ສືບຕໍ່ບຸກທະລຸ, ບັນລຸໄດ້ຜົນສຳເລັດຢູ່ລະດັບສູງ ໃນໄລຍະຈະມາເຖິງ.

ບັນດາໝາກຜົນທີ່ພົ້ນເດັ່ນ

ບົດລາຍງານຂອງລັດຖະບານ ໄດ້ຢັ້ງຢືນວ່າ ບັນດາດັດຊະນີ ດ້ານເສດຖະກິດ - ສັງຄົມ ລ້ວນແຕ່ຢັ້ງຢືນສັນຍານທີ່ຕັ້ງໜ້າ. ເສດຖະກິດມີການເຕີບໂຕ, ຄາດວ່າທັງປີ ບັນລຸ 14/15 ຄາດໝາຍທີ່ວາງອອກ ແລະ ລື່ນກາຍແຜນການ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕເສດຖະກິດສູງກ່ວາເປົ້າໝາຍທີ່ວາງອອກ, ບັນດາຄວາມສົມດູນໃຫຍ່ໄດ້ຮັບປະກັນ. ໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດແຫ່ງຊາດ ແລະ ລາຍຈ່າຍງົບປະມານແຫ່ງລັດເກີນດຸ່ນໄດ້ຮັບການຄວບຄຸມເປັນຢ່າງດີ, ຕ່ຳກ່ວາລະດັບວາງໄວ. ການເຕີບໂຕ GDP 9 ເດືອນບັນລຸ 6,82%, ຄາດວ່າທັງປີຈະບັນລຸ 6,8 – 7%, ສູງກວ່າຄາດໝາຍໂດຍສະພາແຫ່ງຊາດວາງອອກ (6 - 6,5%), ຂຶ້ນກັບກຸ່ມບັນດາປະເທດມີອັດຕາການເຕີບໂຕສູງເມື່ອທຽບໃສ່ກັບພາກພື້ນ ແລະ ໂລກ, ໂດຍຫຼາຍອົງການຈັດຕັ້ງສາກົນໃຫຍ່, ມີອິດທິພົນຊື່ສຽງຕີລາຄາສູງ.

ໄປຄຽງຄູ່ກັນນັ້ນ, ວຽກງານສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ໄດ້ຮັບການຊີ້ນຳນຳພາຢ່າງຂ້ຽວຂາດ. ມີການລົງທຶນສາທາລະນະທີ່ມີຈຸດສຸມ, ບໍ່ກະແຈກກະຈາຍ. ສຸມໃສ່ຜັນຂະຫຍາຍຫຼາຍໂຄງການ, ກິດຈະກຳສຳຄັນ, ຈຸດສຸມໃນການປະຕິບັດສຳເລັດໂຄງການ500kV ວົງຈອນ 3 ກ໋ວາງບິ່ງ - ຮຶງອຽນ ພາຍຫລັງ ການລົງມືກໍ່ສ້າງເປັນເວລາກ່ວາ 6 ເດືອນ ແລະ ຕັ້ງໜ້າຜັນຂະຫຍາຍຫຼາຍໂຄງການ, ກິດຈະກຳໄຟຟ້າຈຸດສຸມ. ດຶງດູດເງິນລົງທຶນ FDI ທີ່ເປັນຈຸດພົ້ນເດັ່ນ, ທຶນປະຕິບັດບັນລຸ 17,3 ຕື້ USD, ເພີ່ມຂຶ້ນ 8,9% ສູງທີ່ສຸດໃນຫຼາຍປີຜ່ານມາ, ໃນຂະນະທີ່ການລົງທຶນໃນທົ່ວໂລກຫຼຸດລົງ.

ການໜູນຊ່ວຍສັງຄົມໄດ້ຮັບປະກັນ. ບັນດາມາດຕະການແກ້ໄຂ, ນະໂຍບາຍຫຼຸດຜອ່ນຄວາມທຸກຍາກແບບຍືນຍົງໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຕາມຈິດໃຈ “ບໍ່ປະໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”, ອັດຕາຄອບຄົວທຸກຍາກຫລຸດລົງ, ດັດຊະນີຄວາມຜາສຸກເພີ່ມຂຶ້ນ 11 ຂັ້ນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີໃນຫຼາຍດ້ານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ

ໂດຍຍົກສູງຈິດໃຈມະຫາສາມັກຄີ, ສາມັກຄົນທົ່ວພັກ, ສາມັກຄີທົ່ວປວງຊົນ, ສາມັກຄີທັງຊາດ, ສາມັກຄີສາກົນ. ເປັນເຈົ້າການໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງຂ້ຽວຂາດ, ມີປະສິດທິຜົນ, ປະດິດຄິດສ້າງ; ວາງອອກນະໂຍບາຍສຳລັບບັນດາບັນຫາໃໝ່, ບັນຫາຍາກຢ່າງທັນການ, ມີປະສິດທິຜົນ. ສົມທົບກຳລັງຂອງຊາດກັບກຳລັງຍຸກສະໄໝ. ຖືກຳລັງພາຍໃນແມ່ນພື້ນຖານ, ຍຸດທະສາດຍາວນານ ແມ່ນການຕັດສິນ; ກຳລັງພາຍນອກແມ່ນສຳຄັນ, ມີຄວາມຈຳເປັນ, ເປັນປະຈຳ, ບຸກທະລຸ. ກຳລັງແຮງເລີ່ມມາຈາກປະຊາຊົນ. ປະຊາຊົນສາມາດສ້າງປະຫວັດສາດ. ຖືມວນມະນຸດແມ່ນໃຈກາງ, ແມ່ນເຈົ້າກຳ,ແມ່ນເປົ້າໝາຍ ແລະ ແມ່ນແຫຼ່ງກຳລັງ, ກຳລັງໜູນສຳຄັນທີ່ສຸດໃຫ້ແກ່ການພັດທະນາ.

ສູ້​ຊົນ​ນຳ​ປະ​ເທດ​ຊາ​ດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ - ສັງ​ກາດ​ບຸກ​ບືນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ສຸມທຸກແຫຼ່ງກຳລັງເພື່ອນຳປະເທດຊາດບຸກບືນ, ກ້າວກະໂຕຂຶ້ນ

ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ນັບແຕ່ປັດຈຸບັນ ຮອດທ້າຍປີ, ລັດຖະບານຕັດສິນໃຈກະທຳ, ສູ້ຊົນບັນລຸ ແລະ ລື່ນກາຍບັນດາເປົ້າໝາຍທີ່ໄດ້ວາງອອກ. ຮັກສາທ່າເຕີບໂຕ, ທ່າພັດະທນາເພື່ອພັດທະນາຢ່າງມີສະຖຽນລະພາບ ແລະ ບຸກບືນໃນປີ 2025 ແລະ ຊຸມປີຕໍ່ໄປ:

ໂດຍສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມສົມດູນໃຫຍ່ຂອງພື້ນຖານເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ; ພັດທະນາພື້ນຖານໂຄງລ່າງ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ; ພັດທະນາວັດທະນະທຳ, ຮັບປະກັນການໜູນຊ່ວຍສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຕໍ່ສູ້ຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຟຸມເຟືອຍ; ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນແກ່ນ; ຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຍູ້ແຮງການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ; ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງ 11 ໜ້າທີ່, ວິທີການແກ້ໄຂຕົ້ນຕໍໃນປີ 2025 ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ GDP ບັນລຸ 5,6 – 7% ແລະ ສູ້ຊົນບັນລຸລະດັບການເຕີບໂຕສູງກ່ວາ (7 – 7,5%) ເພື່ອຮອດທ້າຍປີ 2025, ຫວຽດນາມ ຈະຢື່ນຢູ່ອັນດັບ 31 – 33 ຂອງໂລກໃນການຈັດອັນດັບ ກ່ຽວກັບຂອບຂະໜາດຂອງ GDP.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາສຳຄັນທີ່ສຸດເພື່ອກ້າວກະໂດດຂັ້ນ ປະຕິບັດສຳເລັດແຜນການ 2024, 2025 ແລະ ທັງໄລຍະ 2021 – 2025. ລັດຖະບານ ສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເສີມຂະຫຍາຍກຳລັງແຮງສາມັກຄີ, ຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດກ້າທຳ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນ, ຫັນທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍກາຍເປັນກາລະໂອກາດກ້າວກະໂດດຂັ້ນ, ມີຄວາມຕັດສິນໃຈຢ່າງສູງ, ມານະພະຍາຍາມຢ່າງໃຫຍ່, ມີການກະທຳຢ່າງຂ້ຽວຂາດ ເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ, ນຳປະເທດຊາດມີຄວາມເຊື່ອໝັ້ນກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດຢ່າງໝັ້ນແກ່ນ, ຢັ້ງຢືນຖານະບົດບາດຂອງປະເທດຊາດ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ