(vovworld) – ໄຊຊະນະຂອງການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດຂອງກອງທັບ ແລະ ປະຊາຊົນຫວຽດນາມ ກ່ອນນີ້ 38 ປີ, ເຊິ່ງພົ້ນເດັ່ນແມ່ນບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ແມ່ນການເຕົ້າໂຮມຂອງຫຼາຍປັດໃຈ, ໃນນັ້ນປັດໃຈສຳຄັນແມ່ນກຳລັງແຮງແຫ່ງຄວາມມະຫາສາມັກຄີຊົນຊາດ, ຄວາມສາມັກຄີສາກົນ ເພື່ອສ້າງເປັນໄຊຊະນະທີ່ຍິ່ງໃຫຍ່ 30/4/1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ.
ຊາວນະຄອນໄຊງ່ອນ (ໂຮ່ຈີມີນ) ຊົມເຊີຍໄຊຊະນະ 30/4/1975
(ພາບ: ອິນເຕີແນດ)
ອາດເວົ້າໄດ້ວ່າ, ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດໃນຕະຫຼອດເວລາ 30 ປີ ນັ້ນ ແມ່ນສັນຍາລັກແຫ່ງຄວາມສາມັກຄີທີ່ມີຊີວິດຊີວາ. ທົ່ວທັງຊາດຫວຽດນາມໄດ້ກາຍເປັນປຶກແຜ່ນດຽວທີ່ໝັ້ນຄົງ. ຢູ່ພາກເໜືອ, ຄຳຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະອາເມລິກາຜູ້ຮຸກຮານ” ໄດ້ກາຍເປັນການກະທຳຂອງປະຊາຊົນນັບລ້ານຄົນ. ບັນດາຂະບວນການແຂ່ງຂັນ “ເພື່ອພາກໃຕ້ເລືອດເນື້ອ”, ຄືຂະບວນການຊາວໜຸ່ມ "ສາມກຽມພ້ອມ", ແມ່ຍິງ "ເຮັດລ້ອນສາມໜ້າທີ່", ຊາວກະສີກອນ “ທັງເຮັດນາທັງຖືປືນ”, ກຳມະກອນ “ທັງຕີເຫຼັກທັງຖືປືນ”, ນັກຮຽນ “ເຮັດວຽກດີຫຼາຍຢ່າງເພື່ອຕ້ານອາເມລິກາ ກູ້ຊາດ”… ໄດ້ດຶງດູດທຸກຊັ້ນຄົນ, ທຸກພາກສ່ວນ, ທຸກເກນອາຍຸເຂົ້າຮ່ວມ. ໃນຂະນະນັ້ນ, ຢູ່ພາກໃຕ້, ທະຫານ ແລະ ປະຊາຊົນຢູ່ທຸກທ້ອງຖີ່ນ ໄດ້ຍູ້ແຮງການຕໍ່ສູ້ທັງດ້ານການທະຫານ, ການເມືອງ ແລະ ຂົນຂວາຍຂ້າເສິກໃນສາມເຂດຍຸດທະສາດຄື: ພູຜາປ່າໄມ້, ຊົນນະບົດທົ່ງພຽງ ແລະ ຕົວເມືອງ. ເຖິງວ່າຢູ່ໃນເຂດປິດລ້ອມຂອງສັດຕູກໍ່ຕາມ, ແຕ່ປະຊາຊົນທຸກຊັ້ນວັນນະ ແລະ ສາສະໜາຕ່າງໆ ໄດ້ສາມັກຄີກັນ, ມີຫົວຄິດປະດິດສ້າງ, ສ້າງວິທີການຕໍ່ສູ້, ຂະບວນການຕໍ່ສູ້ຫຼາຍຢ່າງຢູ່ເຂດຕົວເມືອງ ເພື່ອສ້າງເປັນທ່າຮົບສົງຄາມປະຊາຊົນ. ພົນຈັດຕະວາ ຫງວຽນກົງຈາງ, ອະດີດຮອງຫົວໜ້າຄະນະພັກການເມືອງກອງທະຫານໃຫຍ່ ເຮືອງຢາງ, ຜູ້ເປັນສັກຂີພິຍານວິນາທີຍອມຈຳນົນໂດຍບໍ່ມີເງື່ອນໄຂຂອງອຳນາດການປົກຄອງ ເຢືອງວັນມິນ ແລະ ລັດຖະບານສາທາລະນະລັດຫວຽດນາມ ເມື່ອວັນທີ 30/4/1975, ຫວນຄືນວ່າ:
“ມີລົດຂອງເອກະຊົນ 100 ກວ່າຄັນ ໄດ້ຂົນສົ່ງນັກຮົບກອງທະຫານໃຫຍ່ 2 ເຂົ້າປົດປ່ອຍໄຊງ່ອນ. ມີບາງລົດຂົນສົ່ງທັງຄອບຄົວ ແລະ ພວກຂ້າພະເຈົ້າເຂົ້າໄຊງ່ອນ, ຫຼືເມື່ອຂ້າມແມ່ນຳ້ ເຊິ່ງຂົວຖືກສັດຕູທຳລາຍແລ້ວນັ້ນ, ປະຊາຊົນທ້ອງຖີ່ນກໍ່ໃຫ້ທະຫານກູ້ຢືມເຮືອນ້ອຍ, ກາໂນ, ກ່ຳປັ່ນເພື່ອຂົນສົ່ງທະຫານຂ້າມແມ່ນ້ຳ. ປະຊາຊົນກໍ່ແນະນຳທາງລັດ, ທາງອ້ອມ ຫຼື ພ້ອມກັບພວກຂ້າພະເຈົ້າເຮັດທາງ ໃຫ້ທະຫານເຄື່ອນທັບ.”
ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດໄດ້ຮັບການສະໜັບສະໜູນຈາກປະຊາຊົນທຸກຊັ້ນວັນນະ, ຍ້ອນວ່າປະຊາຊົນໄດ້ຮ່ວມຈິດຮ່ວມໃຈຕໍ່ສູ້ເພື່ອຈຸດໝາຍລວມນັ້ນແມ່ນ ຕີເອົາຊະນະສັດຕູອາເມລິກາ, ໂຮມປະເທດຊາດເປັນເອກະພາບ. ພົນໂທ ຟານຈູງກຽນ, ອະດີດລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຕີລາຄາວ່າ:
“ພາກໃຕ້ໄດ້ຮັບການປົດປ່ອຍ ແມ່ນຍ້ອນມີກຳລັງແຮງແຫ່ງຄວາມສາມັກຄີຊົນຊາດ, ໂດຍບໍ່ຈຳແນກພາກສ່ວນ, ສາສະໜາ. ທົ່ວປວງຊົນທຳການຕໍ່ຕ້ານ, ຕໍ່ສູ້ຕ້ານສັດຕູ, ໃນນັ້ນມີການຊີ້ນຳນຳພາຢ່າງສະຫຼາດສະຫຼຽວຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດຫວຽດນາມ”.
ພ້ອມກັບນ້ຳໃຈສາມັກຄີຂອງປະຊາຊົນ, ໄຊຊະນະວັນທີ 30/4/1975 ກໍ່ເປັນການພິສູດໃຫ້ເຫັນນ້ຳໃຈສາມັກຄີພາຍໃນ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມເປັນເອກະພາບນັບແຕ່ຂັ້ນເທິງລົງມາ, ຈາກນາຍພົນຕະຫຼອດຮອດພົນທະຫານ. ຄວາມຕັດສິນໃຈຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ກາຍເປັນອາວຸດທີ່ແຫຼມຄົມໃນບັ້ນຮົບຕ້ານກອງທັບອາເມລິກາ. ທະຫານຜ່ານເສິກອາເມລິກາ Barry Romo, ຜູ້ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ, ແບ່ງປັນວ່າ:
“ພວກຂ້າພະເຈົ້າທຸກຄົນລ້ວນແຕ່ເຫັນແຈ້ງຄວາມຕັດສິນໃຈຂອງຊາວຫວຽດນາມ ແຕ່ລະຄົນ. Telford Taylor ພົນຕີອາເມລິກາ ໃນສົງຄາມໂລກຄັ້ງທີສອງ, ເຄີຍເວົ້າວ່າ ຊາວຫວຽດນາມ ມີຄວາມຕັດສິນໃຈສູງສຸດ, ເຖິງວ່າລະເບີດໝາກໝີ່ນຈະທຳລາຍດຸເດືອດຄືແນວໃດ ກໍ່ບໍ່ສາມາດເຮັດໃຫ້ເຂົາເຈົ້າຍອມຈຳນົນໄດ້”.
ເພື່ອສ້າງເປັນໄຊຊະນະລະດູບານໃໝ່ 1975 ນັ້ນ ຍັງມີການປະກອບສ່ວນຂອງຂະບວນການສາມັກຄີສາກົນສະໜັບສະໜູນຫວຽດນາມ. ພິເສດແມ່ນບັນດາອົງການສາມັກຄີກັບຫວຽດນາມ ຢູ່ບັນດາປະເທດເອີລົບ, ອາຊີ, ອາຟະລິກາ, ອາເມລິກາລາຕີນ ແລະ ປະຊາຊົນຜູ້ກ້າວໜ້າຢູ່ໂລກເປັນຈຳນວນຫຼວງຫຼາຍ ເຂົາເຈົ້າໄດ້ລົງຖະໜົນໂຮມຊຸມນຸມສະໜັບສະໜູນຫວຽດນາມ, ກ່າວປະນາມສົງຄາມຂອງອາເມລິກາ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຈິ້ງງອກທ໋າຍ ໃຫ້ຂໍ້ສັງເກດວ່າ:
“ກຳລັງແຮງຂອງຫາງສຽງໄດ້ກາຍເປັນກຳລັງດັນສຳລັບນະໂຍບາຍຮຸກຮານຂອງອາເມລິກາ, ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບປະຊາຊົນຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາຫົວຄິດປະດິດສ້າງ ເພື່ອສ້າງເປັນແນວໂຮມປະຊາຊົນໂລກສາມັກຄີສະໜັບສະໜູນຫວຽດນາມ.”
ມະຫາໄຊວັນທີ 30/4/1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ ແມ່ນສັນຍາລັກຂອງກຳລັງແຮງແຫ່ງຄວາມສາມັກຄີຫວຽດນາມ. ຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ ສົມທົບກັບຄວາມສາມັກຄີກັບສາກົນ ໄດ້ກາຍເປັນກຳລັງແຮງຊະນະເລີດ ເພື່ອສ້າງເປັນໄຊຊະນະທີ່ຍິ່ງໃຫຍ່ໃນສະຕະວັດທີ 20.