(VOVWORLD) - ວັນທີ 2 ເມສາ ປີ 2025, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດ “ພາສີອາກອນໃນວັນປົດປ່ອຍ”, ຈັດວາງອັດຕາພາສີສົມທົບລະດັບສູງ ສຳລັບເກືອບທັງໝົດບັນດາປະເທດ, ລວມມີບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ, ແຕ່ 10% ຫາຫຼາຍກວ່າ 50%.
ເຫດການທີ 1. ນະໂຍບາຍພາສີອາກອນຂອງ ອາເມລິກາ ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ເສດຖະກິດໂລກ
ນະໂຍບາຍພາສີອາກອນຂອງ ອາເມລິກາ ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ເສດຖະກິດໂລກ (ພາບ: Reuters, AP) |
ວັນທີ 2 ເມສາ ປີ 2025, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດ “ພາສີອາກອນໃນວັນປົດປ່ອຍ”, ຈັດວາງອັດຕາພາສີສົມທົບລະດັບສູງ ສຳລັບເກືອບທັງໝົດບັນດາປະເທດ, ລວມມີບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ, ແຕ່ 10% ຫາຫຼາຍກວ່າ 50%.
ນະໂຍບາຍສະບັບນີ້ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ເສດຖະກິດໂລກ, ສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ລະບົບການຄ້າສາກົນ ທີ່ເຄື່ອນໄຫວອີງຕາມບັນດາຂໍ້ກຳນົດຂອງບັນດາອົງການການຄ້າຫຼາຍຝ່າຍຄື WTO ຫຼື ບັນດາສັນຍາການຄ້າເສລີ (FTA), ພ້ອມທັງໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຕໍ່ລະບົບການຜະລິດ, ການສະໜອງທົ່ວໂລກ. ຕໍ່ຄວາມກົດດັນຈາກນະໂຍບາຍພາສີຂອງ ອາເມລິກາ, ມີຫຼາຍປະເທດໄດ້ຍອມຮັບດຳເນີນການເຈລະຈາບັນດາຂໍ້ຕົກລົງທາງດ້ານການຄ້າສະບັບໃໝ່ກັບ ອາເມລິກາ, ຊອກຫາການຫັນປ່ຽນການຜະລິດ ແລະ ສັບຊ້ອນລະບົບສະໜອງຄືນໃໝ່ເພື່ອຫັນໂອກາດເຂົ້າເຖິງຕະຫຼາດ ອາເມລິກາ ແລະ ໂລກ ໃຫ້ໄດ້ຫຼາຍທີ່ສຸດ.
ເຫດການທີ 2. ອິດສະລາແອັນ ແລະ ຮາມາດສ ບັນລຸໄດ້ຂໍ້ຕົກລົງຢຸດຍິງພາຍຫຼັງ 2 ປີທີ່ປະທະກັນຢ່າງນອງເລືອດ
ອິດສະລາແອັນ ແລະ ຮາມາດສ ບັນລຸໄດ້ຂໍ້ຕົກລົງຢຸດຍິງພາຍຫຼັງ 2 ປີທີ່ປະທະກັນຢ່າງນອງເລືອດ
(ພາບ: Reuters, AP)
|
ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ອາເມລິກາອິດສະລາແອັນ, ເອຢິບ ແລະ ບັນດາປະເທດ ອາຣັບ ຈຳນວນໜຶ່ງ, ວັນທີ 13 ຕຸລາ 2025, ຂໍ້ຕົກລົງຢຸດຍິງລະຫວ່າງ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ໄດ້ລົງນາມຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນໃນການຢຸດຕິການປະທະກັນທີ່ເກີດຂຶ້ນແຕ່ເດືອນຕຸລາ 2023 ຢ່າງສົມບູນ ແລະ ເຫດການນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ກວ່າ 70.000 ຄົນ (ໄລ່ຮອດເດືອນ ມັງກອນ 2025). ຂໍ້ຕົກລົງຢຸດຍິງນີ້ແມ່ນໄລຍະທີ 1 ຂອງແຜນການສັນຕິພາບ 20 ຈຸດໂດຍ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ສະເໜີ ໃນນັ້ນໄດ້ເຕື້ອງເຖິງການມອບໂອນເຂດ ກາຊາ ໃຫ້ແກ່ອຳນາດການປົກຄອງ ປາແລັດສະຕິນ ແລະ ສ້າງຕັ້ງລັດ ປາແລັດສະຕິນ ຖ້າຫາກບັນດາການປະຕິຮູບທີ່ຈຳເປັນໄດ້ຮັບການປະຕິບັດ. ເຖິງວ່າຍັງຕ້ອງປະເຊີນໜ້າກັບຫຼາຍປັດໄຈທີ່ມີຄການຕ່າງປະເທດທີ່ສຳຄັນທີ່ສຸດວາມສ່ຽງສູງກໍ ຕາມ ແຕ່ຂໍ້ຕົກລົງ ຢຸດຍິງຢູ່ເຂດ ກາຊາ ໄດ້ຮັບຖືວ່າແມ່ນບາດກ້າວການເມືອງ ເຊິ່ງບັນດາຝ່າຍບັນລຸໄດ້ໃນຄວາມມານະພະຍາຍາມຢຸດຕິການໃຊ້ຄວາມຮຸນແຮງ ແລະ ວິນາດຕະກຳມະນຸດສະທຳທີ່ຮ້າຍແຮງຢູ່ເຂດ ກາຊາ.
ເຫດການທີ 3. ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ ສົ່ງສັນຍານຂອງການສ້າງໂຄງປະກອບສະພາບການຍຸດທະສາດທີ່ສ່ອງແສງບັນດາການປ່ຽນແປງຍຸດທະສາດທີ່ໃຫຍ່ທີ່ສຸດຂອງໂລກຄືນໃໝ່
ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ ສົ່ງສັນຍານຂອງການສ້າງໂຄງປະກອບສະພາບການຍຸດທະສາດທີ່ສ່ອງແສງບັນດາການປ່ຽນແປງຍຸດທະສາດທີ່ໃຫຍ່ທີ່ສຸດຂອງໂລກຄືນໃໝ່ (ພາບ: Reuters, AP) |
ວັນທີ 4 ທັນວາ 2025, ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່, ອາເມລິກາ ນັບແຕ່ພາຍຫຼັງສິ້ນສຸດສົງຄາມເຢັນ, ພ້ອມທັງສົ່ງສັນຍານຂອງການສັບຊ້ອນຄັ້ງໃຫຍ່ຄືນໃໝ່. ຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ຂອງ ອາເມລິກາ ໄດ້ສ້າງເປັນຂີດໝາຍການກັບຄືນມາຂອງທິດສະດີ Monroe ເມື່ອຖື ຊີກໂລກຕາເວັນຕົກ ແມ່ນເຂດຜົນສະທ້ອນບໍ່ສາມາດລ່ວງລ້ຳຂອງ ອາເມລິກາ, ຢັ້ງຢືນວ່າ ອາເມລິກາ ຈະຈັດສົ່ງກຳລັງແຮງດ້ານການທະຫານສ່ວນຫຼາຍໄປທາງຊີກໂລກຕາເວັນຕົກ. ຍຸດທະສາດຄວາມໝັ້ນຄົງນີ້ກໍ່ບໍ່ຖື ລັດເຊຍ ເປັນສັດຕູອີກ ຫາກຍັງປ່ຽນມາເປັນທິດຄູ່ຮ່ວມມື, ນຳໃຊ້ບັນດາຄຳສັບທີ່ມີຄວາມຮອບຄອບລະມັດລະວັງ ແລະ ບໍ່ນຳໃຊ້ຄຳສັບປຸກປັ່ນສຳລັບ ຈີນ, ຖືປະເທດນີ້ແມ່ນຄູ່ແຂ່ງ ແຕ່ຈຳເປັນຕ້ອງໂອ້ລົມສົນທະນາເພື່ອສ້າງຄວາມດຸ່ນດ່ຽງການພົວພັນດ້ານເສດຖະກິດດ້ວຍບຸລິມະສິດ “ຊີ້ນໄປ, ປາມາ”. ໃນຂະນະນັ້ນ, ຍຸດທະສາດໃໝ່ນີ້ພັດຕຳໜິຕິຕຽນ ເອີລົບ ໜັກໜ່ວງພໍສົມຄວນ ເຊິ່ງສົ່ງສັນຍານທີ່ວ່າ ອາເມລິກາ ຈະຄ່ອຍໆຖອນຕົວອອກຈາກບັນດາຄຳໝັ້ນສັນຍາຄວາມໝັ້ນຄົງກັບທະວີບນີ້.
ເຫດການທີ 4. ອິດສະລາແອັນ ແລະ ອາເມລິກາ ບຸກໂຈມຕີ ອີຣານ
ອິດສະລາແອັນ ແລະ ອາເມລິກາ ບຸກໂຈມຕີ ອີຣານ (ພາບ: Reuters, AP) |
ວັນທີ 13 ມິຖຸນາ 2025, ອິດສະລາແອັນ ໄດ້ເປີດ “ບັ້ນຮົບສິງໂຕຟື້ນຕົວຂຶ້ນ” ແບບບໍ່ຄາດຄິດ, ໂດຍປະຕິບັດການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາຮາກຖານນິວເຄຼຍ ແລະ ການທະຫານຂອງອີຣານ ດ້ວຍຖະແຫຼງການເພື່ອແນໃສ່ສະກັດກັ້ນປະເທດເປີດກວ້າງໂຄງການນິວເຄຼຍ. ອີຣານ ໄດ້ໂຕ້ຕອບດ້ວຍການຍິງລູກສອນໄຟນັບຮ້ອຍລູກ ແລະ UAV ກວ່າ 1.000 ລຳເຂົ້າເຂດດິນແດນ ອິດສະລາແອັນ. ວັນທີ 22 ມິຖຸນາ, ອາເມລິກາ ໄດ້ແຊກແຊງໂດຍກົງເມື່ອຜັນຂະຫຍາຍການບຸກໂຈມຕີດ້ວຍເຮືອບິນ B-2 ແລະ ລູກສອນໄຟນຳວິຖີ Tomahawk ເລັ່ງໃສ່ບັນດາຮາກຖານນິວເຄຼຍ Natanz, Fordow ແລະ Isfahan ຂອງ ອີຣານ. ນີ້ເປັນຄັ້ງທຳອິດທີ່ ອາເມລິກາ ໂຈມຕີເຄືອຂ່າຍນິວເຄຼຍຂອງ ອີຣານ ໂດຍກົງເຮັດໃຫ້ກຳລັງຄວາມສາມາດເສີມທາດ uranium ຂອງ ອີຣານ ອ່ອນແອລົງ.
ເຫດການທີ 5. ການປະທະກັນຢູ່ເຂດຊາຍແດນ ໄທ - ກຳປູເຈຍ
ການປະທະກັນຢູ່ເຂດຊາຍແດນ ໄທ - ກຳປູເຈຍ (ພາບ: Reuters, AP) |
ຈາກການປະທະກັນເລັກໜ້ອຍຢູ່ເຂດຊາຍແດນນັບແຕ່ທ້າຍເດືອນ ພຶດສະພາ, ວັນທີ 24 ກໍລະກົດ 2025, ການປະທະກັນລະຫວ່າງ ໄທ ແລະ ກຳປູເຈຍ ໄດ້ລະເບີດຂຶ້ນ ເມື່ອສອງຝ່າຍໄດ້ນຳໃຊ້ອາວຸດປະເພດໜັກຊະນິດຕ່າງໆບຸກໂຈມຕີເຂົ້າຫຼາຍຈຸດໃນດິນແດນຂອງກັນ. ນີ້ແມ່ນການປະທະກັນຢ່າງຮ້າຍແຮງທີ່ສຸດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ ອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ການປະທະກັນໃນປີ 2011 ທີ່ກ່ຽວຂ້ອງເຖິງການຂັດແຍ້ງ Preah Vihear. ພາຍຫຼັງບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງປະຊາຄົມສາກົນ, ຢູ່ກອງປະຊຸມສຸດຍອດ ອາຊຽນ ເມື່ອເດືອນ ຕຸລາ 2025 ຢູ່ ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ເຊັນຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບ, ເລີ່ມຕົ້ນການເຈລະຈາຄືນໃໝ່. ເຖິງຢ່າງໃດກໍຕາມ, ການປະທະກັນເກີດຂຶ້ນຄືນເມື່ອຕົ້ນເດືອນ ທັນວາ 2025, ສອງຝ່າຍໄດ້ກ່າວຫາກັນລະເມີດຂໍ້ຕົກລົງ ແລະ ຕ້ອງມີການກະທຳປ້ອງກັນຕົວ, ເຮັດໃຫ້ສາມັນຊົນນັບແສນຄົນຕ້ອງອົບພະຍົບລີ້ໄພ, ມີນັກຮົບ ແລະ ສາມັນຊົນຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບໃນຂະນະທີ່ພື້ນຖານໂຄງລ່າງຖືກທຳລາຍ. ການປະທະກັນນີ້ໄດ້ຕັ້ງສິ່ງທ້າທາຍຫຼາຍຢ່າງຕໍ່ການຮັກສາສັນຕິພາບ, ຄວາມສາມັກຄີໃນກຸ່ມ ອາຊຽນ.
ເຫດການທີ 6. ຄວາມມານະພະຍາຍາມຊອກຫາສັນຕິພາບໃຫ້ແກ່ການປະທະກັນ ຢູແກຼນ ມີຄວາມຄືບໜ້າ
ຄວາມມານະພະຍາຍາມຊອກຫາສັນຕິພາບໃຫ້ແກ່ການປະທະກັນ ຢູແກຼນ ມີຄວາມຄືບໜ້າ (ພາບ:Reuters, AP) |
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນປີທີ 3 ສືບຕໍ່ມີທ່າຍາດແຍ້ງກັນເມື່ອ ຢູແກຼນ ປະຕິບັດຫຼາຍບັ້ນບຸກໂຈມຕີເລັ່ງໃສ່ເຂດດິນແດນ ລັດເຊຍ, ສ່ວນ ລັດເຊຍ ກໍ່ເປີດກວ້າງການຄວບຄຸມຫຼາຍຂົງເຂດຢູ່ທາງທິດຕາເວັນອອກ ຢູແກຼນ. ເດືອນ ພະຈິກ 2025, ອາເມລິກາ ໄດ້ປະກາດແຜນການສັນຕິພາບ 28 ຈຸດແບບບໍ່ຄາດຄິດເພື່ອແນໃສ່ຊອກຫາທາງອອກໃຫ້ແກ່ສົງຄາມ. ນີ້ແມ່ນຂໍ້ສະເໜີຮອບດ້ານທີ່ສຸດຂອງ ອາເມລິກາ ນັບແຕ່ປີ 2022, ສ່ອງແສງຄວາມຕັດສິນໃຈຂອງທຳນຽບຂາວໃນການກຳນົດສ້າງວິວັດການເຈລະຈາຕາມວິທີການທີ່ມີຜົນປະໂຫຍດໃຫ້ແກ່ຍຸດທະສາດທົ່ວໂລກຂອງ ອາເມລິກາ. 1 ເດືອນພາຍຫຼັງທີ່ ອາເມລິກາ ປະກາດແຜນການສັນຕິພາບ 28 ຈຸດ, ວັນທີ 14 ທັນວາ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ຖະແຫຼງປະຄວາມຫວັງເຂົ້າເປັນສະມາຊິກ NATO, ບາດກ້າວດັດປັບໃຫຍ່ທີ່ສຸດໃນນະໂຍບາຍຂອງ ຢູແກຼນ. ບັນດາການກະທຳນີ້ໄດ້ຮັບຖືວ່າແມ່ນບາດກ້າວສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາຝ່າຍເພື່ອແນໃສ່ຢຸດຕິການປະທະກັນ.
ເຫດການທີ 7. ການປະທ້ວງ, ຈະລາຈົນເກີດຂຶ້ນຢູ່ຫຼາຍປະເທດ
ການປະທ້ວງ, ຈະລາຈົນເກີດຂຶ້ນຢູ່ຫຼາຍປະເທດ (ພາບ:Reuters, AP) |
ປີ 2025, ການແຫ່ຂະບວນປະທ້ວງ ແລະ ຈະລາຈົນເກີດຂຶ້ນຢູ່ຫຼາຍປະເທດໃນທົ່ວໂລກ, ເຊິ່ງໄດ້ສ່ອງແສງລະດັບຂາດສະຖຽນລະພາບສັງຄົມທີ່ແຜ່ລາມໃນວົງກວ້າງ. ເຖິງວ່າສະພາບການການເມືອງ ແລະ ລະບອບລະບຽບການແຕກຕ່າງກັນ, ແຕ່ບັນດາການປະທ້ວງມີຫຼາຍຈຸດທີ່ຄ້າຍຄືກັນແມ່ນເລີ່ມມາຈາກວິກິດການດ້ານເສດຖະກິດ - ສັງຄົມ, ຍ້ອນການສໍ້ລາດບັງຫຼວງ, ການຄຸ້ມຄອງທີ່ອ່ອນແອ… ຢູ່ ເນປານ, ກະແສປະທ້ວງເກີດຂຶ້ນໃນວັນທີ 8 ກັນຍາ ພາຍຫຼັງການຕັດສິນປິດ 26 ພື້ນຖານສັງຄົມອອນໄລ (ແອັບ) ຂອງ ລັດຖະບານ. ຜົນກະທົບຈາກ ເນປານ ໄດ້ແຜ່ລາມອອກສູ່ Madagascar, ເຊິ່ງແມ່ນສະຖານທີ່ປະຊາຊົນລົງຖະໜົນຄັດຄ້ານສະພາບການຂາດໄຟຟ້າ, ຂາດນ້ຳປະປາ, ຄ່າຄອງຊີບເພີ່ມຂຶ້ນ ແລະ ໄພສໍ້ລາດບັງຫຼວງ. ການແຫ່ປະທ້ວງ, ຈະລາຈົນເຮັດໃຫ້ບັນດາປະເທດຕົກລົງເລິກເຂົ້າສູ່ວິກິດການ ແລະ ການແບ່ງແຍກກັນ, ສ່ອງແສງເຖິງບັນດາຄວາມຕ້ອງການໃໝ່ ກໍ່ຄືຜົນສະທ້ອນດ້ານການເມືອງຂອງລຸ້ນ gen Z ຢູ່ບັນດາປະເທດນີ້.
ເຫດການທີ 8. ເວທີການເມືອງຢູ່ເຂດ ອາຊີຕາເວັນອອກສ່ຽງເໜືອ ມີການຜັນປ່ຽນ, ການພົວພັນ ຈີນ - ຍີ່ປຸ່ນ ມີຄວາມເຄັ່ງຕຶງ
ເວທີການເມືອງຢູ່ເຂດ ອາຊີຕາເວັນອອກສ່ຽງເໜືອ ມີການຜັນປ່ຽນ, ການພົວພັນ ຈີນ - ຍີ່ປຸ່ນ ມີຄວາມເຄັ່ງຕຶງ (ພາບ:Reuters, AP) |
ວັນທີ 4 ເມສາ 2025, ທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ ຖືກປົດຕຳແໜ່ງຢ່າງເປັນທາງການ ແລະ ຖືກກັກຕົວພາຍຫຼັງການຕັດສິນຂອງສານລັດຖະທຳມະນູນປະເທດນີ້ ໂດຍຖືວ່າການຕັດສິນນຳໃຊ້ກົດໄອຍະການເສິກ ໃນໄລຍະສັ້ນຂອງທ່ານ Yoon ແມ່ນລະເມີດລັດຖະທຳມະນູນ. ໃນຂະນະນັ້ນ, ວັນທີ 21 ຕຸລາ 2025, ຢູ່ ຍີ່ປຸ່ນ, ທ່ານນາງ Takaichi Sanae, ການນຳພັກປະຊາທິປະໄຕເສລີ (LDP) ໄດ້ກາຍເປັນນາຍົກລັດຖະມົນຕີຍິງຜູ້ທຳອິດໃນປະຫວັດສາດຂອງປະເທດ ຍີ່ປຸ່ນ. ພາຍຫຼັງທ່ານນາງ Takaichi Sanae ຮັບດຳລົງຕຳແໜ່ງບໍ່ດົນ, ຄວາມເຄັ່ງຕຶງລະຫວ່າງ ຈີນ - ຍີ່ປຸນ ກໍ່ເພີ່ມຂຶ້ນຢ່າງກະທັນຫັນ ເມື່ອທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ພາດພິງເຖິງປະຕິກິລິຍາດ້ານການທະຫານ ຖ້າຫາກ ຈີນ ບຸກໂຈມຕີ ໄຕ້ຫວັນ. ຈີນ ໄດ້ມີປະຕິກິລິຍາຢ່າງແຮງ, ກ່າວຫາ ຍີ່ປຸ່ນ ແຊກແຊງ ແລະ ຄົ້ນປະຫວັດສາດທີ່ຂັດແຍ້ງກັນຂຶ້ນມາຄືນໃໝ່, ພ້ອມທັງນຳໃຊ້ມາດຕະການເສດຖະກິດຈຳນວນໜຶ່ງເພື່ອກໍ່ຄວາມກົດດັນ. ຄວາມເຄັ່ງຕຶງຢູ່ ອາຊີຕາເວັນອອກສ່ຽງເໜືອ ພວມສ້າງຄວາມວິຕົກກັງວົນໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ ອາຊີ.
ເຫດການທີ 9. ປັນຍາປະດິດ (AI) ສ້າງແນວຮົບແກ່ງແຍ່ງກັນຍຸດທະສາດທົ່ວໂລກ
ປັນຍາປະດິດ (AI) ສ້າງແນວຮົບແກ່ງແຍ່ງກັນຍຸດທະສາດທົ່ວໂລກ (ພາບ:Reuters, AP) |
ການໝູນໃຊ້ປັນຍາປະດິດ (AI) ທີ່ມີຊື່ DeepSeek ຂອງບໍລິສັດ ຈີນ ທີ່ເປີດຕົວໃນທ້າຍເດືອນ ມັງກອນ 2025 ໄດ້ສ້າງຄວາມສັ່ນສະເທືອນໃນວົງການເຕັກໂນໂລຢີທົ່ວໂລກຢ່າງທັນທີ. ໂດຍມີຄຸນນະສົມບັດບໍ່ດ້ອຍໄປກວ່າ Chat GPT ເຊິ່ງແມ່ນແອັບ AI ຂອງບໍລິສັດ (OpenAI) ແຕ່ DeepSeek ມີຄ່າໃຊ້ຈ່າຍໃນການພັດທະນາຕ່ຳກວ່າຫຼາຍ. ການກຳເນີດຂອງ DeepSeek ໄດ້ເປີດທິດກ້າວເດີນໃໝ່ສຳລັບບັນດາປະເທດທີ່ບໍ່ມີທ່າໄດ້ປຽບນຳໜ້າກ່ຽວກັບເຕັກໂນໂລຢີ ຫຼື ການເງິນໃນການພັດທະນາ AI. ການລະເບີດຂຶ້ນຂອງບັນດາເຕັກໂນໂລຢີ AI ສືບຕໍ່ວາງອອກບັນຫາກ່ຽວກັບການຄຸ້ມຄອງທົ່ວໂລກຕາມທິດທີ່ປອດໄພ, ຖືມະນຸດເປັນໃຈກາງ, ບໍ່ປະໃຫ້ໄລຍະຫ່າງລະຫວ່າງບັນດາປະເທດເພີ່ມຂຶ້ນຕື່ມອີກ.
ເຫດການທີ 10. ໄພທຳມະຊາດກໍ່ຜົນຕາມມາຢ່າງໜັກໜ່ວງ, ທຳລາຍຫຼາຍພາກພື້ນໃນໂລກ
ໄພທຳມະຊາດກໍ່ຜົນຕາມມາຢ່າງໜັກໜ່ວງ, ທຳລາຍຫຼາຍພາກພື້ນໃນໂລກ (ພາບ:Reuters, AP) |
ບັນດາປະກົດການອາກາດທີ່ຮ້າຍແຮງຄື: ພາຍຸລູກໃຫຍ່, ນ້ຳຖ້ວມ, ໄພແຫ້ງແລ້ງ, ແດດຮ້ອນລະດັບປະຫວັດສາດ… ໄດ້ກໍ່ຜົນຕາມມາຢ່າງຮ້າຍແຮງຢູ່ທຸກພາກພື້ນໃນໂລກໃນປີ 2025. ບັນດາພາຍຸລູກໃຫຍ່ຄື Melissa, Kalmaegi, Ragasa…ໄດ້ທຳລາຍພາກພື້ນ ອາຊີ - ປາຊີຟິກ, ນ້ຳຖ້ວມຢູ່ ປາກິດສະຖານ, ສີລັງກາ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຫດແຜ່ນດິນໄຫວຢູ່ ມຽນມາ, ອາບການິດສະຖານ; ໄຟໄໝ້ປ່າຢູ່ ອາເມລິກາ, ຄື້ນຄວາມຮ້ອນຢູ່ ເອີລົບ ແລະ ອາຊີ… ຄາດວ່າ ໄພທຳມະຊາດໄດ້ກໍ່ຜົນເສຍຫາຍໃຫ້ແກ່ເສດຖະກິດທົ່ວໂລກ 220 ຕື້ USD. ໄພທຳມະຊາດກໍ່ສົ່ງຜົນເສຍຫາຍຢ່າງຮ້າຍແຮງຕໍ່ການຄ້າ, ການຂົນສົ່ງ ແລະ ການຜະລິດ, ບັງຄັບໃຫ້ຫຼາຍປະເທດຕ້ອງເພີ່ມລາຍຈ່າຍງົບປະມານໃຫ້ແກ່ການກໍ່ສ້າງຄືນ ແລະ ການຮັບມືກັບໄພທຳມະຊາດ. ອົງການອຸຕຸນິຍົມໂລກ ກ່າວເຕືອນວ່າ ອຸນຫະພູມທົ່ວໂລກໃນປີ ມີບາງຄັ້ງລື່ນກາຍ 1,5 ອົງສາຊີ ເມື່ອທຽບໃສ່ກັບໄລຍະກ່ອນອຸດສາຫະກຳ, ເຮັດໃຫ້ປີ 2025 ອາດຈະກາຍເປັນປີຮຮ້ອນລະດັບທີ 2 ໃນປະຫວັດສາດ.