ພັດທະນາເສດຖະກິດທະເລ, ໝູ່ເກາະແບບຍືນຍົງ


(vovworld)- ຕ້ອງ​​ເຮັດສິ່ງ​ໃດ​ແດ່ເພື່ອ​ປະຕິບັດ​ຈຸດໝາຍ​ນຳ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ກ່ຽວ​ກັບ​ທະ​ເລ, ຮັ່ງ​ມີ​ຈາກທະ​ເລ ​ແລະ ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ.​ ນີ້​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ທີ່​ເວທີ​ປາ​ໄສ​ເສດຖະກິດ​ທະ​ເລ​ຫວຽດນາມ​ຄັ້ງ​ທີ 4 ຊື່​ງຈັດ​ຂຶ້ນຢູ່​ແຂວງ ຮ່າ​ຕີ້​ງ ​ໃນ​ຂອ​ບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2013. ​​

ພັດທະນາເສດຖະກິດທະເລ, ໝູ່ເກາະແບບຍືນຍົງ - ảnh 1
ຫວຽດນາມ ​ແມ່ນ​ປະ​ເທດ​​ແຄມ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຝັ່ງ​ທະ​ເລ​ຍາວ​ກວ່າ 3.260 ກິ​ໂລ​ແມັດ
ພາບ:internet

        ຫວຽດນາມ ​ແມ່ນ​ປະ​ເທດ​​ແຄມ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຝັ່ງ​ທະ​ເລ​ຍາວ​ກວ່າ 3.260 ກິ​ໂລ​ແມັດ, ​ເຂດ​ ເສດຖະກິດ​ພິ​ເສດ​ກວ່າ 1 ລ້ານ​ຕາລາງກິ​ໂລ​ແມັດ ​ແລະ ມີ​ເກາະ​ໃຫຍ່​ນ້ອຍ​ກວ່າ 3.000​ແຫ່ງ,​​ ​ໃນ​ນັ້ນ ມີ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ຫວຽດນາມ ກໍ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 10 ປະ​ເທດ​ ທີ່​ມີຝັ່ງ​ທະ​ເລ​​ຍາວກ່ວາ​ໝູ່​ເມື່ອ​ທຽບ​ໃສ່ເນື້ອ​ທີ່​ຜືນ​ແຜ​ນດິນ. ທາງ​ທິດ​ຕາ​ເວ​ັນອອກ, ທິດ​ໃຕ້, ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ລ້ວນ​ແຕ່​ມີຝ່ັງ​ທະ​ເລ​, ສະ​ນັ້ນ ການ​ແລກປ່ຽນການ​ຄ້າ​ສາກົນ​ແມ່ນ​ສະດວກ​ຫລາຍ. ​ໃນ​ຫລາຍ​ປີຜ່ານມາ, ພ້ອມ​ກັບ​ການ​ຢືນຢັນ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ​ໝູ່​ເກາະ, ລັດຖະບານ​ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​​ເສດຖະກິດ​ທະ​ເລແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອກາດ​ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ປີ 2013, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໃຫ້​ຮູ້​ວ່າ:

        “ທະ​ເລ​ຫວຽດນາມ​ຮັ່ງມີດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ແຫ​ລ່ງຜົນ​ປະ​ໂຫຍ​ດຈາກ​ທະ​ເລ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດ​ທະ​ນາ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເສດ​ຖະກິດ​ທະ​ເລ ​ແລະ ​​ເຂດ​ແຄມ​ທະ​ເລ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ປະຈຸ​ບັນ​ໄດ້​ປະກອບສ່ວນ​ປະມານ 48% GDP ຂອງ​ທັງ​ປະ​ເທດ, ​ໃນ​ນັ້ນ ​ເສດຖະກິດ​ຈາກ​ທະ​ເລກ​ວມປະມານ 22%. ບັນດາ​ຂະ​ແຫນງ​ເສດຖະກິດ​ທະ​ເລ​ສຳຄັນ​ຄື: ນ້ຳມັນ​ອາຍ​ແກ​ສ, ການ​ເດີນ​ທະ​ເລ, ສິນ​ໃນ​ນ້ຳ,ທ່ອງ​ທ່ຽວ​ທະ​ເລ​ລ້ວນ​ແຕ່​ເຕີບໂຕດ້ວຍລະດັບສູງ. ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ​ທະ​ເລ ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຢ່າງ​ມີປະສິດທິ​ຜົນ​ໃນ​ກິດຈະການສ້າງສາ​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.”

ພັດທະນາເສດຖະກິດທະເລ, ໝູ່ເກາະແບບຍືນຍົງ - ảnh 2

        ດ້ວຍ​ຄວາມ​ສຳ​ຄັນ​ຂອງ​ພື້ນຖານ​ເສດຖະກິດ, ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສຸູນກາງ​ພັກ​ຊຸດ​ທີ 10 ​ໄດ້​ວາງ​ອອກ​ມະຕິ​ກ່ຽວ​ກັບ“ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ ຮອດ​ປີ 2020”, ​ໃນ​ນັ້ນ ຊີ້​ແຈງ​ວ່າ: ຈຸດໝາຍນຳ​ຫວຽດນາມ​ກາຍ​ເປ​ັນປະ​ເທດ​​ເຂັ້ມ​ແຂງ​ກ່ຽວ​ກັບ​ທະ​ເລ, ຮັ່ງມີ​ຈາກ​ທະ​ເລ, ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ​ສັງຄົມກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ມີ​ນະ​ໂຍບາຍ​ດູດ​ດ່ືມ​ເພື່ອ​ດຶງ​ດູດ​ທຸກ​ແຫ​ລ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຈາກ​ທະ​ເລ, ກໍ່ສ້າງ​ບັນດາ​ສູນ​ເສດຖະກິດ​ໃຫຍ່​ເຂ​ດ​ແຄມ​ທະ​ເລ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ເສດ​ຖະກິດ​ທະ​ເລ​ເປັນ​ກຳລັງ​ຫນູນ​ສຳຄັນ​ສຳລັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ສູ້​ຊົນ​ຮອດ​ປີ 2020, ​ເສດຖະກິດ​ທະ​ເລ​ປະກອບ 53-55% GDP, 55-60% ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ​, ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ເປັນ​ຢ່າງ​ດີ, ປົວ​ແປງ​ຊີວິດ​ການ​ເປ​ັນຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ແຄມ​ທະ​ເລ​ໃຫ້​ດີ​ຂຶ້ນ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ບັນດາ​ທ່າ​ກຳ​ປັ່ນ​ສາກົນ​ມີ​ລະດັບ​ພາກ​ພື້ນ, ສ້າງ​ບາງ​ກຸ່ມ​ບໍລິສັດ​ເສດຖະກິດ​​ແຂງ​ແຮງ.​​ໃນ​ການ​ພັດທະນາ​ເສດຖະກິດ​ທະ​ເລ, ຫວຽດນາມ ບຸລິມະສິດ​ສຸມ​ໃສ່​ພັດທະນາ​ບັນດາ​ໝວດ​ຂະ​ແຫນງ​ການ, ຂົງ​ເຂດ​ຄື: ຊອກ​ຫາ, ​ສຳ​ຫລວດ, ຂຸດ​ຄົ້ນ, ປຸງ​ແຕ່ງ​ນ້ຳມັນ​ອາຍ​ແກ​ສ ​ແລະ ບັນດາ​ປະ​ເພດຊັບພະຍາກອນຢູ່​ທະ​ເລ, ພັດທະນາ​ການ​ຂົນ​ສົ່ງທາງ​ທະ​ເລ, ທ່າ​ກຳ​ປັ່ນ, ຕໍ່​ກຳ​ປັ່ນ​​ໃຫມ່ ​ແລະ ສ້ອມ​ແປງ​ເຮືອກຳ​ປັ່ນ, ຍານພາຫະນະ​ເດີນ​ທະ​ເລ ​ແລະ ບັນດາ​ບໍລິການ​ເດີນ​ທະ​ເລ​ອື່ນ​, ພັດທະນາ​ທ່ອງ​ທ່ຽວ​ທະ​ເລ ​ແລະ ​ເສດ​ຖະກິດ​ຢູ່​ເກາະ.

        ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ຂອງ​ຍຸດ​ທະ​ສາດ​ທະ​ເລ, ຫວຽດນາມ ພວມ​ເພີ່​ມທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ, ​ແກ້​ໄຂ​ຂໍ້ຂາດ​ຕົກ​ບົກ​ຜ່ອງ​ໃນ​ອາຊີບ​ຫາ​ປາ ​ແລະ ຂຸດ​ຄົ້ນ​ສິນ​ທະ​ເລທີ່ຂາດ​ຄວາມ​ຍືນ​ຍົງ. ຕາມ​ທ່ານ ຫງວຽນ​ມີ​ງກວາງ, ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ​ແລ້ວ, ນີ້​ແມ່ນ​ບັນຫາ​ຮຽກຮ້ອງ​ທຸກຂະ​ແຫນງ​ການ, ຂັ້ນ​ຕ່າງໆ ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ຢ່າງ​ແຂງ​ແຮງ​ກວ່າ ​ແລະ ມີ​ລັກສະນະ​ບຸກທະລຸ​ກວ່າ, ທ່ານ ລັດຖະມົນຕີ ຫງວຽນ​ມີ​ງກວາງ ຊີ້​ແຈງ​ວ່າ:

        “​ໃນທ່າ​ອ່ຽງພັດທະນາ​ຕາມ​ທິດ​ໝັ້ນຄົງ, ພວກ​ເຮົາ​ຕ້ອງ​ພັດທະນາ​ຢ່າງ​ກົມກຽວ​ລະຫວ່າງ​ເສດຖະກິດ​ສັງຄົມ​ທຸກ​ດ້ານ ກັບ​ສິ່ງ​ແວດ​ລ້ອມ​. ລັດ​ໄດ້​ມານະ​ພະຍາຍາມ​ກະທຳ​ເພື່ອ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ຄຸ້ມ​ຄອງ​ພັດທະນາ​ທະ​ເລ, ໝູ່​ເກາະ​ຫວຽດນາມແບບ​ຍືນ​ຍົງ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້, ພວກ​ເຮົາ​ຄວນ​ສືບ​ຕໍ່​ສ້າງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ. ປັບປຸງ​ກົງຈັກ​ຄຸ້ມ​ຄອງ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ. ສຸມ​​ໃສ່​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ​ຮັບ​ໃຊ້​ວຽກ​ງານ​ຄຸ້ມ​ຄອງ​ທະ​ເລ ​ແລະ ໝູ່​ເກາະ, ​ເສີມ​ຂະຫຍາຍ​ແຫ​ລ່ງກຳລັງ​ແຮງ​ພາຍ​ໃນ, ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ສາກົນ​ເພື່ອ​ຫນູນ​ຊ່ວຍ​ວຽກ​ງານ​ຄຸ້ມ​ຄອງ​ທະ​ເລ, ໝູ່​ເກາະ, ນຳ​ມາ​ເຊິ່ງປະສິດທິ​ຜົນ, ​ປະສິດທິພາບ.”

        ​ໃນ​ສະພາບ​​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ຫວ່າງ​ແລ້ວ​ນີ້ ນາຍົກລັດຖະມົນຕີ​ໄດ້​ເຫັນ​ດີ​ເລືອກ​ເຟັ້ນ 5 ກຸ່ມເຂດ​ເສດຖະກິດ​ແຄມ​ທະ​ເລ​ເພື່ອ​ສຸມ​ໃສ່​ລົງທຶນ​ພັດທະນາ​ຈາກ​ແຫ​ລ່ງງົບປະມານ​ແຫ່ງ​ລັດ​ໄລຍະ 2013 - 2015, ນັ້ນ​ແມ່ນ​ເຂດ​ເສດຖະກິດ ຈູ​ລາຍ - ຢຸງກວັດ(ກວ໋າງຫງາຍ), ​ເຂດ​​ເສດຖະກິດ ດີງຫວູ(ຫາຍ​ຟ່ອງ), ​ເຂດ​​ເສດຖະກິດ ງີ​ເຊີນ(​ແທງຮວາ), ​ເຂດ​ເສດຖະກິດ ຫວູງອາງ(ຮ່າ​ຕີ້​ງ) ​ແລະ ​ເຂດ​ເສດຖະກິດ​ເກາະ​ຟູກ​ວກ ​ແລະ ກຸ່ມ​ເກາະ ນາມ​ອານ​ເທີຍ. ການ​ສຸມ​ໃສ່​ພັດທະນາ​ບັນດາ​​ເຂດ​ເສດຖະກິດ​ດັ່ງກ່າວ​ແມ່ນ​ກຳລັງ​ຫນູນ​ເພື່ອ​ພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ວ່ອງ​ໄວ ​ແລະ ​ເຂັ້ມ​ແຂງ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ