![]() ລາຍການພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ : “ ລະດູບານໃໝ່-ຄອບຄົວ-ເຂດໝູ່ເກາະທະເລ ” |
(vovworld)- ຕອນຄ່ຳວັນທີ 9/4, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ : “ ລະດູບານໃໝ່-ຄອບຄົວ-ເຂດໝູ່ເກາະທະເລ ” ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ລາຍການລວມມີບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະກ່ຽວກັບ ເຂດໝູ່ເກາະທະເລຂອງປະເທດຊາດ, ຍ້ອງຍໍສັນລະເສີນຄວາມຮັກຕໍ່ປະເທດຊາດ ແນໃສ່ປະກອບສ່ວນຍົກສູງລະດັບຄວາມຮັບຮູ້ກ່ຽວກັບບົດບາດ, ທີ່ຕັ້ງຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງ ເຂດໝູ່ເກາະທະເລຫວຽດນາມ. ທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ລັດຖະມົນຕີວ່າການ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນງອກຖ້ຽນ ໄດ້ມອບປຶ້ມເງິນຟາກປະຢັດ 20 ຫົວ ແຕ່ລະຫົວມີມູນຄ່າ 10 ລ້ານດົງ ໃຫ້ແກ່ບັນກາພະນັກງານ, ນົກຮົບສັງກັດກອງບັນຊາການທະຫານປ້ອງກັນຊາຍແດນ, ກອງບັນຊາການທະຫານເຮືອ, ກອງບັນຊາການຕຳຫຼວດທະເລທີ່ປະສົບກັບຄວາມຫຍຸ້ງຍາກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

