ເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ລັດຖະບານ ຫວຽດນາມ ໃນການໃຫ້ບຸລິມະສິດແຖວໜ້າການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມສາມັກຄີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຍູ້ແຮງການຮ່ວມມືຮອບດ້ານ, ໜູນຊ່ວຍເຊິ່ງກັນແລະກັນເພື່ອພ້ອມກັນພັດທະນາ.
ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍຕາມທິດດຸ່ນດ່ຽງ, ຍືນຍົງ, ເປີດປະຕູຢ່າງສຸດຂີດໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ການລ້ຽງສັດຂອງ ຫວຽດນາມ, ສ້າງບາດກ້າວບຸກທະລຸກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ໃຫ້ບຸລິມະສິດສູງແກ່ການຮ່ວມມືທາງລົດໄຟເພື່ອແນໃສ່ເຊື່ອມຕໍ່ສອງປະເທດກັບພາກພື້ນຕາຊີຕາເວັນອອກສ່ຽງໃຕ້, ອາຊີກາງ, ເອີລົບ; ຊຸກຍູ້ ການຮ່ວມມືດ້ານພະລັງງານ, ການຄ້າ, ທະນາຄານກ່ວາອີກ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ.
ສ່ວນທ່ານ He Wei ຢັ້ງຢືນວ່າພັກ ແລະ ລັດຈີນ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງແກ່ການພົວພັນກັບ ຫວຽດນາມ ໃນນະໂຍບາຍການທູດຖານບ້ານໃກ້ເຮືອນຄຽງ. ຈີນພ້ອມແລ້ວທີ່ຈພ້ອມກັບ ຫວຽດນາມ ຮັກສາການແລກປ່ຽນຍຸດທະສາດຂັ້ນສູງເປັນປະຈຳ, ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງແລະແທດຈິ່ງກວ່າຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອດບ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ມີຄວາມໝາຍຍຸດທະສາດພັດທະນາຂຶ້ນສູ່ລະດັບສູງໃໝ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
