ຕອນຄ່ຳວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກປະສານສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສິລະປະການເມືອງ ດ້ວຍຫົວຂໍ້ “ປະຊາຊົນເຂັ້ມແຂງ - ປະເທດຊາດພັດທະນາ” ຕອບສະໜອງວັນເພື່ອສຸຂະພາບທົ່ວປວງຊົນຄັ້ງທຳອິດ 7 ເມສາ. ເຫດການແມ່ນການເຄື່ອນໄຫວໂຄສະນາເພື່ອແນໃສ່ຫັນ ການກຳທິດຈາກ “ການປິ່ນປົວພະຍາດ” ມາເປັນ “ການປ້ອງກັນພະຍາດ”, ຕາມເນື້ອໃນຈິດໃຈມະຕິເລກທີ 72 ຂອງກົມການເມືອງວ່າດ້ວຍການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນລະອຽດ. ລາຍການດັ່ງກ່າວໄດ້ຈັດເປັນສາມພາກ, ສ່ອງແສງບັນດາເສົາຄ້ຳຂອງລະບົບສາທາລະນະສຸກ ແລະ ວິທີເຂົ້າເຖິງການເບິ່ງແຍງດຸແລສຸຂະພາບໃໝ່. ພາກທີໜຶ່ງ “ຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກ - ເບິ່ງແຍງດຸແລຍົກສູງສຸຂະພາບຂອງປະຊາຄົມ”. ພາກທີສອງ ແນະນຳບັນດາຮູບແບບທ່ານໝໍພ້ອມກັບປະຊາຊົນດຳລົງຊີວິດໃຫ້ມີສຸຂະພາບເຂັ້ມແຂງ ພົນເດັ່ນແມ່ນວິທີການເຮັດວຽກຂອງການແພດຮາກຖານຢູ່ແຂວງ ດົ່ງນາຍໃນການສ້າງຮູບແບບຊຸມຊົນດຳລົງຊີວິດດ້ວຍສຸຂະພາບເຂັ້ມແຂງຢູ່ຂັ້ນຕາແສງ. ພາກທີສາມ ມຸ່ງໄປເຖິງການສ້າງວັດທະນະທຳດຳລົງຊີວິດທີ່ມີສຸຂະພາບເຂັ້ມແຂງໃນປະຊາຊົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
