ຕາມແຈ້ງການຂອງກະຊວງການຕ່າງປະເທດອອກໃນວັນທີ 6 ເມສາ 2026, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ທ່ານເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.
ໂດຍຮັບຄຳເຊື້ອເຊີນຂອງທ່ານ Samdech Say Chhum, ຮອງປະທານພັກປະຊາຊົນກຳປູເຈຍ, ຫົວໜ້າຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການໃນວັນທີ 10 ເມສາ 2026.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
