ວັນ​ທີ 5 ເມ​ສາ, ຢູ່​ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ແລະ ບໍ​ລິ​ສັດ STEAM for Vietnam ເປັນ​ປະ​ທານ, ປະ​ສານ​ສົມ​ທົບ​ກັບ​ສະ​ຖານ​ທູດ ແລະ ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ສູນ​ນະ​ວັ​ດ​ຕະ​ກຳ ແຫ່ງ​ຊາດ​ຈັດ​​ເຫດ​ການ “AI Day 2026: ຊຸກ​ຍູ້​ຄວາມ​ສາ​ມາດ​ປັນ​ຍາ​ປະ​ດິດ (AI) ໃຫ້ ຫວຽດ​ນາມ ໃນ​ສັງ​ກາດ​ເສດ​ຖະ​ກິດ​ປັນ​ຍາ​ປະ​ດິດ.

AI Day 2026 ແມ່ນ​ເວ​ທີ​ປາ​ໄສ​ເຕົ້າ​ໂຮມຫຼາຍອັດ​ຕະ​ພາບ, ສ້າງ​ບໍ​ລິ​ເວນແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ສະ​ເໜີ​ຂໍ້​ສະ​ເໜີ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ, ​ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ AI ໃຫ້​ກຳ​ລັງ​ແຮງ​ງານ ແລະ ປະ​ຊາ​ຄົມ​ຢູ່ ຫວຽດ​ນາມ. ເຫດ​ການ​ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ຕໍ່​ເຄືອ​ຂ່​າຍ​ບັນ​ດາ​ຜູ້​​​ທີ່ມີ​ຄວາມເອົາ​ໃຈ​ໃສ່​ເຖິງ AI, ຊຸກ​ຍູ້​ບັນ​ດາ​ການ​ປຶກ​ສາ​ຫາ​ລືຫຼາຍ​ດ້ານ​ກ່ຽວ​ກັບ​ການ​ກະ​ທົບ ແລະ ຄວາມ​ສາ​ມາດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີນີ້​ໃນ​ຊີ​ວິດທາງ​ດ້ານ​ເສດ​ຖະ​ກິດ ແລະ ສັ​ງ​ຄົມ ວາ​ລະ​​ປະ​ຊຸມ​ຄົບ​ຄະ​ນະ AI Day 2026 ດ້ວຍ 4 ບົດ​ລາຍ​ງານ​ ຈຸດ​ສຸມ ​ຈາກ​ບັນ​ດາ​ອົງ​ການ​ວາງ​ແຜນ​​ນະ​ໂຍ​ບາຍ,​ຄຸ້ມ​ຄອງ​ການ​ສຶກ​ສາ, ​ຊີ້​ນຳ​ສື່ມວນ​ຊົນ ແລະ ບັນ​ດາ​ອົງ​ການ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ.