
ນັກຊ່ຽວຊານ CSIS ທີ່ກອງປະຊຸມສຳມະນາ
(vovworld) - ແຜນຮ່າງກ່ຽວກັບຄຳຕັດສິນຂອງສານກຳມະການປະຈຳການ ດ້ວຍຄະດີຮ້ອງຟ້ອງຂອງ ຟີລິບປິນຕໍ່ຈີນ ກໍ່ຄືປະຕິກິລິຍາຕໍ່ໄປຂອງ ປັກກິງນັ້ນ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາເຊິ່ງຫາກໍ່ໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 21/6, ຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) ທີ່ມີສຳນັກງານຢູ່ ວໍຊິງຕັນ ດີຊີ, ອາເມລິກາ. ບັນດານັກຊ່ຽວຊານຂອງສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ, ກໍ່ຄືບັນດາຜູ້ເຂົ້າຮ່ວມ ສ່ວນຫຼາຍລ້ວນແຕ່ຖືວ່າ, ສານຈະປະຕິເສດຄຳຮຽກສິດທີ່ໄຮ້ເຫດຜົນກ່ຽວກັບທາງ 9 ຕອນ ເຊິ່ງຈີນໄດ້ປະກາດພຽງລຳພັງຝ່າຍດຽວຢູ່ທະເລຕາເວັນອອກ.
ຕໍ່ໜ້າເລື່ອງຈີນປະກາດບໍ່ຮັບຮູ້ຄຳຕັດສິນຂອງສານກຳມະການ, ທ່ານ Amy Searight, ອະດີດຜູ້ຊ່ວຍວຽກລັດຖະມົນຕີປ້ອງກັນປະເທດ ອາເມລິກາຖືວ່າ, ຈີນຈະເສຍອິດທິພົນຊື່ສຽງຢ່າງຮ້າຍແຮງ, ຖ້າຫາກບໍ່ປະຕິບັດຕາມຄຳຕັດສິນຂອງສານ.
“ປະຈຸບັນ, ບໍ່ມີຄວາມມານະພະຍາຍາມການທູດໃດໆ ທີ່ສາມາດເຮັດໃຫ້ ຈີນປ່ຽນແປງຄວາມຕັ້ງໃຈໄດ້. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຫວັງວ່າ, ໃນໄລຍະຍາວ, ເມື່ອອິດທິພົນ ແລະ ຄວາມສາມາດຖືກຕົກຢູ່ໂດດດຽວນັບມື້ນັບສູງນັ້ນ ຈະເຮັດໃຫ້ ຈີນຕ້ອງມີການປ່ຽນແປງດ້ານແນວຄວາມຄິດ ແລະ ຊອກຫາບັນດາມາດຕະການເພື່ອຮັກສາກຽດໄວ້“
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
