ການມອບຂອງຂວັນໃຫ້ແກ່ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານປົກປ້ອງ, ເບິ່ງແຍງດູແລເດັກນ້ອຍປີ 2024 (ພາບ: TTXVN)

ລາຍການໄດ້ຈັດຂຶ້ນເພື່ອແນໃສ່ມຸ່ງໄປເຖິງບັນດາການກະທຳອັນສູງສົ່ງ ແລະ ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດປີ 2025. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ໃນ18 ປີຜ່ານມາ, ກອງທຶນອຸປະຖຳເດັກນ້ອຍ ຫວຽດນາມ ຂົນຂວາຍໄດ້ເງິນເປັນຈຳນວນເກືອບ 1.700 ຕື້ດົ່ງ (ກ່ວາ 71 ລ້ານ USD), ໜູນຊ່ວຍໃຫ້ແກ່ເດັກນ້ອຍນັບລ້ານຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ມີເງື່ອນໄຂເພື່ອຮ່ຳຮຽນ, ເບິ່ງແຍງດູແລສຸຂະພາບ, ບືນຕົວຂຶ້ນໃນການດຳລົງຊີວິດ. ທ່ານນາງ ໃຫ້ຮູ້ວ່າ:

ຜ່ານລາຍການນີ້, ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ບັນດາຄະນະ, ກະຊວງ, ຂະແໜງການ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງໝູ່ຄະນະ, ຄອບຄົວ, ໂຮງຮຽນ ແລະ ສັງຄົມ, ບັນດາສາຍໃຈແຫ່ງຄວາມເມດຕາຈະສືບຕໍ່ໃຫ້ການສະໜັບສະໜູນພາລະກິດແຫ່ງການເບິ່ງແຍງດູແລ, ການສຶກສາ ແລະ ປົກປ້ອງເດັກນ້ອຍເວົ້າລວມ ແລະ ກອງທຶນອຸປະຖຳເດັກນ້ອຍ ຫວຽດນາມ ເວົ້າສະເພາະ. ບັນດາການກະທຳ, ວຽກງານລະອຽດ, ແທດຈິງ ຈະຊ່ວຍເດັກນ້ອຍໝົດທຸກຄົນໄດ້ຊົມໃຊ້ຜົນສຳເລັດຂອງ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຂອງປະເທດຊາດໃຫ້ດີທີ່ສຸດ ແລະ ຄົບຖ້ວນທີ່ສຸດ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ, ກາຍເປັນແຫຼ່ງຊັບພະຍາກອນມະນຸດ ຫຼັກແຫຼ່ງໃນການປະຕິບັດຄວາມຄາດຫວັງນຳປະເທດຊາດ ພັດທະນາທຽບເທົ່າກັບບັນດາປະເທດມະຫາອຳນາດຢູ່ຫ້າທະວີບໃຫ້ປະກົດຜົນເປັນຈິງ.