ວັນ​ທີ 13 ເມ​ສາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຕາມ​ນັ້ນ​ແລ້ວ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ສອງ​ອາ​ທິດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 8 ເມ​ສາ ປີ 2026. ຖະ​ແຫຼງ​ການ​ຢັ້ງ​ຢືນ​ຄືນ​ໃໝ່​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເດີ​ນ​ເຮືອ ແລະ ການ​ບິນ​ຢູ່​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ທີ່​ນຳ​ໃຊ້​ໃຫ້​ແກ່​ການ​ເດີນ​ເຮືອ​ສາ​ກົນ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ລວມ​ມີ ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS 1982), ບັນ​ດາ​ມາ​ດ​ຕະ​ຖານ ແລະ ຂໍ້​ສະ​ເໜີ​ໃນ​ຕົວ​ຈິງ​ທີ່​ກ່ຽວ​ຂ້ອງ​ເຖິງ ອົງ​ການ​ກາ​ນ​ບິນ​ພົນ​ລະ​ເຮືອ​ນສາ​ກົນ (ICAO) ແລະ ອົງ​ການ​ການ​ເດີນ​ເຮືອ ​ສາ​ກົນ (IMO).