ຕອນ​ບ່າຍ​ວັນ​ທີ 13 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ Takaichi Sanae ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP), ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ.

ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ຍີ່​ປຸ່ນ​ຈະ​ສືບ​ຕໍ່​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຂໍ​ຖືເປັນ​ກຽດ​ເຊື້ອ​ເຊີນ​ພະ​ເຈົ້າ​ຈັກ​ກະ​ເພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ, ທ່ານ​ນາງ​ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນ​ເວ​ລາ​ທີ່​ເໝ​າ​ສົມ.

ສ່ວນ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນຢັ້ງ​ຢື​ນ​ຍີ່​ປຸ່ນ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ຖາ​ນະ​ຕຳ​ແໜ່ງ, ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ພາກ​ພື້ນ, ພ້ອມ​ທັງ​ຢັ້ງ​ຢືນ​ຍີ່​ປຸ່ນ​ຖື​ເປັນ​ສຳ​ຄັນ ແລະ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ມາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.