ດັດຊະນີການດຳເນີນທຸລະກິດຜ່ານແຕ່ລະໄຕມາດ (ພາບ: EuroCham) |
ໄຕມາດ III/2025 ຮັບຮູ້ວ່າ ມີຄວາມເຊື່ອໝັ່ນຢ່າງຈະແຈ້ງໃນປະຊາຄົມວິສາຫະກິດ ເອີຣົບ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ດ້ວຍເລື່ອງ ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ເພີ່ມຂຶ້ນ 66,5 ຄະແນນ. ຄະແນນດັ່ງກ່າວຜ່ານຜ່າລະດັບທີ່ໄດ້ຮັບຮູ້ກ່ອນໄລຍະ ອາເມລິກາ ຈັດວາງອັດຕາພາສີສົມທົບ ແລະ ບັນລຸລະດັບສູງສຸດໃນ 3 ປີຜ່ານມາ. ນີ້ແມ່ນຂໍ້ມູນໃນບົດລາຍງານ BCI ໄຕມາດ III/2025 ໂດຍສະຫະສະມາຄົມວິສາຫະກິດເອີຣົບ ປະຈຳ ຫວຽດນາມ (EuroCham) ປະກາດໃນວັນທີ 14 ຕຸລາ.
ທ່ານປະທານ EuroCham Bruno Jaspaert ໃຫ້ຮູ້ວ່າ ການປົວແປງຢ່າງແຮງໃນຈິດຕະສາດວິສາຫະກິດ ແມ່ນ 1 ໃນບັນດາຈຸດທີ່ໜ້າສົນໃຈ ເມື່ອມີວິສາຫະກິດ ເອີຣົບ ເຖິງ 80% ເຂົ້າຮ່ວມການສຳຫຼວດໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງໃນ 5 ປີຈະມາເຖິງຂອງ ຫວຽດນາມ ແລະ 76% ໃຫ້ຮູ້ວ່າ ເຂົາເຈົ້າ ຈະແນະນຳ ຫວຽດນາມ ຄືດັ່ງຈຸດນັດພົບແຫ່ງການລົງທຶນ.
ບົດລາຍງານ BCI ໄຕມາດທີ III ບໍ່ພຽງແຕ່ສ່ອງແສງເຖິງສະພາບການເສດຖະກິດມະຫາພາກເທົ່ານັ້ນ ຫາກຍັງຮັບຮູ້ບັນດາການຫັນປ່ຽນທີ່ມີລັກສະນະໂຄງປະກອບທີ່ພວມໄດ້ຮັບການກຳນົດຄືນໃໝ່ ໃນສະພາບການດຳເນີນທຸລະກິດຢູ່ ຫວຽດນາມ.

