ເມື່ອກ່າວຄຳເຫັນຢູ່ນະຄອນຫຼວງ ກົວລາ ລຳເປີ ຂອງ ມາເລເຊຍ ໃນການປະຊຸມກັບບັນດາລັດຖະມົນຕີເສດຖະກິດ ອາຊຽນ, ທ່ານ Greer ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບພາສີອາກອນກັບແຕ່ລະປະເທດໃນພາກພື້ນ ພວມມີຄວາມຄືບໜ້າ ແລະ ຂໍ້ຕົກລົງຈຳນວນໜຶ່ງ ອາດຈະສຳເລັດໃນຊຸມເດືອນຈະມາເຖິງ, ຊ້ຳບໍ່ໜຳອາດຈະແມ່ນຊຸມອາທິດຈະມາເຖິງ. ກໍຕາມຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ ແລ້ວ, ວໍຊິງຕັນ ແລະ ບັນດາປະເທດ ອາຊຽນ ມີຜົນປະໂຫຍດຄ້າຍຄືກັນໃນຫຼາຍຂົງເຂດ ແລະ ອາດຈະຮ່ວມມືເພື່ອພ້ອມກັນບັນລຸໄດ້ເປົ້າໝາຍລວມ ນັ້ນແມ່ນນຳມາເຊິ່ງລັກສະນະສົມທົບ ແລະ ດຸ່ນດ່ຽງໃນລະບົບການຄ້າທົ່ວໂລກ.
ບັນດາປະເທດ ອາຊຽນ ພວມຕ້ອງຈ່າຍອັດຕາພາສີອາກອນສູງຈາກອຳນາດການປົກຄອງ ອາເມລິກາ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຜົນກະທົບ ທີ່ເກີດຈາກພາສີອາກອນ, ໂດຍສະເພາະແມ່ນສຳລັບບັນດາພື້ນຖານເສດຖະກິດທີ່ຂຶ້ນກັບການສົ່ງອອກ. ສ່ວນໃຫຍ່ ພາກພື້ນກຳລັງຕ້ອງຈ່າຍອັດຕາພາສີສົມທົບ 19 – 20%, ສະເພາະ ລາວ ແລະ ມຽນມາ ຖືກຈັດວາງອັດຕາພາສີ 40%, ສ່ວນ ສິງກະໂປ ເສຍອັດຕາພາສີອາກອນຕ່ຳສຸດແມ່ນ 10%.
ນັກຂ່າວ VOV ປະຈຳ ອາເມລິກາ
