ເມື່ອຂຽນລົງສື່ສັງຄົມອອນໄລ ໃນຕອນຄ່ຳວັນທີ 9 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຈະຕົກລົງເຫັນດີໃຫ້ກຸ່ມບໍລິສັດ Nvidia, ມີສຳນັກງານຕັ້ງຢູ່ລັດ California ຂາຍຊິບຂັ້ນສູງ H200 ໃຫ້ແກ່ບັນດາລູກຄ້າທີ່ໄດ້ຮັບການຕົກລົງຮອງຮັບເອົາຢູ່ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຈະໄປຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ອາເມລິກາ ຈະໄດ້ຮັບ 25% ຂອງລາຍຮັບຈາກການຂາຍຊິບໃຫ້ແກ່ ປັກກິ່ງ.
ກ່ອນໜ້ານັ້ນ ໃນເດືອນສິງຫາຜ່ານມາ, Nvidia ແລະ AMD ໄດ້ເຫັນດີແບ່ງປັນກັບລັດຖະບານ ອາເມລິກາ 15% ລາຍຮັບທີ່ເກັບມາຈາກການເຄື່ອນໄຫວຂາຍຊິບໃຫ້ແກ່ ຈີນ. ປັດຈຸບັນ, ຊິບ H200 ທີ່ທ່ານ Trump ອະນຸຍາດໃຫ້ຂາຍນັ້ນ ແມ່ນລຸ້ນດີ ແຕ່ບໍ່ແມ່ນລຸ້ນຊິບມີພະລັງແຮງສຸດຂອງ Nvidia.
ຕາມທ່ານ Trump ແລ້ວ, ເລື່ອງຊື້ - ຂາຍ ຈະໄດ້ຮັບການປະຕິບັດ “ໃນບັນດາເງື່ອນໄຂທີ່ອະນຸຍາດເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ”.
ນັກຂ່າວ VOV ປະຈຳ ອາເມລິກາ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
