ພິທີໂຮມຊຸມນຸມມິດຕິງປຸກລະດົມວັນເພື່ອສຸຂະພາບທົ່ວປວງຊົນ (7 ເມສາ) ໄດ້ດຳເນີນໃນຕອນເຊົ້າວັນທີ 5 ເມສາ ຢູ່ຮ່າໂນ້ຍ. ເຫດການໂດຍຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງປະສານສົມທົບກັບກະຊວງສາທາລະນະສຸກ ຈັດຂຶ້ນດ້ວຍຫົວຂໍ້ “ເປັນເຈົ້າການໃນການປ້ອງກັນຕ້ານພະຍາດ - ເພື່ອຫວຽດນາມເຂັ້ມແຂງ”. ນີ້ແມ່ນຄັ້ງທຳອິດ, ວັນເພື່ອສຸຂະພາບທົ່ວປວງຊົນໄດ້ຜັນຂະຫຍາຍຢ່າງຄົບຊຸດໃນທົ່ວປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຊີ້ແຈ້ງວ່າ:
ກົມການເມືອງຕັດສິນໃຈ ເອົາວັນທີ 7 ເມສາ ຂອງທຸກປີແມ່ນວັນເພື່ອສຸຂະພາບທົ່ວປວງຊົນ. ແລະປີ 2026 ແມ່ນປີທຳອິດຜັນຂະຫຍາຍດ້ວຍຫົວຂໍ້ ເປັນເຈົ້າການປ້ອງກັນຕ້ານພະຍາດເພື່ອຫວຽດນາມເຂັ້ມແຂງ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວປຸກລະດົມທີ່ມີລັກສະນະຂະບວນການ ເທົ່ານັ້ນ ຫາກຍັງແມ່ນການກຳນົດທິດຍຸດທະສາດ, ຫັນປ່ຽນຈາກຈິນຕະນາການປິ່ວປົວພະຍາດມາເປັນການປ້ອງກັນຕ້ານພະຍາດເປັນຈຸດສຸມ, ພື້ນຖານ, ຍາວນານ, ຖືສຸຂະພາບຂອງປະຊາຊົນເຂົ້າໃຈກາງຂອງທຸກນະໂຍບາຍພັດທະນາປະເທດຊາດ.
ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງສະເໜີທຸກຂັ້ນ, ທຸກຂະແໜງການກໍ່ສ້າງ ແລະ ແຜ່ກະຈາຍຢ່າງແຮງວັດທະນະທຳສຸຂະພາບໃນທົ່ວສັງຄົມ, ສຸມໃສ່ພັດທະນາການແພດສຳຮອງ ແລະ ການແພດຮາກຖານ, ຮັບປະກັນປະຊາຊົນໝົດທຸກຄົນໄດ້ເຂົ້າເຖິງການບໍລິການເບິ່ງແຍງສຸຂະພາບເບື້ອງຕົ້ນທີ່ມີຄຸນນະພາບ, ທັນການ, ສະດວກ; ຍູ້ແຮງການຫັນເປັນດີຈີຕອນໃນຂົງເຂດການແພດ, ໝູນໃຊ້ຂໍ້ມູນໃຫຍ່, ປັນຍາປະດິດໃນການຄາດຄະເນ, ຄຸ້ມຄອງສຸຂະພາບ, ຜັນຂະຫຍາຍເອກະສານສຸຂະພາບດີຈີຕອນຢ່າງມີປະສິດທິຜົນ…
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
