ຫງວຽນຫງອກເຮືອງ ແລະ ກີມຮວ່າງຄາງ ເຊິ່ງແມ່ນເດັກສອງຄົນໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ເກາະ ຮ່ອນຈ໊ວຍ ເຊິ່ງແມ່ນໜຶ່ງໃນບັນດາເກາະທີ່ສຳຄັນທີ່ສຸດຢູ່ເຂດທາງທິດຕາເວັນຕົກພາກໃຕ້ ຫວຽດນາມ
ເຖິງວ່າ ຄາງ ແລະ ເຮືອງ ຮຽນສອງລະດັບແຕກຕ່າງກັນກໍ່ຕາມ ແຕ່ພວກນ້ອງຍັງຢູ່ຮ່ວມຫ້ອງດຽວກັນ ໂດຍພັນຕີ ເຈິ່ນບິ່ງຟຸກ ສອນໂດຍກົງ. ນັ້ນແມ່ນຫ້ອງຮຽນແຫ່ງຄວາມຮັກແພງປ້ອມປ້ອງກັນຊາຍແດນ ຮ່ອນຈ໊ວຍ. ຫ້ອງຮຽນມີນັກຮຽນ 11 ຄົນຖືກແບ່ງເປັນສີ່ລະດັບ. ພັນຕີ ເຈິ່ນບິ່ງຟຸກ ໃຫ້ຮູ້ວ່າ:
“ຫ້ອງຮຽນຂອງຂ້າພະເຈົ້າ ແມ່ນຮູບແບບປະສົມປະສານເຂົ້າກັນ. ຢາກເຮັດໄດ້ຄືແນວນັ້ນກໍ່ຕ້ອງມີລະດັບຄວາມຮູ້ຢ່າງລະອຽດ. ທີສອງ ແມ່ນໃນການສອນທັກສະກໍ່ຕ້ອງປະຕິບັດເປັນຢ່າງດີ. ນັກຮຽນຂອງຂ້າພະເຈົ້າກຳແໜ້ນລະດັບຄວາມຮູ້ໂດຍພື້ນຖານ”.
ນັບແຕ່ເວລາປະຕິບັດງານຢູ່ປ້ອມປ້ອງກັນຊາຍແດນ ຮ່ອນຈ໊ວຍ, ໃນປີ 2010 ພັນຕີ ເຈິ່ນບິ່ງຟຸກ ຍາມໃດກໍ່ມີຄວາມຫວັງຢາກຊ່ວຍໃຫ້ພວກນ້ອງນ້ອຍຮູ້ອ່ານຮູ້ຂຽນ. ຮຽນຈົບຈາກມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ປັດຈຸບັນ ແມ່ນມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແຕ່ພັນຕີ ເຈິ່ນບິ່ງຟຸກ ພັດບໍ່ລົງເລິກກ່ຽວກັບຂະແໜງສ້າງຄູ. ລາວຕ້ອງຄົ້ນຄວ້າດ້ວຍຕົນເອງ ແລະ ຮຽນຮູ້ນຳຄູສອນຢູ່ດິນຕໍ່ແຜ່ນ. ພັນຕີ ເຈິ່ນບິ່ງຟຸກ ໃຫ້ຮູ້ວ່າ:
“ສິ່ງທີ່ຫຼອກຫຼອນທີ່ສຸດສຳລັບຂ້າພະເຈົ້າ ແມ່ນແສງຕາຂອງພວກນ້ອງໃສ ແຕ່ວ່າຍັງໂສກເສົ້າຢູ່. ແຕ່ດ້ວຍເຈດຈຳນົງຂອງອ້າຍທະຫານຄົນໜຶ່ງ, ຂ້າພະເຈົ້າຕັດສິນໃຈປົວແປງບັນຫານີ້. ໃນຫຼາຍປີທີ່ຜ່ານມາໃບໜ້າສີຕາຂອງພວກນັກຮຽນຂອງຂ້າພະເຈົ້າກໍ່ໄດ້ເປີດຮອບຍິ້ມແລ້ວ. ຂ້າພະເຈົ້າໄດ້ນຳຄວາມເຊື້ອໝັ້ນ ນຳຄວາມຜາສຸກມາໃຫ້ປະຊາຊົນຢູ່ແຫ່ງນີ້”.
ຈາກຫ້ອງຮຽນປຸກສ້າງຊົ່ວຄາວໃນເບື້ອງຕົ້ນ, ມາຮອດປັດຈຸບັນຄູສອນ ແລະ ນັກຮຽນຢູ່ເກາະ ຮ່ອນຈ໊ວຍ ໄດ້ມີຫ້ອງຮຽນທີ່ໃຫຍ່ໂຕກວ່າເກົ່າ. ເຄື່ອງນຸ່ງປຶ້ມອ່ານ ປຶ້ມຂຽນ ແລະ ວັດຖຸອຸປະກອນຮັບໃຊ້ການຮຽນກໍ່ລ້ວນແຕ່ຂອງອ້າຍຄູ ຟຸກ ແລະ ພວກອ້າຍທະຫານຮ່ວມແຮງຮ່ວມໃຈເບິ່ງແຍງດູແລ. ນ້ອງ ຫງວຽນຮວ່າງຮ໋າວ ນັກຮຽນຫ້ອງ ປໍ5 ໃຫ້ຮູ້ວ່າ:
“ເມື່ອລູກຮຽນນຳອ້າຍຄູ ຟຸກ ລູກກໍ່ໄດ້ຮູ້ອ່ານຮູ້ຂຽນ. ລູກດີໃຈທີ່ສຸດ ແລະ ຮູ້ສຶກນຳມາເຊິ່ງຜົນປະໂຫຍດຫຼາຍທີ່ສຸດ”.
ເຖິງວ່າໄລຍະປະຕິບັດງານຢູ່ເກາະ ຮ່ອນຈ໊ວຍ ພຽງ 5 ປີເທົ່ານັ້ນ ແຕ່ພັນຕີ ເຈິ່ນບິ່ງຟຸກ ສະໝັກໃຈຂໍສືບຕໍ່ເຮັດວຽກຢູ່ເກາະ. 16 ປີ ຢູ່ເກາະແຫ່ງນີ້, ພັນຕີ ເຈິ່ນບິ່ງຟຸກ ໄດ້ສອນນັກຮຽນ 98 ຄົນ ໃນນັ້ນມີ 7 ຄົນໄດ້ຮຽນຈົບມະຫາວິທະຍາໄລ, ມີ້ຫຼາຍຄົນໄດ້ຮຽນຈົບໂຮງຮຽນວິຊາຊີບ ແລະ ມີວຽກເຮັດງານທຳປົກກະຕິ. ດ້ວຍຄວາມຮັກແພງ ແລະ ຄວາມມານະພະຍາຍາມຂອງພັນຕີ ເຈິ່ນບິ່ງຟຸກ ພວກນ້ອງນ້ອຍນັບທັງພໍ່ແມ່ຂອງພວກເຂົາກໍ່ລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ຄວາມໄຝ່ຝັນຊອງພວກນ້ອງ ຈະປາກົດຜົນເປັນຈິງ. ນາງ ຮວ່າງແທັກຢາງ ຢູ່ເກາະ ຮ່ອນຈ໊ວຍ ໃຫ້ຮູ້ວ່າ:
“ເມື່ອກ່ອນນີ້ລູກສາວຂອງຂ້າພະເຈົ້າກໍ່ຮຽນຢູ່ນີ້, ເວລາເຕີບໃຫຍ່ຂຶ້ນກໍ່ກັບຄືນສູ່ດິນຕໍ່ແຜ່ນຮຽນວິຊາຊີບ. ປັດຈຸບັນກໍ່ມີບັກນ້ອຍໄປຮຽນ. ຢູ່ທີ່ນີ້ປ້ອມປ້ອງກັນຊາຍແດນເປີດຫ້ອງຮຽນສອນລູກນ້ອງຢູ່ເກາະ ຮູ້ອ່ານ ຮູ້ຂຽນ ແລະ ເວລາເຕີບໃຫຍ່ ກໍ່ກັບຄືນດິນຕໍ່ແຜ່ນຮຽນຕໍ່”.
ໃນໂອກາດວັນບຸນ ຫຼື ໃນຍາມບຸນເຕັດ, ນັກຮຽນຂອງອ້າຍຄູ ເຈິ່ນບິ່ງຟຸກ ຈາກທຸກແຫ່ງໄດ້ກັບຄືນສູ່ເກາະຢ້ຽມຢາມອ້າຍຄູເມື່ອກ່ອນນີ້. ຄາວນັ້ນອ້າຍຄູກໍ່ດີໃຈມອບປຶ້ມ ແລະ ສໍໃຫ້ພວກນ້ອງນັກຮຽນ. ຂອງຂວັນນີ້ເຖິງວ່າເລັກນ້ອຍກໍ່ຕາມ ແຕ່ໄດ້ຕິດຕາມພວກນ້ອງໄປເຂດດິນແດນຫຼາຍແຫ່ງ ເພື່ອສ້າງໜ້າປະຫວັດສາດໃໝ່ກ່ຽວກັບການດຳລົງຊີວິດທີ່ພວກນ້ອງມີຄວາມໄຝ່ຝັນ ກ່ຽວກັບເສັ້ນທາງອຸທິດສ່ວນກໍ່ສ້າງບ້ານເກີດເມືອງນອນ ປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
