ເປີດສາກບົດຂຽນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ປະສົບຜົນສຳເລັດຢ່າງຈົບງາມ, ນຳມາເຊິ່ງຄວາມຄາດຫວັງ, ຄວາມເຊື່ອໝັ້ນໃໝ່, ບັນຍາກາດໃໝ່ ແລະ ເປີດກາລະໂອກາດພັດທະນາໃໝ່ໃຫ້ແກ່ປະເທດຊາດ.
ຫວນຄືນອາຍຸການ 2021 – 2025, ຕາມທ່ານນາຍົກລັດຖະມົນຕີແລ້ວ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໄດ້ສະແດງຄຸນນະທາດຢ່າງໝັ້ນແກ່ໜ, ຜ່ານຜ່າ “ພາຍຸລົມແຮງ”, ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າສຳຄັນທີ່ສຸດ. ໃນນັ້ນພົ້ນເດັ່ນແມ່ນ: ການຄວບຄຸນພະຍາດໂຄວິດ - 19 ໃຫ້ສຳເລັດຜົນ, ພ້ອມທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ. ພື້ນຖານເສດຖະກິດບັນລຸລະດັບເຕີບໂຕສູງນອນໃນກຸ່ມມີການເຕີບໂຕສູງແຖວໜ້າພາກພື້ນ ແລະ ໂລກໃນຂະນະທີ່ຍັງຮັກສາໄດ້ເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີໄດ້ຮັບຜົນດີ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຜັນຂະຫຍາຍການປະຕິວັດສັບຊ້ອນປະເທດຊາດຄືນໃໝ່ຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດລັດລົງ, ອົງການປົກຄອງທ້ອງຖິ່ນສອງຂັ້ນ ຕິດພັນກັບການຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ, ແບ່ງຂັ້ນ, ແບ່ງອຳນາດ. ເພາະສະນັ້ນ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນໄດ້ຮັບການຍົກສູງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບໃຫ້ແກ່ການພັດທະນາປະເທດຊາດ.ສິ້ນສຸດບົດຂຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ ຫວຽດນາມ ແນ່ນອນຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ, ບັນລຸ ສອງເປົ້າໝາຍຍຸດທະສາດ 100 ປີດ້ວຍທັດສະນະລຸລ່ວງແມ່ນການເຕີບໂຕບັນລຸລະດັບສອງຕົວເລກຕິດພັນກັບຄຸນນະພາບການເຕີບໂຕ ແລະ ການພັດທະນາແບບຍືນຍົງ, ປະຕິບັດການຫັນຄາດຫວັງພັດທະນາປະເທດຈະເລີນຮຸ່ງເຮືອງ, ຮັ່ງມີເຂັ້ມແຂງໃຫ້ປະກົດຜົນເປັນຈິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
