ເມື່ອຄ່ຳລົງມາ, ເຂດທ່ອງທ່ຽວປະຫວັດສາດວິຫານ ຮຸ່ງ ໃນແຂວງ ຝຸເຖາະ ພາຍຫຼັງເປີດພື້ນທີ່ພັດທະນາລະຫວ່າງເຂດ, ໄດ້ປ່ຽນແປງໂສມໜ້າຢ່າງເຫັນໄດ້ຊັດ
ໃຕ້ແສງໄຟທີ່ຄ່ອຍໆ, ແຂກທ່ອງທ່ຽວແຕ່ລະຄົນມືຈັບໂຄມໄຟຄ່ອຍໆກ້າວຂຶ້ນພູ ເຫງຍຫຼິງ ຜ່ານວິຫານ ຮ້າ, ວິຫານຈຸງ, ວິຫານເທື້ອງ ແລະ ສິ້ນສຸດຢູ່ ວິຫານຢ໊ຽງ ດ້ວຍການເດີນທາງທີ່ສັກສິດຕິດພັນກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ. ນາງ ຫງວຽນທິທຸ໋ຍລານ ແຂກທອ່ງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ຂ້າພະເຈົ້າໄດ້ໄປທ່ອງທ່ຽວວິຫານ ຮຸ່ງ ຫຼາຍຄັ້ງແລ້ວ ແຕ່ໃນເທື່ອນີ້ກໍ່ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຄົ້ນຫາລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ວິຫານ ຮຸ່ງ. ຂ້າພະເຈົ້າເຫັນວ່າ ມີການປະດິດຄິດສ້າງຫຼາຍຢ່າງ ແລະ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ”.
ບໍ່ພຽງແຕ່ແມ່ນການຢ້ຽມຊົມທັດສະນະສຶກສາເທົ່ານັ້ນ ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ວິຫານ ຮຸ່ງ ປຽບເໝືອນການເດີນທາງດ້ວຍຄວາມສັກສີດຢ່າງເຕັມສ່ວນ. ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບການເລົ່າເລື່ອງກ່ຽວກັບປະຫວັດສາດແຫ່ງການສ້າງສາປະເທດຊາດເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມພິທີຖວາຍດອກໄມ້ຈູດທູບທຽນບູຊາໃນບັນຍາກາດງຽບສະງັດຂອງຍາມຄ່ຳຄືນອີກດ້ວຍ.
ຢູ່ວິຫານເທື້ອງ ເມື່ອມຸ່ງສາຍຕາໄປທາງໄກຜູ້ຄົນທັງຫຼາຍຕ່າງກໍ່ມີຄວາມສະດຸ້ງໃຈ ຍ້ອນວ່າບໍ່ພຽງແຕ່ມີທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ ຫາກຍັງເຫັນວ່ານີ້ແມ່ນດິນແດນແຫ່ງກົກເຄົ້າເຫງົ້າກໍ. ນາງ ຫງວຽນທິແທັງຮວາ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເວົ້າວ່າ:
“ນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຍາມຄ່ຳຄືນ, ເຖິງວ່າຍາມກາງເວັນໄປຫຼາຍແລ້ວກໍ່ຕາມ ແຕ່ໃນລາຍການທ່ອງທ່ຽວຍາມຄຳຄືນກໍ່ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຄົ້ນຫາ. ເຂົ້າຮ່ວມລາຍການທ່ອງທ່ຽວຍາມຄ່ຳຄືນເຊັ່ນນີ້ ເຮົາເຫັນວ່າຕົນເອງມີຄວາມສະໜິດຕິດພັນກັບດິນແດນບັນພະບູລຸດ ແລະ ຮູ້ສຶກມີຄວາມສະຫວາດສະເຫວີຍທີ່ສຸດ”.
ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ວິຫານ ຮຸ່ງ ໄດ້ຮັບການຟື້ນຟູປະຕິບັດໃນປີ 2026 ກາຍເປັນສະຖານທີ່ພົ້ນເດັ່ນໃນເຫດການໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ບໍ່ພຽງແຕ່ເປັນຜະລິດຕະພັນທ່ອງທ່ຽວໃໝ່ເທົ່ານັ້ນ ການທ່ອງທ່ຽວຍາມຄ່ຳຄືນຢູ່ວິຫານ ຮຸ່ງ ໄດ້ປະກອບສ່ວນສ້າງທ່າອ່ຽງທ່ອງທ່ຽວໃນຕອນກາງຄືນ ຊ່ວຍແກ່ຍາວໄລຍະເວລາພັກເຊົາ ແລະ ຈັດແບ່ງຈຳນວນແຂກທ່ອງທ່ຽວທີ່ເໝາະສົມກວ່າເກົ່າ. ທ່ານ ບຸ່ຍຊວັນເຈື່ອງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຝູເຖາະ ເນັ້ນໜັກວ່າ:
“ລາຍການທ່ອງທ່ຽວຍາມຄ່ຳຄືນໄດ້ຖືກຈັດຕັ້ງປະຕິບັດແນໃສ່ພັດທະນາເສດຖະກິດຍາມຄ່ຳຄືນ ສ້າງເງື່ອນໄຂໃຫ້ແກ່ແຂກທ່ອງທ່ຽວໄດ້ຮັບຊົມມໍລະດົກດ້ວຍຮູບແບບທີ່ໃໝ່ອ່ຽມ ພ້ອມກັນນັ້ນກໍ່ປະກອບສ່ວນໂຄສະນາຄຸນຄ່າວັດທະນະທຳດິນແດນບັນພະບູລຸດ”.
(ເທບ).
ໃນການດຳລົງຊີວິດຍຸກທັນສະໄໝ, ຂະນະທີ່ຜູ້ຄົນທັງຫຼາຍມີຄວາມຟ້າວຟັ່ງ ແຕ່ໃນຄ່ຳຄືນທີ່ມິດງງຽບຢູ່ຈອມພູ ເຫງຍຫຼິງ ກໍ່ແມ່ນຈຸດເວລາທີ່ຫາຍາກ ເພື່ອໃຫ້ແຕ່ລະຄົນໄດ້ຮັບຟັງ ແລະ ເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຕື່ມອີກ. ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ວິຫານ ຮຸ່ງ ບໍ່ພຽງແຕ່ແມ່ນຜະລິດຕະພັນທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ກັບຄືນສູ່ຄວາມຊົງຈຳທຸກຢ່າງ.ອີກດ້ວຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
