ເນື່ອງໃນໂອກາດພະເຢຊູ ກີໂຕ ຟື້ນຄືນຊີວິດ, ຕອນເຊົ້າວັນທີ 05 ເມສາ, ຢູ່ເຂດຊາວຄຼິດ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບັນດາຄຸນພໍ່, ນັກບວດ, ຊາວຄຼິດ. ຢູ່ທີ່ນີ້, ທ່ານນປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຍົກອອກບັນດາຈຸດພົ້ນເດັນດ້ານເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ:
“ພາລະກິດປ່ຽນແປງໃໝ່ຂອງປະເທດຊາດພາຍຫຼັງ 40 ຜ່ານມາ, ປະເທດຊາດບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໂດຍມີການປະກອບສ່ວນຂອງທົ່ວພັກ, ທົ່ວກອງທັບ, ປະຊາຊົນທຸກຊັ້ນວັນນະ, ໃນນັ້ນມີບັນດາສາສະໜາ, ພິເສດແມ່ນສາສະໜາກາໂຕນິກ ຫວຽດນາມ. ສາສະໜາກາໂຕນິກ ໄດ້ປະກອບສ່ວນທີ່ດີເຂົ້າໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສິ່ງແວດລ້ອມ, ຄວາມເປັນລະບຽບຮຽບຮ້ອຍ… ຢູ່ທ້ອງຖິ່ນ. ພິເສດ, ໃນການເລືອກຕັ້ງຜ່ານມາ, ມີພໍ່ແມ່ປະຊາຊົນຊາວຄຼິດກວ່າ 7,8 ລ້ານຄົນໃນທົ່ວປະເທດ ໄດ້ຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ”.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 (ເຊິ່ງຈະຈັດຂຶ້ນໃນຕອນເຊົ້າວັນທີ 06 ເມສາ), ສະພາແຫ່ງຊາດຈະປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການເຫຼື້ອມໄຊເຊື່ອຖື, ສາສະໜາ (ສະບັບປັບປຸງ). ໜຶ່ງໃນບັນດາເປົ້າໝາຍໃຫຍ່ສຸດແມ່ນ ສ້າງເງື່ອນໄຂເພື່ອໃຫ້ບັນດາສາສະໜາເຄື່ອນໄຫວຢ່າງສະດວກຖືກຕາມກົດໝາຍ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
