ວັນ​ທີ 5 ເມ​ສາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຈັດ​ກອງ​ປະ​ຊຸມ​ກະ​ກຽມ. ບັນ​ດາ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ໄດ້​ປຶກ​ສາ​ເລືອກ​ເອົາ​ຫົວ​ໜ້າ​ຄະ​ນະ, ຮອງ​ຫົວ​ໜ້າ​ຄະ​ນະ; ຫຼັງ​ຈາກ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ຊຸມ​ຢູ່​ຫໍ​ປະ​ຊຸມ, ຮັບ​ຟັງ​ທ່ານ ເຈິ່ນ​ແທັງ​ເໝິ້ນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ກ່າວ​ຄຳ​ເຫັນ, ທ່ານ ເລກວາງ​ແມັ້ງ ເລ​ຂາ​ນຸ​ການ​ໃຫຍ່ ສະ​ພາ​ແຫ່​ງ​ຊາດ - ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ແຫ່ງ​ຊາດສະ​ເໜີ​ບົດ​ລາຍ​ງານ​ຮັບ​ເອົາ​ຄຳ​ເຫັນ, ອະ​ພິ​ບາຍ, ປັບ​ປຸງ​ຮ່າງ​ໂຄງ​ການດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI. ຫຼັງ​ຈາກ​ນັ້ນ, ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ການ​ປຶກ​ສາ​ຫາ​ລື ແລະ ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ​ໂຄ​ງ​ການ​ດຳ​ເນີນ​ງານຂອງກອງ​ປະ​ຊຸມ. ວັນ​ທີ 6 ເມ​ສາ, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຊຸດ​ທີ XVI ຈະ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງ ​ຮ່າ​ໂນ້ຍ. ກ່ອນ​ເວ​ລາ​ໄຂ​ກອງ​ປະ​ຊຸມ, ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈະ​ໄປ​ວາງ​ພວງ​ມາ​ລາ ແລະ ເຂົ້າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ.