ວັນ​ບຸນ​ພະ​ແມ່ກວານ​ອິມ 2026, ໄດ້​ເປີດ​ສາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ - ຈິດ​ວິນ​ຍາຍ​ຢູ່ ​ດ່າ​ນັ້ງ ໄດ້​ດຳ​ເນີນ​ຢູ່​ເຂດ​ມໍ​ລະ​ດົກ​ລະ​ດັບ​ຊາດ​ພິ​ເສດ ງູ​ແຮັງ​ເຊີນ (4 – 7 ເມ​ສາ). ກ່າວ​ຄຳ​ເຫັນ​ໄຂ​ວັນ​ບຸນ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ເມ​ສາ, ທ່ານ​ນາງ ຫງວຽນ​ທິ​ແອັງ​ທີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ນັ້ງ ຢັ້ງ​ຢືນ​ວ່າ: ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົນ ​ອ​ວາ​ຍ​ໜ້າ​ເມື່ອ​ຫາ​ກົນ​ເຄົ້າ​ເຫງົ້າ​ກໍ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຫຼໍ່​ລ້ຽງ​ຄວາມ​ເມັດ​ຕາ​ປາ​ນີ, ປະ​ກອບ​ສ່ວນ​ສ້າງ​ຊິ​ວິດ​ດ້ານ​ຈິດ​ໃຈ​ໃຫ້​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນ. ທ່ານ​ນາງ​ໃຫ້​ຮູ້​ວ່າ:

ເສີມ​ຂະ​ຫຍາບ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ລະ​ດັບ​ຊາດ​ພິ​ເສດ ງູ​ແຮັງ​ເຊີນ, ວັນ​ບຸ​ນ​ນັບ​ມື້​ນັບ​ໄດ້​ຈັດ​ຕັ້ງ​ທີ່​ມີ​ຂອບ​ຂະ​ໜາດ, ມີ​ແບບ​ມີ​ແຜນ, ດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ, ກົມ​ກ່ຽວ​ລະ​ຫວ່າງ​ພິ​ທີກຳ ແລະ ວັນ​ບຸນ​ທີ່​ດົ້ນ​ເດັ່ນ. ຜ່ານ​ນັ້ນ, ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຄວາມ​ເຊື່ອ​ຖື​ເຫຼື້ອມ​ໃສ​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ນະ​ຄອນ​ດ່າ​ນັ້ງ​ທີ່​ເປັນ​ມິດ, ມີ​ນ້ຳ​ໃຈ​ຄວາມ​ຮັ​ກ​ແພງ, ສີ​ວິ​ໄລ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ​ທັງ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ.