ກອງປະຊຸມສາກົນຮ່ວມ ສ.ເກົາຫຼີ - ອາເມລິກາ ກ່ຽວກັບການຕ້ານການກໍ່ການຮ້າຍຈະໄຂຂຶ້ນໃນວັນທີ 06 ເມສາ, ຢູ່ນະຄອນ Incheon, ສ.ເກົາຫຼີ. ໂດຍຈັດຂຶ້ນເປັນເວລາ 5 ວັນ, ເຫດການໄດ້ເຕົ້າໂຮມນັກຊ່ຽວຊານ ແລະ ກຳລັງຮັບໜ້າທີ່ພິເສດ 150 ຄົນທີ່ມາຈາກເກືອບ 20 ປະເທດ, ໃນນັ້ນມີ ອາເມລິກາ, ອົດສະຕາລີ, ການາດາ ແລະ ຟີລິບປິນ. ນີ້ແມ່ນຄັ້ງທຳອິດທີ່ 2 ຂໍ້ລິເລີມໃຫຍ່ - “ເວທີປາໄສການສຶກສາຕ້ານການກໍ່ການຮ້າຍສາກົນ” ປະຈຳປີຂອງ ສ.ເກົາຫຼີ ແລະ ກອງປະຊຸມສຳມະນາກຳລັງຮັບໜ້າທີ່ພິເສດຂັ້ນສູງຫຼາຍຝ່າຍ (SLS) ຂອງ ອາເມລິກາ - ສົມທົບກັນຈັດຂຶ້ນ, ສະແດງໃຫ້ເຫັນລະດັບບຸລິມະສິດນັບມື້ນັບສູງຕໍ່ການຮ່ວມມືຫຼາຍຝ່າຍໃນການປ້ອງກັນ, ຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງໃໝ່.
ຈຸດສຸມຂອງກອງປະຊຸມແມ່ນປຶກສາຫາລືບັນດາມາດຕະການຮັບມືລວມຕໍ່ໜ້າບັນດາຮູບແບບກໍ່ການຮ້າຍໃໝ່ນຳໃຊ້ປັນຍາປະດິດ (AI); ສຸມໃສ່ສ້າງຮູບແບບເໝືອນຈິງ ກໍຄືຍົກສູງຄວາມສາມາດສົມທົບກັນ ແລະ ການກະທົບຕອບລະຫວ່າງບັນດາລັດຖະບານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
