​ວັນ​ທີ 4 ເມ​ສາ, ​ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ​ຢູ່ ຮ່າ​ໂນ້ຍ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ Yousef Ashour Al-Sabbagh ເ​ອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ເວດ ປະ​ຈຳ ຫວຽດ​ນາມ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ​ກູ​ເວດ ຮ່ວມ​ມື​ກັບ ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ປະ​ກອບ​ສ່ວນ​ຮັກ​ສາ​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຊົນ​ເປັນ​ປົກ​ກະຕິ.

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ເຖິງຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດ​ຍ​ສັນ​ຕິ​ວິ​ທີ, ຜ່ານ​ການ​ເຈ​ລະ​ຈາ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພ້ອມ​ທັງ​ປາດ​ຖະ​ໜາ​ສັນ​ຕິ​ພາບ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ໄວ​ຢູ່​ພາກ​ພື້ນ.

ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ຝ່າຍ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ພາ​ຮ່ວມ​ມື​ເຂດ​ອ່າວ (GCC), ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຢ່າງ​ແຮງ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ກູ​ເວດ ໃຫ້​ຮູ້​ວ່າ ກູ​ເວດ ໄດ້, ພວມ ແລະ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ພ້ອມ​ທັງ​ຢັ້ງ​ຢືນວ່າ ​ລັດ​ຖະ​ບານ ກູ​ເວດ ພວມ​ມາ​ນະ​ພະ​ຍາ​ຍາມ​ສະ​ໜອງ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະ​ຊາ​ຊົນ​ກູ​ເວດ ແລະ ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ກູ​ເວດ, ໃນ​ນັ້ນ​ພົນ​ລະ​ເມືອງ ຫວຽດ​ນາມ.