ວັນທີ 11 ພະຈິກ, ສຳນັກຂ່າວສານ Ynet ຂອງ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນດຽວກັນ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີປະເທດນີ້ ແລະ ທ່ານ Jared Kushner ທູດພິເສດ ອາເມລິກາ ໄດ້ເປັນເອກະພາບຕໍ່ມາດຕະການແກ້ໄຂບັນຫາມືປືນ ຮາມາດສ 200 ຄົນ ທີ່ຕິດຄ້າງຢູ່ນະຄອນ Rafal, ທາງທິດໃຕ້ເຂດ ກາຊາ. ຕາມນັ້ນແລ້ວ, ສອງຝ່າຍກໍໄດ້ເຫັນດີເປັນເອກະພາບອະນຸຍາດໃຫ້ບັນດາມືປືນ ຮາມາດສ ອອກຈາເຂດ ກາຊາ ຢ່າງປອດໄພ ແລະ ໄປຕັ້ງຖິ່ນຖານຢູ່ປະເທດທີ 3.
ກ່ອນໜ້ານັ້ນ, ຊ່ອງ 12 ຂອງ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ອິດສະຣາແອັນ ໄດ້ສະເໜີອະນຸຍາດໃຫ້ບັນດາມືປືນ ຮາມາດສ ຢູ່ນະຄອນ Rafal ໄດ້ອອກຈາກຂົງເຂດນີ້, ດ້ວຍເງື່ອນໄຂຕ້ອງວາງອາວຸດຍອມຈຳນົນ ແລະ ໃຫ້ຄຳໝັ້ນສັນຍາປະການເຄື່ອນໄຫວກໍ່ການຮ້າຍ. ແຫຼ່ງຂ່າວດັ່ງກ່າວໃຫ້ຮູ້ວ່າ ຂໍ້ສະເໜີນີ້ໄດ້ຍົກອອກມາພາຍຫຼັງທີ່ ທ່ານທູດພິເສດ ອາເມລິກາ Jared Kushner ເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 11 ພະຈິກ, ເພື່ອເລັ່ງໃຫ້ວົງການເຈົ້າໜ້າທີ່ຂອງປະເທດນີ້ແກ້ໄຂບັນຫາບັນດາມືປືນ ຮາມາດສ ທີ່ຕິດຄ້າງຢູ່ນະຄອນ Rafal ຢ່າງວ່ອງໄວ. ທ່ານກໍເນັ້ນກັບບັນດາເຈົ້າໜ້າທີ່ ອິດສະຣາແອັນ ວ່າ ບໍ່ອາດປະໃຫ້ບັນຫາມືປືນ 200 ຄົນຢູ່ນະຄອນ Rafal ສົ່ງຜົນກະທົບຕໍ່ຂໍ້ຕົກລົງກ່ຽວຂ້ອງເຖິງເຂດ ກາຊາ ທີ່ໃຫຍ່ກວ່າ, ນັ້ນແມ່ນມາດຕະການອາວຸດຂອງມືປືນຮາມາດສ 20.000 ຄົນທີ່ພວມເຄື່ອນໄຫວຢູ່ສ່ວນທີ່ຍັງເຫຼືອຢູ່ເຂດ ກາຊາ.
ນັກຂ່າວ VOV ປະຈຳ ອີຢິບ
