ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃນການຖະແຫຼງຂ່າວຢູ່ Chequers ໃນວັນທີ 18 ກັນຍາ 2025 (ພາບ: Leon Neal/REUTERS)

ເມື່ອກ່າວຄຳເຫັນທີ່ທຳນຽບ Chequers ở Buckinghamshire ຢູ່ທາງທິດຕາເວັນອອກສ່ຽງໃຕ້ ປະເທດ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາລົງທຶນ ໄດ້ທຳລາຍທຸກສະຖິຕິນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍມູນຄ່າທັງໝົດປະມານ 340 ຕື້ USD, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບ້ວງເງິນລົງທຶນໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ ອັງກິດ, ພ້ອມທັງພັນລະນາຂໍ້ຕົກລົງນີ້ວ່າ ເປັນບາດກ້າວບຸກທະລຸ. ໃນຈຳນວນນັ້ນ, ບັນດາກຸ່ມບໍລິສັດຂອງ ອາເມລິກາ ໃຫ້ຄຳໝັ້ນສັນຍາລົງທຶນປະມານ 204 ຕື້ USD ເຂົ້າອັງກິດ. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ແລ້ວ, ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແມ່ນສຸມໃສ່ຂົງເຂດປັນຍາປະດິດ (AI), ດ້ວຍຄຳໝັ້ນສັນຍາລົງທຶນຈາກບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າ, ຄື: Nvidia, Nscale, OpenAI, Google ແລະ Salesforce, ຄາດວ່າ ຈະສ້າງວຽກເຮັດງານທຳໃຫ້ປະມານ 15.000 ຄົນ ຢູ່ອັງກິດໃນຊຸມປີຕໍ່ໄປ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ເຂດ ກາຊາ ແລະ ສະພາບການຢູ່ ຢູແກຼນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ