ອາເມລິກາ ປະຕິເສດຮ່າງມະຕິຈຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຢຸດຍິງຢູ່ເຂດ ກາຊາ (ພາບ:Reuters) |
ວັນທີ 18 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ດ້ວຍຈຳນວນບັດສະໜັບສະໜູນ 14 ບັດ ແລະ ບັດຄ້ານຂອງ ອາເມລິກາ 1 ບັດ, ສະພາຄວາມໝັ້ນຄົງບໍ່ສາມາດຮັບຮອງເອົາມະຕິດັ່ງກ່າວໄດ້, ໃນນັ້ນ ກໍຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກບັນດາຂໍ້ຫ້າມຈຳກັດການຊ່ວຍເຫຼືອ, ຮັບປະກັນການຈຳໜ່າຍເຄື່ອງຊ່ວຍເຫຼືອໄປເຖິງປະຊາຊົນຢ່າງປອດໄພ ແລະ ຕໍ່ເນື່ອງໃນເຂດນີ້.
ໝາກຜົນການປ່ອນບັດຢູ່ສະພາຄວາມໝັ້ນຄົງໄດ້ເຮັດໃຫ້ເລື່ອງ ອາເມລິກາ ແລະ ອິດສະຣາແອັນ ທີ່ຕົກໃນທ່າໂດດດ່ຽວໃນເວທີສາກົນທີ່ກ່ຽວຂ້ອງເຖິງບັ້ນຮົບທີ່ແກ່ຍາວເກືອບ 2 ປີຜ່ານມາຢູ່ເຂດ ກາຊານັ້ນ ພົ້ນເດັ່ນຂຶ້ນ. ການບ່ອນປັດໄດ້ດຳເນີນກ່ອນທີ່ບັນດາການນຳໃນໂລກໄຂສັບປະດາສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 80 ສອງສາມວັນ, ເຊິ່ງເປັນບ່ອນທີ່ບັນຫາເຂດກາຊາ ຈະແມ່ນຫົວຂໍ້ຕົ້ນຕໍ ແລະ ຫຼາຍສຳພັນທະມິດຂອງ ອາເມລິກາ ຈະຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ເອກະລາດ.

