ອາເມລິກາ ປະກາດໃຊ້ຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ, ໃນນັ້ນມີບໍລິສັດ Gazprom Neft (ພາບ: ft.com) |
ບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ໄດ້ຈັດວາງສຳລັບ 230 ອົງການຈັດຕັ້ງ ແລະ ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງເຖິງຂະແໜງພະລັງງານຂອງ ລັດເຊຍ. ອາເມລິກາ ດຳເນີນການກະທຳດັ່ງກ່າວດ້ວຍຈຸດປະສົງສະກັດກັ້ນບັນດາແຫຼ່ງລາຍຮັບຂອງ ລັດເຊຍ ຈາກການຂາຍພະລັງງານ ເພື່ອຮັບໃຊ້ການປະທະກັນຢູ່ ຢູແກຼນ. ໃນຈຳນວນບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ຖືກລົງໂທດ ລວມມີສອງບໍລິສັດນ້ຳມັນໃຫຍ່ຂອງ ລັດເຊຍ ນັ້ນແມ່ນ Gazprom Neft ແລະ Surgutneftegas, ກ່ຳປັ່ນຂົນສົ່ງນ້ຳມັນ 180 ລຳ, ບໍລິສັດຊື້-ຂາຍນ້ຳມັນ ແລະ ບໍລິສັດປະກັນໄພຂອງ ລັດເຊຍ. ບັນດາສ່ວນບຸກຄົນ ແລະ ອົງການດັ່ງກ່າວຖືກກ່າວຫາວ່າ ເຂົ້າຮ່ວມການເຄື່ອນໄຫວຜະລິດ ແລະ ສົ່ງອອກອາຍແກັດ LNG ຂອງ ລັດເຊຍ, ເປີດກວ້າງສະມັດຕະພາບການຜະລິດນ້ຳມັນຂອງ ລັດເຊຍ ແລະ ໜູນຊ່ວຍໂຄງການອາຍແກັດ LNG ຖືກ ອາເມລິກາ ລົງໂທດ.
ນອກຈາກນັ້ນແລ້ວ, ອາເມລິກາ ກໍປະກາດໃຊ້ຄຳສັ່ງຫ້າມ ແນໃສ່ສະກັດກັ້ນ ລັດເຊຍ ເຂົ້າເຖິງການບໍລິການຂອງ ອາເມລິກາ ໃນຂົງເຂດຂຸດຄົ້ນ ແລະ ຜະລິດນ້ຳມັນດິບ ກໍຄືບັນດາຜະລິດຕະພັນທີ່ກ່ຽວຂ້ອງ.
ນັກຂ່າວ VOV ປະຈຳ ອາເມລິກາ

