ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters)

ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນ ລັດຖະບັນຍັດຫ້າມເຂົ້າເມືອງ ຕາມນັ້ນແລ້ວໄດ້ສະກັດກັ້ນພົນລະເມືອງ ມາຈາກ 12 ປະເທດເຂົ້າປະເທດ ອາເມລິກາ ແລະ ຈຳກັດພົນລະເມືອງຂອງ 7 ປະເທດອື່ນ. ທ່ານປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ລັດຖະບັນຍັດເພື່ອປົກປ້ອງຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດກໍ່ຄືປົກປ້ອງປະຊາຊົນ ອາເມລິກາ. ບັນດາປະເທດຖືກຫ້າມລວມມີ: Afghanistan, Myanmar, Chad, Congo, Guinea, Eritrea, Haiti, Iran, Libya, Somalia, Sudan ແລະ Yemen. ຄຳສັ່ງມີຜົນສັກສິດຢ່າງເປັນທາງການນັບແຕ່ເວລາ 0 ໂມງ 1 ນາທີຂອງວັນທີ 9 ມິຖຸນາຈະມາເຖິງ. ອາເມລິກາ ກໍ່ຈະຈັດວາງບັນດາຂໍ້ຈຳກັດເຂົ້າເມືອງຢ່າງເຂັ້ມງວດກ່ວາສຳລັບພົນລະເມືອງມາຈາກ 7 ປະເທດຄື: Burundi, Cuba, Lao, Sierra Leone, Togo, Turkmenistan ແລະ Venezuela.