ຕອນຄ່ຳວັນທີ 7 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕົກລົງຜັນຂະຫຍາຍທະຫານພິທັກແຫ່ງຊາດ 2.000 ຄົນເພື່ອຮັບມືກັບບັນດາການແຫ່ຂະບວນປະທ້ວງຕ້ານຄືນພະນັກງານຮັບຜິດຊອບວຽກງານອົບພະຍົບທີ່ພວມຊອກວິທີຈັບຕົວຜູ້ເຂົ້າເມືອງແບບຜິດກົດໝາຍຢູ່ນະຄອນ Los Angeles, ລັດ California.
ບັນດາບັ້ນແຫ່ຂະບວນປະທ້ວງໄດ້ດຳເນີນເປັນມື້ທີ 2 ດ້ວຍຈໍານວນການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ພະນັກງານຮັບຜິດຊອບວຽກງານອົບພະອົບສະຫະລັດເພີ່ມຂຶ້ນ. ບັນດາກຳລັງເຈົ້າໜ້າທີ່ຕ້ອງນຳໃຊ້ແກັດນ້ຳຕາ, ໝາກແຕກເພື່ອສະຫຼາຍກຸ່ມຄົນຈຳນວນຫຼາຍ. ຢ່າງໜ້ອຍສຸດມີຊາວເຂົ້າເມືອງຜິດກົດໝາຍ 121 ຄົນຖືກຈັບຕົວ.
ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ
