ນະຄອນ Gaza, ໃນວັນທີ 14/11/2025 (ພາບ: REUTERS/Dawoud Abu Alkas)

ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມພິຈາລະນາກໍລະນີຂ້າມຜ່ານໄລຍະປົດອາວຸດຂອງຂະບວນການອິດສະລາມ ຮາມາດສ ຢູ່ເຂດ ກາຊາ ແລະ ຜັນຂະຫຍາຍກຳລັງ ສ້າງສະຖຽນລະພາບສາກົນ (ISF) ເພື່ອໄປສູ່ໄລຍະສ້າງສາເຂດດິນແດນນີ້ຄືນໃໝ່ຕາມແຜນການສັນຕິພາບ ໂດຍປະເທດນີ້ສະເໜີ, ຫຼຸດຜ່ອນວິວັດທະນາການ ເມື່ອທຽບໃສ່ແຜນການກ່ອນໜ້ານັ້ນ.

ວົງການເຈົ້າໜ້າທີ່ ອິດສະຣາແອັນ ເຂົ້າຮ່ວມການເຈລະຈາກັບ ອາເມລິກາ ໃຫ້ຮູ້ວ່າ ການປ່ຽນແປງນີ້ ເຮັດໃຫ້ບັນດາການເຈລະຈາກ່ຽວກັບອະນາຄົດເຂດ ກາຊາ ລະຫວ່າງສອງປະເທດຕົກເຂົ້າສູ່ຈົນຕາແຈ. ຝ່າຍ ອິດສະຣາແອັນ ຖືວ່າ ເລື່ອງຟື້ນຟູເຂດ ກາຊາ ແຕ່ຍັງບໍ່ທັນປົດອາວຸດຂອງກຳລັງ ຮາມາດສ “ແມ່ນໄປຝືນກັບຈິດໃຈຂອງແຜນການສັນຕິພາບ” ເຊິ່ງວາງອອກເງື່ອນໄຂຕັດສິນຊີ້ຂາດນັ້ນແມ່ນ ປອດການທະຫານຢູ່ເຂດ ກາຊາ ກ່ອນທີ່ຈະສ້າງສາຄືນໃໝ່. ນອກຈາກນັ້ນແລ້ວ, ຖ້າຫາກວ່າ ອາເມລິກາ ຢາກຫຼຸດຜ່ອນເວລາຂອງວິວັດທະນາການນີ້ຢ່າງແທ້ຈິງ ອາດຈະສ້າງເງື່ອນໄຂໃຫ້ແກ່ ຮາມາດສ “ປະກອບອາວຸດ ແລະ ປັບປຸງສິດຄວບຄຸມຄືນໃໝ່”, ເຮັດໃຫ້ເປົ້າໝາຍຄວາມໝັ້ນຄົງຂອງທັງ ອິດສະຣາແອັນ ແລະ ອາເມລິກາ.