(ພາບ: ກະຊວງການຕ່າງປະເທດ ອາເມລິກາ) |
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການພົບປະເຈລະຈາລັບກັບທ່ານ Ahmed al-Sharaa. ປະທານາທິບໍດີ ຊີຣີ ຢູ່ທຳນຽບຂາວໃນຕອນທ່ຽງວັນທີ 10 ພະຈິກ (ຕາມເວລາ ອາເມລິກາ). ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອ ຊີຣີ ຍາດໄດ້ເອກະລາດ ທີ່ປະມຸກລັດປະເທດນີ້ ໄປຢ້ຽມຢາມ ອາເມລິກາ. ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍ ຊີຣີ ໃຫ້ປະສົບຜົນສຳເລັດ ຍ້ອນວ່າ ນັ້ນແມ່ນພາກສ່ວນໜຶ່ງຂອງຕາເວັຮອອກກາງ.
ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫົງບລະຫວ່າງ ອິດສະຣາແອັນ ແລະ ຊີຣີ. ໄປຄຽງຄູ່ກັນນັ້ນ, ຊີຣີ ກໍ່ເຫັນດີຈະໂຮມກຳລັງປະຊາທິປະໄຕ ຊີຣີ ໂດຍຊາວເກີດນຳພາ ເຂົ້າຖັນແຖວກອງທັບ ຊີຣີ.
ກະຊວງການເງິນ ອາເມລິກາ ໄດ້ປະກາດລັດຖະດຳລັດສະບັບໃໝ່ທີ່ມີຜົນບັງຄັບໃຊ້ໃນຮອບເວລາ 180 ວັນ, ແທນໃຫ້ບັນດາມາດຕະການລົງໂທດຮອບດ້ານສຳລັບ ຊີຣີ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາໃນການສືບຕໍ່ຜ່ອນຄາຍຄຳສັ່ງລົງໂທດທີ່ມີຕໍ່ ຊີຣີ.

