ທ່ານ ເລກວາງລອງ ຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແລະ ປຸງແຕ່ງ ຮ່າໂນ້ຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nguoihanoi.vn) |
ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາວິສາຫະກິດໄດ້ແປ່ງບັນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ເວົ້າລວມ, ນະຄອນຫຼວງເວົ້າສະເພາະ ໄດ້ຮັບການປັບປຸງຫຼາຍຢ່າງເພື່ອແນໃສ່ໜູນຊ່ວຍການເຄື່ອນໄຫວຜະລິດດຳເນີນທຸລະກິດໃນບັນດາເຂດອຸດສາຫະກຳ. ປັດຈຸບັນໃນບໍລິເວນຮ່າໂນ້ຍ ມີ 10 ເຂດອຸດສາຫະກຳພວມເຄື່ອນໄຫວ. ບັນດາເຂດອຸດສາຫະກຳດຶງດູດໄດ້ 733 ໂຄງການລົງທຶນ, ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 9,3 ຕື້ USD, ໃນນັ້ນ ມີ 310 ໂຄງການເງິນລົງທຶນຈາກຕ່າງປະເທດ (FDI) ດ້ວຍຍອດເງິນລົງທຶນ 7,4 ຕື້ USD. ເຂດອຸດສາຫະກຳຂອງ ຮ່າໂນ້ຍໄດ້ດຶງດູດນັກລົງທຶນມາຈາກ 27 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃຫ້ແກ່ຄວາມສາມາດບົ່ມຊ້ອນ ແລະ ກຳລັງດຶງດູດຂອງບັນດາເຂດອຸດສາຫະກຳ ຮ່າໂນ້ຍ ໃນສາຍຕາຂອງນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ.

