(ພາບປະກອບ: REUTERS/Chen Kalifa) |
ທີ່ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 19 ມິຖຸນາ, ທ່ານເລຂາສື່ມວນຊົນທຳນຽບຂາວນາງ Caroline Leavitt ເນັ້ນໜັກວ່າ, ອີຣານ ບໍ່ສາມາດໄດ້ກຳມະສິດອາວຸດນິວເຄຼຍ ຍ້ອນສິ່ງນີ້ຈະແມ່ນສິ່ງນາບຂູ່ຕໍ່ ອາເມລິກາ ແລະ ອິດສະຣາແອັນ. ຕາມທ່ານນາງ Caroline Leavitt ແລ້ວ, ບັນດາບຸລິມະສິດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນຮັບປະກັນບໍ່ໃຫ້ ອີຣານ ກຳມະສິດອາວຸດນິວເຄຼຍ ແລະ ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບຢູ່ຕາເວັນອອກກາງ.
“ກ່ຽວຂ້ອງເຖິງສະພາບການປະຈຸບັນຢູ່ ອີຣານ, ຂ້າພະເຈົ້າຮູ້ວ່າ ພວມມີການຄາດເດົາຈາກສື່ມວນຊົນກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີ Trump ຕໍ່ເລື່ອງ ອາເມລິກາ ອາດຈະແຊກແຊງເຂົ້າໂດຍກົງຫຼືບໍ່. ຂ້າພະເຈົ້າຂໍຄັດສະເໜີສານຂອງທ່ານປະທານາທິບໍດີ Donald Trump ຄືດັ່ງນີ້: “ໂດຍອີງໃສ່ຄວາມສາມາດໃນບັນດາການເຈລະຈາກັບ ອີຣານ ວ່າ ອາດຈະຈັດຂຶ້ນໃນອະນາຄົດອັນໃກ້ໆນີ້ ຫຼື ບໍ່, ຂ້າພະເຈົ້າຈະຍົກອອກຂໍ້ຕົກລົງວ່າ ຈະແຊກແຊງ ຫຼື ບໍ່ໃນເວລາ 2 ອາທິດຈະມາເຖິງ”.
ກ່ອນໜ້ານັ້ນ, ວັນທີ 18 ມິຖຸນາ, ສື່ມວນຊົນ ອາເມລິກາ ໄດ້ຄັດສະເໜີຫຼາຍແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ໄດ້ຈັດການປະຊຸມກັບບັນດາທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດກ່ຽວກັບການປະທະກັນທີ່ພວມເກີດຂຶ້ນລະຫວ່າງ ອິດສະຣາແອັນ ແລະ ອີຣານ.

