ຄະນະຜູ້ແທນ ອາເມລິກາ ແລະ ຈີນ ເຂົ້າຮ່ວມຮອບເຈລະຈາ ຢູ່ ລອນດອນ ໃນວັນທີ 09/6/2025. (ພາບ:United States Treasury/Handout via REUTERS) |
ວັນທີ 9 ມິຖຸນາ, ອາເມລິກາ ແລະ ຈີນ ໄດ້ເລີ່ມຕົ້ນການເຈລະຈາດ້ານການຄ້າຮອບໃຫມ່ ຢູ່ ນະຄອນຫລວງ ລອນດອນ ປະເທດ ອັງກິດ, ສ້າງຂີດໝາຍການປະຊຸມທຳອິດຂອງກົນໄກປຶກສາຫາລືດ້ານເສດຖະກິດ ແລະ ການຄ້າ ສອງຝ່າຍ ນັບແຕ່ພາຍຫລັງຂໍ້ຕົກລົງຢຸດຕິຊົ່ວຄາວ ຊື່ງບັນລຸໄດ້ຢູ່ ເຊີແນວ ປະເທດ ສະວິດ ເມື່ອເດືອນຜ່ານມາ. ຄະນະຜູ້ແທນ ອາເມລິກາ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການເງິນ Scott Bessent, ທ່ານລັດຖະມົນຕີ ກະຊວງການຄ້າ Howard Lutnick ແລະ ຜູ້ຕາງຫນ້າດ້ານການຄ້າ Jamieson Greer, ໃນຂະນະນັ້ນ ຄະນະຜູ້ແທນ ຈີນ ໂດຍທ່ານຮອງນາຍົກລັດຖະມົນຕີ He Lifeng ນຳຫນ້າ.
ເປົ້າໝາຍຂອງຮອບເຈລະຈາ ແມ່ນຮັກສາ ແລະ ຊຸກຍູ້ຄຳສັ່ງຢຸດຕິຄວາມເຄັ່ງຕຶງດ້ານການຄ້າ ພາຍຫລັງສອງປະເທດ ໄດ້ເຫັນດີຫລຸດຜ່ອນອັດຕາພາສີທີ່ສຳຄັນໃນເວລາ 90 ວັນຢູ່ ເຊີແນວ. ເຖິງວ່າ ບັນລຸໄດ້ບາງຄວາມຄືບຫນ້າໃນເບື້ອງຕົ້ນ ແຕ່ຂໍ້ຕົກລົງ ເຊີແນວ ຍັງບໍ່ທັນແກ້ໄຂຄວາມບໍ່ລົງລອຍກັນເລິກເຊິ່ງລະຫວ່າງ ສອງຝ່າຍໄດ້.
ວົງການນັກລົງທຶນສາກົນ ພວມຕິດຕາມຢ່າງແຫນ້ນແຟ້ນການຜັນແປຂອງຮອບເຈລະຈາ ຢູ່ ລອນດອນ ໃນສະພາວະຕະຫລາດການເງິນ ມີສັນຍານຟື້ນຟູ ຍ້ອນມີຄວາມຫວັງຈະຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ.

