ວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ຮັບຈຳນວນເງິນ 1 ຕື້ USD ເຊິ່ງ ອາເມລິກາ ໜູນຊ່ວຍ. ຈຳນວນເງິນນີ້ໄດ້ຊຳລະດ້ວຍດອກເບ້ຍຂອງທະນາຄານ ມາຈາກຊັບສົມບັດຖືກປິດລ້ອມຂອງ ລັດເຊຍ.
ໃນຖະແຫຼງການທີ່ເອົາລົງໃນສື່ສັງຄົມ Telegram, ທ່ານນາຍົກລັດຖະມົນຕີ Denys Shmyhal ຊີ້ແຈ້ງວ່າ, ນີ້ແມ່ນການສະໜອງແຫຼ່ງເງິນທຳອິດໃນຍອດຈຳນວນເງິນ 20 ຕື້ USD ເຊິ່ງ ອາເມລິກາ ກະກຽມຈັດແບ່ງຜ່ານການນຳໃຊ້ແຫຼ່ງຊັບສົມບັດຖືກປິດລ້ອມຂອງ ລັດເຊຍ. ຕາມກະຊວງການເງິນ ຢູແກຼນ ແລ້ວ, ບ້ວງເງິນດັ່ງກ່າວໄດ້ສະໜອງພາຍໃຕ້ຮູບແບບຊ່ວຍເຫຼືອລ້າ, ຕາມເຄື່ອງມືໃຫ້ກູ້ຢືມຂອງທະນາຄານໂລກ (WB) ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຢູແກຼນ ໃນການປັບປຸງຂອບເຂດນະໂຍບາຍເສດຖະກິດ ແລະ ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
