ຮ່າຕິ້ງ ໄດ້ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 11.000 ກວ່າຫຼັງ(ພາບ: qdnd.vn)
|
ພາຍຫຼັງຜັນຂະຫຍາຍມາເປັນເວລາ 4 ປີ, ແຂວງ ຮ່າຕິ້ງ ໄດ້ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 11.000 ກວ່າຫຼັງ, ດ້ວຍຍອດຈຳນວນເງິນລະດົມປະຕິບັດໂຄງການ 830 ຕື້ກວ່າດົ່ງ (ເກືອບ 32 ລ້ານ USD).
ມາຮອດປະຈຸບັນ, ແຂວງ ຮ່າຕິ້ງ ໄດ້ລະດົມ ແລະ ໜູນຊ່ວຍການກໍ່ສ້າງເຮືອນຫຼັງໃໝ່, ສ້ອມແປງເຮືອນຢູ່ 2.300 ຫຼັງໃຫ້ແກ່ບັນດາຄອບຄົວ, ສຳເລັດໄວກວ່າ 5 ເດືອນເມື່ອທຽບໃສ່ແຜນການຂອງຄະນະຊີ້ນຳສູນກາງມອບໃຫ້. ທ່ານ ເຈິ່ນຊວັນເມົ້າ, ຢູ່ເມືອງ ເກິມຊວຽນ, ແມ່ນໜຶ່ງໃນບັນດາຄອບຄົວທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ, ໃຫ້ຮູ້ວ່າ:
“ໂດຍໄດ້ຮັບການໜູນຊ່ວຍຈາກພັກ, ລັດ, ບັນດາອົງການ, ຫົວໜ່ວຍໄດ້ຊ່ວຍໃຫ້ບັນດາຄອບຄົວນັບທັງດ້ານວັດຖຸ ແລະ ຈິດໃຈ, ສ້າງເຮືອນຫຼັງໃໝ່ໃຫຍ່ໂຕໂອຖົງ. ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ”.
ຫຼາຍທ້ອງຖິ່ນໄດ້ປະຕິບັດສຳເລັດກ່ອນກຳນົດເວລາ, ຄື: ເທດສະບານ ກີແອັງ, ເມືອງ ດຶກທໍ້, ເມືອງ ວູກວາງ… ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢູ່ແຂວງ ຮ່າຕິ້ງ ພວມນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ.

