ວັນທີ 28 ກັນຍາ, ຂະບວນການອິດສະລາມ ຮາມາດສ ໃຫ້ຮູ້ວ່າ ບໍ່ສາມາດຕິດຕໍ່ກັບຕົວປະກັນ 2 ຄົນ ແມ່ນ Omri Miran ແລະ Matan Angrest ຍ້ອນບັນດາ “ບັ້ນຮົບດ້ານການທະຫານ ແລະ ບັນດາການບຸກໂຈມຕີທາງອາກາດຢ່າງຮ້າຍແຮງ” ຂອງ ອິດສະຣາແອັນ ໃນເວລາ 48 ຊົ່ວໂມງຜ່ານມາ ຢູ່ບັນດາເຂດ Sabra ແລະ Tel al-Hawa, ຂຶ້ນກັບນະຄອນ ກາຊາ.

ໃນຖະແຫຼງການ, ຮາມາດສ ຮຽກຮ້ອງກຳລັງປ້ອງກັນ ອິດສະຣາແອັນ (IDF) ຖອນທະຫານໄປທາງທິດໃຕ້ ແລະ ຢຸດທຸກການບຸກໂຈມຕີທາງອາກາດໃນຮອບເວລາ 24 ຊົ່ວໂມງ. ສິ່ງທີ່ໜ້າສົນໃຈ, ໃນຄຳຖະແຫຼງຄັ້ງນີ້ ເບິ່ງຄືວ່າໄດ້ເປີດເຜີຍຈຸດທີ່ຕັ້ງຂອງບັນດາຕົວປະກັນຢ່າງຊັດເຈນ, ສິ່ງທີ່ບໍ່ເຄີຍມີມາກ່ອນ.

Omri Miran ແລະ Matan Angrest ແມ່ນ 2 ໃນຈຳນວນບັນດາຕົວປະກັນຊາວ ອິດສະຣາແອັນ ທີ່ຖືກ ຮາມາດສ ຈັບຕົວນັບແຕ່ວັນທີ 07 ຕຸລາ 2023 ໃນບັນດາເຫດບຸກໂຈມຕີ ແລະ ປະທະກັນ.